Logo
Logo
Buku-bukuKursus-kursus AlkitabSumber
TokoBeritaPenjangkauanTentang

Berikan Donasi

  • Beranda
    • Berita
    • Penjangkauan

            Dapatkan eBook Gratis

            Mulailah koleksi Derek Prince anda dengan eBook gratis berjudul Bagaimana Beralih Dari Kutuk Kepada Berkat saat anda berlangganan buletin kami.

            Pengajaran Alkitab Gratis
            Logo
            Logo
            BerandaBelajarTokoBeritaPenjangkauanTentangBerikan Donasi

            Hak Cipta © 2026 Derek Prince Ministries. Seluruh hak cipta

            KontakKerahasiaan PribadiHak CiptaLisensiPeta Situs
            Resource TL-L085-100 | Derek Prince Ministries

            Trending Resources

            Featured Resources

            Sumber Daya Terpopuler

            Pengajaran-pengajaran populer yang berdampak saat ini

            ຈາກການຖືກປະຕິເສດ ໄປສູ່ການເປັນທີ່ຍອມຮັບ
            ທາງອອກຂອງການຖືກປະຕິເສດ

            ທາງອອກຂອງການຖືກປະຕິເສດ

            Surat Pengajaran

            ຈາກປະສົບການຂອງທ່ານເອງ, ທ່ານເດ​ເຣັກ ຮູ້ວິທີການຊ່ວຍໃຫ້ຜູ້ຄົນປະຕິເສດການຖືກປະຕິເສດແລະກ້າວເຂົ້າສູ່ການຍອມຮັບໂດຍຜ່ານທາງພຣະເຢຊູ.

            Penyembuhan
            Jesus
            DengarBaca

            Tersedia dalam bahasa

            English
            Video Tersedia
            ລາວ
            Video TersediaTeks Tersedia
            Français
            Video TersediaTeks Tersedia
            Lietuvių
            Video TersediaTeks Tersedia
            Português (pt-br)
            Video TersediaTeks Tersedia
            Deutsch
            Video TersediaTeks Tersedia

            SEDANG TREN

            ເກືອແຫ່ງແຜ່ນດິນໂລກ

            ເກືອແຫ່ງແຜ່ນດິນໂລກ

            Surat Pengajaran

            ຖານະທີ່ເປັນຄຣິດສະຕຽນ, ເຮົາເຮັດໃຫ້ໂລກນີ້ເປັນທີ່ຍອມຮັບໂດຍການເປັນທີ່ພໍພຣະໄທຂອງພຣະເຈົ້າ. ພຣະອົງສະແດງຄວາມເມດຕາແລະພຣະຄຸນຍິ່ງ.

            Gereja
            Akhir Zaman
            DengarBaca

            Tersedia dalam bahasa

            English
            Video Tersedia
            Français
            Video TersediaTeks Tersedia
            ລາວ
            Video TersediaTeks Tersedia
            Bahasa Indonesia
            Video TersediaTeks Tersedia
            Português (pt-br)
            Video TersediaTeks Tersedia
            日本語
            Video TersediaTeks Tersedia
            ខ្មែរ
            Teks Tersedia
            Malagasy
            ການສະແຫວງຫາລັກສະນະຊີວິດ

            ການສະແຫວງຫາລັກສະນະຊີວິດ

            Surat Pengajaran

            ຄວາມສໍາພັນທີ່ໝັ້ນຄົງກັບພຣະບິດາເປັນພື້ນຖານສຳລັບການໃຫ້ກຽດແກ່ຄົນອື່ນ ແລະ ຮັບໃຊ້ຄຣິດຕະຈັກ.

            Gereja
            DengarBaca

            Tersedia dalam bahasa

            English
            Video Tersedia
            Français
            Video TersediaTeks Tersedia
            ລາວ
            Video TersediaTeks Tersedia
            Português (pt-br)
            Video TersediaTeks Tersedia
            ไทย
            Video TersediaTeks Tersedia
            日本語
            Video TersediaTeks Tersedia
            Tiếng Việt
            Teks Tersedia
            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            Surat Pengajaran

            ພຣະເຈົ້າຊົງທົດສອບຜູ້ທີ່ຖືກເອີ້ນໃຫ້ຮັບໃຊ້ກ່ອນທີ່ຈະຊົງແຕ່ງຕັ້ງພວກເຂົາ, ດັ່ງທີ່ກອງທັບຂອງກີເດໂອນໄດ້ສະແດງໃຫ້ເຫັນ.

            Iman dalam Tindakan
            Peperangan Rohani
            DengarBaca

            Tersedia dalam bahasa

            English
            Video TersediaTeks Tersedia
            ລາວ
            Video TersediaTeks Tersedia
            Français
            Video TersediaTeks Tersedia
            Português (pt-br)
            Video TersediaTeks Tersedia
            日本語
            Video TersediaTeks Tersedia
            ខ្មែរ
            Video TersediaTeks Tersedia
            Beranda
            Sumber
            ຈາກການຖືກປະຕິເສດ ໄປສູ່ການເປັນທີ່ຍອມຮັບ
            ທາງອອກຂອງການຖືກປະຕິເສດ

            ທາງອອກຂອງການຖືກປະຕິເສດ

            Derek Prince

            ເດ​ເຣັກ​ ພຣິນ​ຊ໌​

            Published: 2012

            Last Updated: September 2026

            Read Time: 13

            Penyembuhan
            Jesus

            This teaching is not currently available in Bahasa Indonesia.

            ການຖືກປະຕິເສດເຮັດໃຫ້ຜູ້ຄົນຮູ້ສຶກວ່າບໍ່ເປັນທີ່ຕ້ອງການ, ແຕ່ໃນພຣະຄຣິດຜູ້ເຊື່ອໄດ້ຮັບການຍອມຮັບຈາກພຣະເຈົ້າ. ພຣະເຢຊູໄດ້ຊົງແບກຮັບກການຖືກປະຕິເສດຢູ່ເທິງໄມ້ກາງແຂນ, ແລະການຕອບສະໜອງສີ່ຢ່າງມີ ການໃຫ້ອະໄພ, ການປ່ອຍວາງຄວາມຂົມຂື່ນ, ແລະ ການຍອມຮັບການຕ້ອນຮັບແລະການທໍາງານຂອງພຣະເຈົ້າ.

            ໃນຈົດໝາຍສະບັບລ່າສຸດຂອງຂ້າພະເຈົ້າ, ພວກເຮົາໄດ້ພິຈາລະນາຄວາມຫມາຍຂອງການຖືກປະຕິເສດເຊິ່ງກໍຄື: ຄວາມຮູ້ສືກບໍ່ເປັນທີ່ຕ້ອງການ, ຄວາມຮູ້ສືກຕ້ອງການໃຫ້ຄົນອື່ນຮັກ, ແຕ່ກໍເບິ່ງຄືວ່າບໍ່ມີໃຜຮັກເຂົາ. ຫລື ເຂົາມີຄວາມຕ້ອງການຢາກເປັນສ່ວນໜຶ່ງຂອງກຸ່ມ, ແຕ່ຮູ້ສຶກຖືກກີດກັນ. ນີ້ແມ່ນເລື່ອງທຳມະດາສາມາດເກີດໄດ້, ແມ່ນແຕ່ໃນສັງຄົມຄຣິດສະຕຽນດ້ວຍ.

            ແລ້ວເຮົາກໍພິຈາລະນາຕໍ່ໄປວ່າ: ພຣະຄຳພີພັນລະນາເຖິງການຖືກປະຕິເສດໄວ້ແນວໃດ.  ໂດຍສະເພາະເລື່ອງທີ່ໜ້າສະເທືອນໃຈ ໃນເອຊາຢາ 54:6 ຂອງຜູ້ຍິງຄົນໜຶ່ງທີ່ແຕ່ງງານແລ້ວທີ່ມີຫົວໃຈແຕກສະຫລາຍ.

            “‘ອິດສະລາເອນເອີຍ ເຈົ້າເປັນຄືເມຍສາວຜູ້ຫນຶ່ງທີ່ຖືກຜົວປະ ແລະ ອຸກອັ່ງຄັ່ງໃຈໃນສຸດຂີດ. ແຕ່ພຣະເຈົ້າຍາເວເອີ້ນເຈົ້າໃຫ້ກັບຄືນມາ ຈົ່ງກັບມາຫາພຣະອົງ’ ຜູ້ທີ່ເວົ້າກັບເຈົ້າວ່າ.”(ພຄພ 2013)

            ການຖືກປະຕິເສດສາມາດເກີດຂຶ້ນໄດ້ຫລາຍຮູບແບບ ແລະ ບາງຄົນອາດມີ​ປະ​ຕິ​ກິ​ລິ​ຍາຕອບສະໜອງຕໍ່ການຖືກປະຕິເສດທີ່ແຕກຕ່າງກັນອອກໄປ.

            ຕອນນີ້, ຂ້າພະເຈົ້າຢາກລົມກັບທ່ານເພຶ່ອ​ຫາຄຳຕອບຕໍ່ບັນຫາການຖືກປະຕິເສດ, ຢາກໃຫ້ທ່ານເບີ່ງຄຳຕອບຂອງພຣະຄຳພີທີ່ມີຕໍ່ກັບບັນຫາເຫລົ່ານີ້. ແລະຢາກບອກທ່ານວ່າມັນໄດ້ຜົນແທ້ໆ! ເພາະຂ້າພະເຈົ້າ ໄດ້ເຫັນຊີວິດຜູ້ຄົນຈໍານວນຫລວງຫລາຍທີ່ມີການປ່ຽນແປງໄປຢ່າງສິ້ນເຊີງ. ມັນບໍ່ແມ່ນການປ່ຽນແປງຊົ່ວຄາວ, ບໍ່ແມ່ນການປ່ຽນແປງຜິວເຜີນ, ແຕ່ເປັນການປ່ຽນແປງຢ່າງແທ້ຈິງ.

            ທຸກທາງອອກທີ່ພຣະເຈົ້າຊົງມີຕໍ່ທຸກບັນຫາໃນຊີວິດຂອງເຮົາລ້ວນແລ້ວແຕ່ມາຈາກໄມ້ກາງແຂນທັງຫມົດ. ໄມ້ກາງແຂນເປັນບ່ອນເຊິ່ງພຣະເຈົ້າຊົງຈັດຕຽມວິທີການແກ້ໄຂບັນຫາທັງໝົດຂອງເຮົາ, ແລະພຣະເຢຊູໄດ້ຊົງຈັດການກັບບັນຫາຂອງການຖືກປະຕິເສດໄວ້ເທີງໄມ້ກາງແຂນດ້ວຍ.

            ເມື່ອຫລາຍປີກ່ອນ (ໃນປີ ຄ.ສ 1943), ອົງພຣະຜູ້ເປັນເຈົ້າໄດ້ຊົງ​ກ່າວກັບຂ້າພະເຈົ້າຜ່ານຂອງປະທານແຫ່ງພຣະວິນຍານວ່າ: ຂ້າພະເຈົ້າຈະຕ້ອງພິຈາລະນາເຖິງເລຶ່ອງພະລາດຊະກິດທີ່ໂຄ​ລະ​ໂຄ​ທາ (ຫລືບ່ອນກະໂຫລກຫົວ) ວ່າເປັນພະ​ລາດຊະກິດທີ່ສົມບູນແບບ: ສົມບູນແບບທຸກປະການ, ສົມບູນແບບໃນທຸກດ້ານ. ຂ້າພະເຈົ້າໃຊ້ເວລາຫລາຍ 10 ປີໃນການພິຈາລະນາເລຶ່ອງພະລາດ​ຊະກິດທີ່ໂຄ​ລະ​ໂຄ​ທາທີ່ພຣະເຢຊູຊົງໄດ້ກະທໍາເທີງໄມ້ກາງແຂນ -ແລະທຸກຄັ້ງທີ່ຄິດວ່າ ຕົວເອງຮູ້ທຸກຢ່າງແລ້ວ, ກໍຄົ້ນພົບສິ່ງໃໝ່ໆສະເໝີ.

            ການແລກປ່ຽນ

            ຕະຫລອດຫລາຍປີຜ່ານມາ, ອົງພຣະຜູ້ເປັນເຈົ້າໄດ້ຊົງສຳແດງຫລັກການພື້ນຖານປະການໜຶ່ງ ກ່ຽວກັບໄມ້ກາງແຂນແກ່ຂ້າພະເຈົ້າ, ນັ້ນຄືການແລກປ່ຽນ,ເປັນການແລກປ່ຽນທີ່ພຣະເຈົ້າຊົງກຳນົດໄວ້. ເທິງໄມ້ກາງແຂນ, ເພື່ອໃຫ້ຄວາມຍຸຕິທຳອັນເປັນນິລັນດອນຂອງພຣະເຈົ້າສໍາເລັດ, ພຣະອົງຊົງໃຫ້ຄວາມຊົ່ວຮ້າຍທັງໝົດທີ່ສົມຄວນໄດ້ຮັບຈາກຄວາມຍຸຕິທຳຕໍ່ມະນຸດຊາດມາຮວມກັນຢູ່ກັບພຣະເຢຊູແທນ, ເພື່ອວ່າໂດຍຄວາມເຊື່ອ, ຜູ້ທີ່ກັບໃຈ ແລະຜູ້ເຊື່ອຈະໄດ້ຮັບຄວາມດີທັງໝົດທີ່ສົມຄວນໄດ້ຮັບຕາມຄວາມຍຸຕິທຳຕໍ່ພຣະເຢຊູ. ພຣະເຢຊູໄດ້ຮັບເອົາຄວາມຊົ່ວເພື່ອວ່າພວກເຮົາອາດຈະໄດ້ຮັບຄວາມດີ. ນີ້ແມ່ນເລື່ອງງ່າຍໆ, ແລະເປັນພື້ນຖານ, ແຕ່ເມື່ອທ່ານເລີ່ມເຂົ້າໃຈ, ມັນຈະເປີດທາງແຫ່ງພຣະພອນທີ່ບໍ່ມີທີ່ສິ້ນສຸດໃຫ້ກັບຈິດວິນຍານຂອງທ່ານ.

            ພຣະເຈົ້າ ຊົງບັນດານໃຫ້ສິ່ງຊົ່ວຮ້າຍທັງປວງມາຢູ່ທີ່ພຣະເຢຊູ ເພື່ອເຮົາຈະໄດ້ຮັບສິ່ງທີ່ດີທັງປວງ. ແລະຍິ່ງຂ້າພະເຈົ້າຄິດແລະພິຈາລະນາກັບເລຶ່ອງນີ້ດົນເທົ່າໃດກໍຍິ່ງເຫັນວ່າ ການແລກປ່ຽນນັ້ນສົມບູນແບບຍິ່ງຂຶ້ນເທົ່ານັ້ນ. ນີ້ແມ່ນພຽງແຕ່ບາງສ່ວນຂອງການແລກປ່ຽນ:

            “ພຣະເຢຊູຖືກລົງໂທດເພາະຄວາມບາບຂອງເຮົາເພື່ອທີ່ເຮົາຈະໄດ້ຮັບການອະໄພ. ພຣະເຢຊູ ຊົງບາດເຈັບເພາະຄວາມເຈັບປ່່ວຍຂອງເຮົາ ເພື່ອເຮົາຈະໄດ້ຮັບການຮັກສາໃຫ້ຫາຍ. ພຣະເຢຊູຊົງເຈັບປ່່ວຍ ເພື່ອໃຫ້ເຮົາມີສຸຂະພາບດີ. ພຣະເຢຊູ ຊົງຍາກຈົນເພາະເຫັນແກ່ເຮົາເພື່ອເຮົາຈະໄດ້ຮັບຄວາມຮັ່ງມີຂອງພຣະອົງ. ພຣະເຢຊູ ຊົງສິ້ນພຣະຊົນ ເພາະຄວາມຕາຍຂອງເຮົາເພື່ອເຮົາຈະໄດ້ຮັບຊີວິດຂອງພຣະອົງ.”

            ໃນຄະນະທີ່ຂ້າພະເຈົ້າກຳລັງທົບທວນເລຶ່ອງນີ້, ພຣະເຈົ້າຊົງກ່າວກັບຂ້າພະເຈົ້າວ່າ, "ຍັງມີອີກດ້ານໜຶ່ງຂອງການແລກປ່່ຽນນັ້ນ. ແລ້ວການຖືກປະຕິເສດເດ?" ເອຊາຢາ 53:3 ກ່າວວ່າ:

            “ພວກເຮົາດູຫມິ່ນປະໝາດ ແລະປະຖີ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະ ທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພີ່ນບໍ່ມີຫຍັງຈັກດີ້.” (ພຄພ 2013)

            ເປັນເວລາ 3 ປີ 6 ເດືອນທີ່ພຣະເຢຊູຊົງອຸທິດພຣະຊົນຂອງພຣະອົງທັງຫມົດໃຫ້ກັບການກະທຳຄວາມດີຄື: ການອະໄພບາບ, ການຮັກສາໂລກໄພໄຂ້ເຈັບ, ແລະ ການປົດປ່ອຍຜູ້ທີ່ຖືກມານກົດຂີ່. ພຣະອົງບໍ່ໄດ້ເຮັດຫຍັງນອກຈາກຄວາມດີ. ໃນຕອນທ້າຍຂອງຍຸກສະໄໝນັ້ນ, ຜູ້ປົກຄອງຊາວໂຣມໄດ້ໃຫ້ຊົນຊາດຂອງພຣະອົງເຊິ່ງເປັນຊົນຊາດຢິວ ເລືອກວ່າ ພວກເຂົາຕ້ອງການຜູ້ໃດລະຫວ່າງພຣະເຢຊູຊາວນາຊາເຣັດ ຫລືອາດຊະຍາກອນທີ່ຊື່ບາຣາບາ ຜູ້ທີ່ມີຄວາມຜິດໃນການກະບົດທາງການເມືອງ, ການປຸ້ນຈີ້ ແລະ ການຄາດຕະກຳ. ດ້ວຍການຕັດສິນໃຈທີ່ໜ້າເຫລືອເຊື່ອ ແລະໜ້າສະຫລົດໃ​ຈທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງມະນຸດ, ຄົນທັ້ງຊາດ. ຖືກຍຸໂຍງໂດຍຜູ້ນຳສາສະໜາຂອງພວກເຂົາ, ໃດ້ປະຕິເສດພຣະເຢຊູ ແລະ ໄດ້ເລືອກເອົາ ບາຣາບາ, ເຊິ່ງເປັນຜູ້ທີ່ກໍ່ກະບົດທາງການເມືອງແທນ.

            ພວກເຂົາກ່າວວ່າ, “ເອົາພຣະເຢຊູໄປໃຫ້ພົ້ນ. ຄຶງພຣະອົງທີ່ໄມ້ກາງແຂນ! ພວກເຮົາບໍ່ຕ້ອງການພຣະອົງ! ພວກເຮົາເລືອກບາຣາບາ, ຜູ້​ທີ່ເປັນຂີ້ລັກ ແລະໂຈນ.” ພຣະເຢຊູຊົງຕອບສະໜອງຢ່າງໃດ? ພຣະອົງຊົງອະທິຖານຕໍ່ພຣະບິດາເພື່ອຊົງອະໄພຜູ້ທີ່ຄຶງພຣະອົງ. ເທີງໄມ້ກາງແຂນ ພຣະອົງບໍ່ໄດ້ກັງວົນເຖິງສິ່ງທີ່ກຳລັງເກີດຂຶ້ນກັບພຣະອົງ. ແຕ່ພຣະອົງ ຊົງກັງວົນວ່າຈະເກີດຫຍັງຂຶ້ນກັບພວກເຂົາ. ຕົວຢ່າງອັນໜ້າອັດສະຈັນຂອງພຣະເຢຊູຄື ເຖີງວ່າພຣະອົງຊົງທົນທຸກທໍລະມານ ແລະຖືກປະຕິເສດ, ແຕ່ພຣະອົງບໍ່ໄດ້ຊົງຫ່ວງໄຍຕົວຂອງພຣະອົງເອງ. ແຕ່ກັບຫ່ວງໃຍຜູ້ທີ່ປະຕິເສດພຣະອົງ. ເຊິ່ງເປັນແບບຢ່າງທີ່ຫນ້າຊື່ນຊົມແທ້ໆ!

            ເມື່ອຂ້າພະເຈົ້າວິເຄາະເລື່ອງການແລກປ່ຽນຂອງພຣະເຢຊູເທິງໄມ້ກາງແຂນໃນແງ່ຂອງບັນຫາການຖືກປະຕິເສດ, ຂ້າພະເຈົ້າ ໄດ້ນືກເຖິງບາງສິ່ງທີ່ໜ້າຕົກໃຈຄື: ເຖິງວ່າ ພຣະອົງຈະຊົງຖືກມະນຸດປະຕິເສດກໍຕາມ, ແຕ່ຄວາມທຸກທໍລະມານຄັ້ງສຸດທ້າຍຂອງພຣະເຢຊູເທີງໄມ້ກາງແຂນຄື ການຖືກປະຕິເສດໂດຍພຣະບິດາຂອງພຣະອົງ. ເມື່ອເຈົ້າອ່ານເລື່ອງນີ້ ມາຈົນເຖິງຕອນຈົບຂອງປະສົບການອັນໂຫດຮ້າຍຂອງພຣະອົງນັ້ນ, ພຣະອົງຊົງກ່າວວ່າ :

            “ພຣະເຈົ້າຂອງຂານ້ອຍ, ພຣະເຈົ້າຂອງຂານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖີ້ມຂານ້ອຍເສຍ?” (ມັດທາຍ 27:46- ພຄພ 2013)

            ແລະບໍ່ມີຄຳຕອບຈາກສະຫວັນ. ນັບເປັນຄັ້ງທໍາອິດໃນປະຫວັດສາດຂອງຈັກກະວານ, ທີ່ພຣະບິດາຊົງປິດຫູຕໍ່ສຽງຮ້ອງຂອງພຣະບຸດ. ແລ້ວພຣະເຢຊູກໍໄດ້ຊົງ​ນຶກ​ຂື້ນ​ໄດ້​ວ່າ ພຣະບິດາໄດ້ຊົງປະຕິເສດພຣະອົງ. ເຫດໃດພຣະບິດາຊົງປະຕິເສດພຣະເຢຊູ? ພຣະຄຳພີກ່າວວ່າພຣະເຈົ້ານັ້ນຊົງ:

            “…ແສນບໍລິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້.” (ຮາບາກຸກ 1:13-ພຄພ 2013)

            ເມື່ອພຣະເຢຊູຖືກເຮັດໃຫ້ບາບ ດ້ວຍຄວາມບາບຂອງເຮົາ, ພຣະຜູ້ເປັນເຈົ້າ ໄດ້ຫັນຕາຂອງພຣະອົງ ແລະປິດຫູຂອງພຣະອົງຕໍ່ສຽງຮ້ອງຂອງພຣະບຸດຂອງພຣະອົງ.

            ຫລັງຈາກນັ້ນ, ມີສຽງຮ້ອງອີກພຽງຄັ້ງດຽວທີ່ດັງອອກມາຈາກພຣະໂອບຂອງພຣະເຢຊູ, ແລ້ວພຣະອົງກໍສິ້ນພຣະຊົນ. ຂ້າພະເຈົ້າເຊື່ອວ່າມັນຖືກຕ້ອງແທ້ແລ້ວວ່າ ພຣະອົງຊົງສິ້ນພຣະຊົນດ້ວຍພຣະໄທທີ່ແຕກສະຫລາຍ. ສິ່ງທີ່ເຮັດໃຫ້ພຣະໄທຂອງພຣະອົງແຕກສະຫລາຍນັ້ນບໍ່ແມ່ນການຖືກປະຕິເສດໂດຍຄົນຂອງພຣະອົງເອງ, ແຕ່ເປັນການຖືກປະຕິເສດໂດຍພຣະບິດາ.

            ສຳລັບທຸກຄົນທີ່ອ່ານບົດຄວາມນີ້ ເຊິ່ງເປັນຜູ້ທີ່ຕ້ອງທົນທຸກທໍລະມານຈາກການຖືກປະຕິເສດ, ຂ້າພະເຈົ້າຢາກບອກທ່ານຕອນນີ້ວ່າ: ພຣະເຢຊູຊົງປະສົບກັບຄວາມເຈັບປວດທີ່ເລິກເຊິ່ງທີ່ສຸດ ຂອງການຖືກປະຕິເສດ, ລວມເຖີງການຖືກພຣະບິດາຂອງພຣະອົງປະຕິເສດ, ແລະພຣະອົງຊົງແບກຮັບໄວ້ເພື່ອເຮົາ ຄືໃຫ້ເຮົາໄດ້ຮັບການຊ່ວຍກູ້. ຫາກຈະມີຂ່າວດີ ສຳລັບຄົນໃນຍຸກນີ້ກໍຄືຈະເປັນເລຶ່ອງນີ້ນີ້ເອງ.

            ການເປັນທີ່ຍອມຮັບ

            ສິ່ງທີ່ກົງກັນຂ້າມກັບການຖືກປະຕິເສດແມ່ນຫຍັງ? ກໍຄືການໄດ້ຮັບການຍອມຮັບນັ້ນເອງ. ຂ້າພະເຈົ້າ, ມັກພຣະຄໍາເອເຟໂຊ 1:6 ສະບັບຄິງເຈມສໃໝ່-ພາສາອັງກິດ ເພາະວ່າພຣະຄຳ ສະບັບນີ້ກ່າວວ່າ: ພຣະເຈົ້າໄດ້ຊົງ ‘’ເຮັດໃຫ້ເຮົາເປັນທີ່ຍອມຮັບໃນຜູ້ເປັນທີ່ຮັກຂອງພຣະອົງ.’’ ພຣະເຢຊູ, ພຣະບຸດທີ່ແທ້ຈິງ ແລະ ເປັນພຣະບຸດອົງດຽວຂອງພຣະເຈົ້າ, ໄດ້ຖືກປະຕິເສດ ເພື່ອວ່າພວກເຮົາຜູ້ທີ່ເປັນກະບົດທີ່ບໍ່ສົມຄວນຈະໄດ້ຮັບການຍອມຮັບຈາກພຣະບິດາ. ສະນັ້ນ ວິທີແກ້ໄຂບັນຫາຂອງພວກເຮົາທີ່ເລິກເຊິ່ງທີ່ສຸດຄືການເຊື່ອວ່າ ພຣະເຢຊູໄດ້ທົນທຸກແບກຮັບການປະຕິເສດຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຮັບການຍອມຮັບຈາກພຣະບິດາ.

            ບາງຄັ້ງອາດມີບັນຫາ ທີ່ເກີດຂຶ້ນກັບພໍ່ແມ່ໃນໂລກນີ້ທີ່ບໍ່ສາມາດແກ້ໄຂໄດ້. ແຕ່ພີ່ນ້ອງເອີຍ ເຖີງແມ່ນວ່າຈະບໍ່ມີໃຜຕ້ອງການເຈັ້າ, ບໍ່ມີໃຜຮັກເຈັ້າ, ຫລືພໍ່ແມ່ຂອງເຈັ້າອາດຈະຍັງບໍ່ໄດ້ແຕ່ງງານກັນເທື່ອກໍບໍ່ເປັນຫຍັງ. ແຕ່ເມື່ອເຈັ້າມາຫາພຣະເຈົ້າຜ່ານທາງພຣະເຢຊູຄຣິດ, ເຈັ້າຈະກາຍເປັນສະມາຊິກຂອງຄອບຄົວທີ່ດີທີ່ສຸດໃນຈັກກະວານ, ແລະພຣະເຈົ້າບໍ່ຊົງເຫັນແກ່ລູກໆທີ່ດ້ອຍກວ່າໃຜ.

            ຄອບຄົວຂອງພຣະເຈົ້າ ເປັນຄອບຄົວທີ່ດີທີ່ສຸດ. ບໍ່ມີຄອບຄົວໃດທີ່ຈະທຽບເທົ່າກັບຄອບຄົວຂອງພຣະເຈົ້າ. ເຖີງວ່າຄອບຄົວຂອງເຈົ້າຈະບໍ່ໄດ້ສົນໃຈເຈົ້າ ຫລື ພໍ່ຂອງເຈົ້າປະຕິເສດເຈົ້າ ຫລື ແມ່ຂອງເຈົ້າບໍ່ເຄີຍມີເວລາໃຫ້ເຈົ້າ ຫລື ສາມີຂອງເຈົ້າບໍ່ເຄີຍສະແດງຄວາມຮັກຕໍ່ເຈົ້າກໍຕາມ,  ແຕ່ພຣະເຈົ້າຍັງຄົງຕ້ອງການເຈົ້າ. ເຈົ້າໄດ້ຮັບການຍອມຮັບແລ້ວ. ເຈົ້າເປັນຈຸດມຸ່ງໝາຍ ຂອງການເອົາໃຈໃສ່ ແລະຄວາມຮັກທີ່ພິເສດຂອງພຣະອົງ. ເຈົ້າເປັນຈຸດສູນກາງຂອງທຸກສິ່ງທີ່ພຣະອົງຊົງກະທຳໃນຈັກກະວານນີ້.

            ເມື່ອພຣະເຈົ້າຊົງ​ກ່າວວ່າເຮົາເປັນທີ່ຍອມຮັບນັ້ນ, ພຣະອົງບໍ່ໄດ້ໝາຍຄວາມວ່າ ພຣະອົງ ພຽງແຕ່ຍອມອົດທົນກັບເຮົາເທົ່ານັ້ນ - ຢ່າສ້າງຄວາມລຳຄານໃຫ້ກັບພຣະອົງ, ຢ່າເຮັດໃຫ້ພຣະອົງເສຍພຣະໄທ, ຫລື ຢ່າລົບກວນພຣະອົງ. ແທ້ຈິງແລ້ວເຮົາບໍ່ເຄີຍໃຊ້ເວລາຂອງພຣະອົງຫລາຍເກີນໄປເລີຍ. ແຕ່ສິ່ງດຽວທີ່ເຮັດໃຫ້ພຣະອົງເສຍພຣະໄທກໍຄືຕອນທີ່ເຮົາ ຢູ່ຫ່າງຈາກພຣະອົງຫລາຍເກີນໄປຕ່າງຫາກ.

            ພຣະເຈົ້າບໍ່ໄດ້ຍູ້ເຮົາເຂົ້າໄປໃນແຈ່ໜື່ງແລ້ວກ່າວວ່າ, ‘’ຖ້າກ່ອນ, ເຮົາກຳລັງຫຍຸ້ງຫລາຍ. ເຮົາບໍ່ມີເວລາສຳລັບເຈົ້າ.‘’ ໃນທາງກົງກັນຂ້າມພຣະອົງຊົງເວົ້າວ່າ, ‘’ເຮົາສົນໃຈໃນຕົວເຈົ້າ. ເຮົາຕ້ອງການເຈົ້າ. ເຮົາຍິນດີຕ້ອນຮັບເຈົ້າຢູ່ທີ່ນີ້. ເຂົ້າມາເຖີດເຮົາເຝົ້າຖ້າເຈົ້າມາດົນແລ້ວ.”

            ເຊັ່ນດຽວກັບພໍ່ໃນເລື່ອງລາວຂອງລູກຊາຍທີ່ຫລົງຫາຍ (ເບິ່ງລູກາ 15:11-32). ພໍ່ນັ້ນ ອອກໄປເຝົ້າເບິ່ງຫາລູກຊາຍທີ່ຈະກັບມາບ້ານ. ບໍ່ຈຳເປັນຕ້ອງມີໃຜມາບອກພໍ່ຄົນນັ້ນວ່າ, "ລູກຂອງເຈົ້າກັບມາບ້ານແລ້ວ" ເພາະຄົນທໍາອິດທີ່ຮູ້ກໍຄືພໍ່ນັ້ນເອງ. ທ່ານຮູ້ເລຶ່ອງນີ້ ກ່ອນທີ່ທຸກຄົນໃນຄອບຄົວຈະຮູ້ເສຍອີກ.

            ທັດສະນະຄະຕິຂອງພຣະເຈົ້າທີ່ຊົງມີຕໍ່ພວກເຮົາໃນພຣະຄຣິດກໍເປັນເຊັນນັ້ນ. ພວກເຮົາ ບໍ່ໄດ້ຖືກປະຕິເສດ. ພວກເຮົາບໍ່ແມ່ນພົນລະເມືອງຊັ້ນທີ່ສອງ. ພວກເຮົາບໍ່ແມ່ນຄົນຮັບໃຊ້. ເມື່ອບຸດນ້ອຍຫລົງຫາຍກັບມາ, ລາວເຕັມໃຈທີ່ຈະເປັນພຽງຄົນຮັບໃຊ້. ແຕ່ຜູ້ເປັນພໍ່ບໍ່ຍອມ. ກົງກັນຂ້າມພໍ່ເວົ້າວ່າ, "ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ. ຈົ່ງເອົາແຫວນສວມໃສ່ນິ້ວມື, ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ. ແລ້ວຈົ່ງໄປເອົາງົວໜຸ່ມໂຕຕຸ້ຍພີດີງາມມາຂ້າແລະຈັດງານກິນລ້ຽງ! ລູກເຮົາຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວມີຊີວິດຢູ່, ລາວເສຍໄປແລ້ວ ແຕ່ບັດນີ້ໄດ້ພົບລາວອີກ." ທັງຄອບຄົວຕ່າງກໍຫຍຸ້ງກັບການກຽມຕ້ອນຮັບລູກຊາຍກັບຄືນບ້ານ.

            ໃນທຳນອງດຽວກັນພຣະເຢຊູຊົງກ່າວວ່າ:

            “ໃນທໍານອງດຽວກັນນີ້ແຫລະ ເຮົາບອກພວກເຈົ້າທັງຫລາຍວ່າ, ໃນສະຫວັນຈະມີຄວາມຊົມຊື່ນຍິນດີຫລາຍທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃຫມ່ ຫລາຍກ່ວາຄົນສິນທໍາເກົ້າສິບເກົ້າຄົນ ທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃຫມ່.” (ລູກາ 15:7 ພຄພ 2013)

            ນັ້ນຄືວິທີທີ່ພຣະເຈົ້າຊົງຕ້ອນຮັບເຮົາໃນພຣະຄຣິດ.

            ເຮົາຕ້ອງເຂົ້າໃຈຂໍ້ເທັດຈິງພື້ນຖານສອງປະການນີ້ຄື:

            1. ພຣະຄຣິດໄດ້ຊົງແບກຮັບການຖືກປະຕິເສດຂອງເຮົາໄວ້ເທີງໄມ້ກາງແຂນ ຄືຄວາມທຸກທໍລະມານແລະຄວາມເຈັບປວດໃຈທັງຫມົດ.
            2. ມີການແລກປ່ຽນເກີດຂຶ້ນຄື: ເມື່ອພວກເຮົາໄດ້ຮັບການຍອມຮັບເນຶ່ອງຈາກ ການຖືກປະຕິເສດຂອງພຣະອົງ. ພວກເຮົາກໍ "ໄດ້ຮັບການຍອມຮັບ ໃນພຣະອົງຜູ້ຊົງເປັນທີ່ຮັກ."

            ບາງຄັ້ງເຈົ້າບໍ່ຈຳເປັນຕ້ອງເຮັດຫຍັງຫລາຍໄປກວ່າການຍຶດໝັ້ນໃນຂໍ້ເທັດຈິງທັງສອງນີ້ ເພື່ອເອົາຊະນະການຖືກປະຕິເສດ. ໃນການປະຊຸມຄັ້ງໜຶ່ງທີ່ຈັດຂຶ້ນເມື່ອສອງສາມປີກ່ອນ, ຂະນະທີ່ ຂ້າພະເຈົ້າກໍາລັງຟ້າວຈະໄປເທດສະໜາແລ້ວບັງເອີນໄປພົບກັບຍິງຄົນໜຶ່ງ ທີ່ກຳລັງມຸ່ງໜ້າໄປອີກທາງໜຶ່ງ. ນາງລາວຫາຍໃຈຫອບ ແລະເວົ້າວ່າ ‘’ໂອ້ ອາຈານ ພຣິນ​ຊ໌​! ຂານ້ອຍກຳລັງອະທິຖານວ່າຖ້າພຣະເຈົ້າຕ້ອງການໃຫ້ຂ້ານ້ອຍພົບກັບອາຈານ, ເຮົາກໍຈະໄດ້ພົບກັນ.”

            ‘’ເອົາລະ,” “ຂ້າພະເຈົ້າເວົ້າວ່າ, ເຮົາໄດ້ພົບກັນແລ້ວມີບັນຫາຫຍັງບໍ່? ຂ້ອຍໃຫ້ເວລາໄດ້ປະມານສອງນາທີຂ້ອຍກຳລັງຈະຂຶ້ນເທດສະໜາແລ້ວ.“

            ນາງເລິ່ມຕົ້ນເວົ້າ, ແລະຫລັງຈາກນັ້ນປະມານເຄິ່ງນາທີ, ຂ້າພະເຈົ້າກໍເວົ້າວ່າ, "ຖ້າກ່ອນ. ຂ້ອຍຮູ້ບັນຫາຂອງເຈົ້າແລ້ວ. ຂ້ອຍບໍ່ຕ້ອງການຂໍ້ເທັດຈິງອີກ. ບັນຫາຂອງເຈັ້າຄື ການຖືກປະຕິເສດ." ຂ້າພະເຈົ້າບອກນາງວ່າ, "ໃຫ້ເຈົ້າເວົ້າອອກມາດັງໆຕາມຂ້ອຍ." ຂ້າພະເຈົ້າຈຶ່ງນຳນາງກ່າວຄໍາປະກາດເຊິ່ງນາງໄດ້ເວົ້າຕາມ. ຈື່ຄຳເວົ້າທີ່ແນ່ນອນບໍ່ໄດ້, ແຕ່ເປັນຄຳເວົ້າປະມານນີ້ຄື: "ຂ້າແດ່ພຣະເຈົ້າ, ຂ້າພຣະອົງຂອບພຣະຄຸນທີ່ພຣະອົງ ຊົງເປັນພຣະບິດາຂອງຂ້າພຣະອົງ ແລະຂ້າພຣະອົງເປັນລູກຂອງພຣະອົງ. ຂ້າພຣະອົງ ເປັນສະມາຊິກຄອບຄົວຂອງພຣະເຈົ້າ. ສະຫວັນຄືບ້ານຂອງຂ້າພຣະອົງ. ຂ້າພຣະອົງ ເປັນສ່ວນໜຶ່ງຂອງຄອບຄົວ. ຂ້າພຣະອົງບໍ່ໄດ້ຖືກປະຕິເສດ. ຂ້າພຣະອົງໄດ້ຮັບການຍອມຮັບ. ພຣະເຈົ້າຊົງຮັກຂ້າພຣະອົງ. ພຣະເຈົ້າຊົງຕ້ອງການຂ້າພຣະອົງ. ພຣະອົງຊົງຫ່ວງໄຍຂ້າພຣະອົງ." ແລ້ວຂ້າພຣະເຈົ້າກໍເວົ້າວ່າ, "ອາແມນ," ແລະ "ລາກ່ອນຂ້ອຍຕ້ອງໄປແລ້ວ," ແລ້ວກໍຈາກຍິງ​ຄົນ​ນັ້ນ​ໄປ.

            ປະມານໜື່ງເດືອນຕໍ່ມາ, ຂ້າພະເຈົ້າໄດ້ຮັບຈົດໝາຍຈາກບຸກຄົນຄົນດຽວກັນນັ້ນ ເຊິ່ງນາງບອກວ່າ, ‘’ຂ້າ​ນ້ອຍຢາກຈະບອກອາຈານວ່າສອງນາທີທີ່ອາຈານໃຊ້ເວລາກັບຂ້ານ້ອຍ ແລະ ຄຳເວົ້າເຫລົ່ານັ້ນທີ່ຂ້າ​ນ້ອຍເວົ້າໄປ ໄດ້ປ່ຽນຊີວິດທັ້ງຊີວິດຂອງຂາ​ນ້ອຍຢ່າງສິ້ນເຊີງ. ​ຂ້າ​ນ້ອຍປ່ຽນແປງໄປເປັນຄົນລະຄົນນັບຕັ້ງແຕ່ນັ້ນເປັນຕົ້ນມາ. ’’ເປັນຫຍັງຍິງຄົນ​ນັ້ນ ຈິ່ງໄດ້ຮັບການປ່ຽນແປງ? ເພາະລາວໄດ້ຮັບຮູ້ວ່າ ການເປັນທີ່ຍອມຮັບໃນພຣະຄຣິດນັ້ນ ມີໝາຍຄວາມເລິກເຊິ່ງພຽງໃດ.

            ສີ່ຂັ້ນຕອນ

            ສຳລັບຫລາຍໆຄົນ, ສຳລັບຄົນຈຳນວນຫຼາຍ, ການປະກາດງ່າຍໆທີ່ຍອມຮັບຕົນເອງໃນພຣະຄຣິດກໍຊ່ວຍແກ້ໄຂບັນຫາໄດ້ແລ້ວ. ແຕ່ສຳລັບບາງຄົນ, ອາດຕ້ອງເຮັດຫລາຍກວ່ານີ້. ດັ່ງນັ້ນ, ຂ້າພະເຈົ້າ ຈະອະທິບາຍລາຍລະອຽດເພີ່ມເຕີມອີກຫນ່ອຍຫນື່ງກ່ຽວກັບຂັ້ນຕອນງ່າຍໆ ທີ່ເຈົ້າຕ້ອງກະທໍາ ຫາກເຈົ້າປະສົບກັບບັນຫາການຖືກປະຕິເສດ. ຂ້ອຍເຊື່ອວ່າ ພຣະວິນຍານບໍລິສຸດ ຈະຊົງສຳແດງໃຫ້ເຈົ້າເຫັນວ່າເຈົ້າກຳລັງປະສົບບັນຫາຢູ່ຫລືບໍ່.

            1. ຍົກໂທດໃຫ້ຜູ້ທີ່ປະຕິເສດເຈົ້າ

            ນີ້ເປັນສິ່ງຈຳເປັນ. ເຈົ້າອາດຈະບອກວ່າ, ບໍ່ຈໍາເປັນເພາະ"ພໍ່ຂອງຂ້ອຍຕາຍແລ້ວ." ມີຄົນເວົ້າກັບຂ້າພະເຈົ້າແບບນີ້ຫລາຍເທື່ອຫລາຍຄັ້ງ, ແລະທຸກຄັ້ງ ຂ້າພະເຈົ້າກໍ​ຕອບ​ໄປວ່າ, "ນັ້ນບໍ່ສຳຄັນເພາະທີ່ເຈົ້າໃຫ້ອະໄພ ເຈົ້າບໍ່ໄດ້ເຮັດໄປເພາະເຫັນແກ່ພໍ່ຂອງເຈົ້າ. ແຕ່ເຮັດໄປກໍເພື່ອປະໂຫຍດຂອງເຈົ້າເອງ."

            ຂ້າພະເຈົ້າ ຮູ້ຈັກຊາຍໜຸ່ມຄຣິດສະຕຽນທີ່ດີຄົນຫນຶ່ງທີ່ໄດ້ຍິນກ່ຽວກັບເລຶ່ອງນີ້. ລາວຄິດວ່າເປັນເວລາຫລາຍປີທີ່ຕ້ອງແບກຮັບຄວາມຂົມຂື່ນ, ຄວາມຄຸນເຄືອງ, ຄວາມໂກດແຄ້ນ, ແລະການກະບົດ ຕໍ່ພໍ່ຂອງລາວທີ່ຕາຍໄປແລ້ວ. ລາວໄດ້ພາ​ພັນ​ລະ​ຍາເດີນທາງເປັນໄລຍະທາງຫລາຍຮ້ອຍກິໂລແມັດໄປຫາສຸສານທີ່ຝັງສົບຂອງພໍ່. ລາວໃຫ້ພັນ​ລະ​ຍາຂອງລາວຢູ່ໃນລົດ,  ສ່ວນຕົວລາວນັ້ນຍ່າງໄປທີ່ຂຸມຝັງສົບພໍ່ຕາມລຳພັງ. ລາວຄຸກເຂົ່າລົງທີ່ນັ້ນ ແລະ ໃຊ້ເວລາຫລາຍຊົ່ວໂມງຕໍ່ມາເພື່ອຂັບໄລ່ທັດສະນະຄະຕິທີ່ເປັນຜິດທັງໝົດຂອງລາວ. ລາວບໍ່ໄດ້ລຸກຂຶ້ນຈົນກວ່າຈະຮູ້ແນ່ວ່າລາວໄດ້ຍົກໂທດໃຫ້ພໍ່ແລ້ວ. ເມື່ອລາວຍ່າງອອກຈາກສຸສານນັ້ນ, ລາວກໍກາຍເປັນຄົນລະຄົນ, ປັດຈຸບັນພັນ​ລະ​ຍາຂອງລາວເປັນພະຍານວ່າ ຂ້ອຍໄດ້ສາມີຄົນໃໝ່. ພໍ່ຂອງສາມີໄດ້ເສຍຊີວິດໄປແລ້ວ, ແຕ່ຄວາມໂກດແຄ້ນຂອງສາມີເອງຍັງຄົງຢູ່.

            ການໃຫ້ອະໄພບໍ່ແມ່ນເພື່ອຜົນປະໂຫຍດຂອງຜູ້ທີ່ເສຍຊີວິດໄປແລ້ວ ຫຼື ຢູ່ໄກ; ມັນແມ່ນຈຸດຈົບຂອງຄວາມສຳພັນຂອງທ່ານທີ່ພວກເຮົາກຳລັງເວົ້າເຖິງ. ​ເຈົ້າຕ້ອງໃຫ້ອະໄພ ເພື່ອຕົວຂອງເຈົ້າເອງ. ຂ້າພະເຈົ້າ ຂໍໃຫ້ທ່ານນຶກເຖິງບາງສິ່ງທີ່ຂ້າພະເຈົ້າໄດ້ກ່າວໄປຫລາຍຄັ້ງແລ້ວກໍຄື: ການໃຫ້ອະໄພບໍ່ແມ່ນເລຶ່ອງຂອງອາລົມຄວາມຮູ້ສຶກ; ແຕ່ມັນຄືການຕັດສິນໃຈ. ຢ່າເວົ້າວ່າ “ຂ້ອຍເຮັດບໍ່ໄດ້ດອກ.” ຖ້າເວົ້າກັນຕາມຄວາມຈິງມັນຄື, “ຂ້ອຍຈະບໍ່ (ໃຫ້ອະໄພ).” ຫາກທ່ານສາມາດເວົ້າໄດ້ວ່າ, “ຂ້ອຍຈະບໍ່ (ໃຫ້ອະໄພ),” ທ່ານກໍສາມາດເວົ້າໄດ້ວ່າ, “ຂ້ອຍຈະ(ໃຫ້ອະໄພ)’” ເຊັ່ນກັນ.

            ປະການທຳອິດ, ເຈົ້າຕ້ອງໃຫ້ອະໄພທຸກຄົນທີ່ທ່ານຮູ້ສຶກວ່າເຂົາປະຕິເສດທ່ານ.

            2. ວາງຄວາມຂື່ນຂົມ, ຄວາມຄຽດແຄ້ນ, ຄວາມກຽດຊັງ, ແລະ ການກະບົດລົງ.

            ນີ້ຄືການຕອບສະໜອງສີ່ປະການທີ່ມັກມາພ້ອມກັບການຖືກປະຕິເສດທີ່ຝັງເລິກ.

            3. ຍອມຮັບຄວາມຈິງວ່າເຈົ້າເປັນທີ່ຍອມຮັບແລ້ວໃນພຣະຄຣິດ, ແລະພຣະເຈົ້າຊົງຍອມຮັບເຈົ້າ.

            ຂ້າພະເຈົ້າ ຂໍຢ້ຳອີກຄັ້ງວ່ານີ້ບໍ່ໄດ້ໝາຍຄວາມວ່າພຣະອົງພຽງແຕ່ຍອມອົດທົນຕໍ່ເຈົ້າເທົ່ານັ້ນ. ແຕ່ພຣະອົງຊົງຮັກເຈົ້າ. ພຣະອົງຊົງສົນໃຈ. ແລະພຣະອົງຊົງຫ່ວງໃຍເຈົ້າ. ຂ້າພະເຈົ້າບໍ່ແນ່ໃຈວ່າໄດ້ບອກສິ່ງນີ້ກັບຄົນໜຸ່ມສາວໄປຈັກຄົນແລ້ວ ແລະໄດ້ເຫັນໃບໜ້າຂອງພວກເຂົາສົດໃສຄືກັບຂ້ອຍ.

            4. ຍັງມີອີກສິ່ງໜຶ່ງທີ່ເຈົ້າຕ້ອງໄດ້ເຮັດ, ແລະຢ່າລືມສິ່ງນີ້ຄື: ທ່ານຕ້ອງຍອມຮັບຕົວເອງ.

            ບາງຄັ້ງ​ນີ້ອາດເປັນສ່ວນທີ່ຍາກທີ່ສຸດ. ຂ້າພະເຈົ້າບອກກັບລູກໆຂອງຂ້າພະເຈົ້າວ່າ ຢ່າດູຖູກຕົນເອງ, ແລະຢ່າວິພາກວິຈານຕົວເອງ, ເພາະເຈົ້າເປັນເຄື່ອງ​ມືຂອງພຣະເຈົ້າ.

            “ສິ່ງທີ່ຖືກປັ້ນຈະກ່າວກັບຜູ້ປັ້ນວ່າ, ‘ເປັນຫຍັງເຈົ້າຈຶ່ງປັ້ນຂ້ອຍມາແບບນີ້?”’ (ໂຣມ 9:20-ພຄພ 2013)

            ບໍ່ແມ່ນໜ້າທີ່ຂອງເຈົ້າທີ່ຈະວິພາກວິຈານ. ພຣະເຈົ້າຊົງຮູ້ວ່າພຣະອົງຊົງກຳລັງເຮັດຫຍັງຢູ່. ຂໍພຽງວາງໃຈພຣະອົງໃນຖານະຄຣິດສະຕຽນ, ການວິພາກວິຈານຕົວເອງນັ້ນບໍ່ແມ່ນຄວາມຖ່ອມໃຈ; ແຕ່ເປັນການກະບົດ. ຢ່າໄດ້ດູຖູກຕົວເອງ. ເຈົ້າຄືສີພຣະຫັດຂອງພຣະເຈົ້າ, ເປັນຜົນ​ງານ​ຊີ້ນເອກຂອງພຣະອົງ, ເຊິ່ງເປັນສິ່ງທີ່ພຣະອົງຊົງອຸທິດເວລາຫລາຍທີ່ສຸດ ແລະ ໃສ່​ພຣະ​ໄທຫລາຍ​ກວ່າ​ສີ່ງ​ອື່ນ​ທີ່​ພ​ຣະ​ອົງຊົງ​ສ້າງ​ມາໃນ​ຈັກ​ກະ​ວານ​ນີ້. ເຈົ້າຄືຜູ້ທີ່ພຣະເຈົ້າ​ຊົງໃຫ້ຄວາມສຳຄັນ ແລະຄວາມສົນໃຈໃນອັນດັບທຳ​ອິດ. ຫາກນັ້ນບໍ່ເຮັດໃຫ້ເຈົ້າຮູ້ສຶກດີ, ກໍບໍ່ຮູ້ແລ້ວວ່າແມ່ນຫຍັງຈະເຮັດໃຫ້ເຈົ້າຮູ້ສຶກດີຂຶ້ນໄດ້.

            ຈົ່ງຮັບການປົດປ່ອຍ

            ເມື່ອເຮົາໄດ້ເບິ່ງແງ່ມູມຕ່າງໆ ຂອງການຖືກປະຕິເສດແລ້ວ, ຂ້າພະເຈົ້າຕ້ອງການເຊີນຊວນເຈົ້າໃຫ້ປົດປ່ອຍຕົວເອງຈາກການຖືກປະຕິເສດນັ້ນ. ບາງທີນີ້ອາດເປັນພື້ນທີ່ໃນຊີວິດຂອງເຈົ້າ ທີ່ບໍ່ເຄີຍປະເຊີນມາກ່ອນ, ແລະຕອນນີ້ ພຣະວິນຍານບໍລິສຸດ ໄດ້​ຊົງເປີດເຜີຍບາງສິ່ງທີ່ຈິດໃຈຂອງເຈົ້າປະຕິເສດຈະຮັບຮູ້ມາໂດຍຕະຫລອດ. ຫາກອົງພຣະຜູ້ເປັນເຈົ້າຊົງສຳແດງໃຫ້ເຫັນວ່າ ເຈົ້າຕ້ອງໄດ້ຮັບການປົດປ່ອຍຈາກການຖືກປະຕິເສດ, ແລະເຈົ້າຢາກຈະລົງມືປະຕິບັດຕົວຈິງ, ຂໍແນະນຳໃຫ້ເຈົ້າກ່າວຄຳປະກາດ ຕໍ່ໄປນີ້ອອກມາ​ເປັນ​ສຽງ​ດັງໆ. ແລະໃນຄະນະທີ່ກຳລັງປະກາດຄຳເຫລົ່ານີ້, ຫາກເລີ່ມສະອື້ນ ຫລືຮ້ອງໄຫ້, ຢ່າປິດກັ້ນສິ່ງນັ້ນເອົາໄວ້! ເພາະເຖິງເຈົ້າຈະມີເງິນເປັນຫລາຍພັນໂດລາກໍບໍ່ສາມາດ ຫາຊື້ປະສົບການແບບນີ້ໄດ້ອີກແລ້ວ.

            Prayer Response

            ພຣະບິດາເຈົ້າ, ຂ້າພຣະອົງຂໍໃຫ້ອະໄພ. ຂ້າພຣະອົງຂໍວາງຄວາມຂົມຂື່ນ, ຄວາມຄຸນເຄື່ອງ, ຄວາມກຽດຊັງ, ແລະການກະບົດ. ຂ້າພຣະອົງຂອບພຣະຄຸນ, ພຣະເຈົ້າ, ທີ່ຂ້າພຣະອົງ ໄດ້ຮັບການຍອມຮັບແລ້ວໃນພຣະຄຣິດ. ຂ້າພຣະອົງເປັນລູກຂອງພຣະເຈົ້າ. ສະຫວັນ ຄືບ້ານຂອງຂ້າພຣະອົງ. ຂ້າພຣະອົງເປັນສ່ວນໜຶ່ງຂອງຄອບຄົວທີ່ດີທີ່ສຸດໃນຈັກກະວານ. ຂ້າພຣະອົງເປັນເຊື້ອສາຍໃນພຣະຣາຊາວົງຂອງພຣະອົງ.

            ຂ້າແດ່ພຣະເຢຊູຄຣິດ, ຂ້າພຣະອົງເຊື່ອວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ ແລະ ເປັນຫົນທາງ​ດຽວທີ່ຈະໄປເຖິງພຣະເຈົ້າ. ພຣະອົງຊົງສິ້ນພຣະຊົນເທີງໄມ້ກາງແຂນເພື່ອບາບຂອງຂ້າພຣະອົງ, ແລະ ພຣະ​ອົງ​ຊົງ​ເປັນ​ຂື້ນ​ມາ​ຈາກ​ຄວາມ​ຕາຍ​ອີກ​ຄັ້ງ. ຂ້າພຣະອົງ ຂໍກັບໃຈຈາກບາບທັງສິ້ນຂອງຂ້າພຣະອົງ, ແລະ ຂ້າພຣະອົງຂໍໃຫ້ອະໄພທຸກຄົນ, ເໝືອນທີ່ຂ້າພຣະອົງຢາກໃຫ້ພຣະອົງຊົງໃຫ້ອະໄພຂ້າພຣະອົງ. ທຸກຄົນທີ່ປະຕິເສດ ແລະ ເຮັດໃຫ້ຂ້າພຣະອົງເຈັບປວດ ແລະບໍ່ໄດ້ສະແດງຄວາມຮັກຕໍ່ຂ້າພຣະອົງ, ພຣະອົງເຈົ້າຂາ, ບັດນີ້ຂ້າພຣະອົງຂໍອະໄພໃຫ້ພວກເຂົາທັງໝົດ.

            ຂ້າພຣະອົງວາງໃຈໃນພຣະອົງສຳລັບການໃຫ້ອະໄພຂອງພຣະອົງ, ແລະ ຂ້າພຣະອົງເຊື່ອວ່າ, ອົງພຣະຜູ້ເປັນເຈົ້າ ໄດ້​ຊົງຍອມຮັບຂ້າພຣະອົງແລ້ວໃນເວລານີ້ ເພາະຂ້າພຣະອົງຢູ່ໃນພຣະຄຣິດ. ຂ້າພຣະອົງໄດ້ຮັບການຍອມຮັບ. ຂ້າພຣະອົງໄດ້ຮັບຄວາມໂປດປານຢ່າງສູງ. ຂ້າພຣະອົງ ເປັນຈຸດມຸ້ງໝາຍຂອງການດູແລອັນພິເສດຂອງພຣະອົງ. ພຣະອົງຊົງຮັກຂ້າພຣະອົງຢ່າງແທ້ຈິງ.  ພຣະອົງຊົງຕ້ອງການຂ້າພຣະອົງ. ພຣະອົງຄືພຣະບິດາຂອງຂ້າພຣະອົງ. ຄືພຣະອົງເຈົ້າ, ຂ້າພຣະອົງຢາກຂອບພຣະຄຸນພຣະອົງ.

            ແລະຂ້າພຣະອົງຢາກຈະທູນ​ກັບພຣະອົງວ່າ: ຂ້າພຣະອົງຍອມຮັບຕົວຂອງຂ້າພຣະອົງເອງດັ່ງທີ່ພຣະຄຣິດຊົງສ້າງຂ້າພຣະອົງມາ. ຂ້າພຣະອົງເປັນສີ​ພຣະ​ຫັດຂອງພຣະອົງ. ຂ້າພຣະອົງຂອບພຣະຄຸນພຣະອົງສຳລັບສິ່ງທີ່ພຣະອົງຊົງກະ​ທຳ ແລະຂ້າພຣະອົງ ເຊື່ອວ່າພຣະອົງຊົງ ເລີ່ມຕົ້ນການດີແລ້ວ ແລະຈະຊົງ​ທຳຕໍ່ໄປຈົນເຖິງວັນແຫ່ງພຣະຄິດອົງພຣະຜູ້ເປັນເຈົ້າ. ບັດນີ້ຂ້າພຣະອົງຂໍປົດປ່ອຍຕົວຂ້າພຣະອົງເອງຈາກຄວາມກົດດັນອັນມືດມົນ, ແລະຊົ່ວຮ້າຍ. ຂ້າພຣະອົງຂໍປົດປ່ອຍຈິດວິນຍານຂອງຂ້າພຣະອົງ ໃຫ້ຊື່ນຊົມຍິນດີໃນພຣະອົງໃນພຣະນາມພຣະເຢຊູຄຣິດເຈົ້າ. ອາແມນ.

            Ad Image

            Unduh Gratis

            Surat Pengajaran ini tersedia untuk diunduh, dicetak, dan dibagikan bagi keperluan pribadi atau gerejawi.

            Kode: TL-L085-100-LAO

            Pemberian
            Berikan