ເມື່ອເຮົານຶກເຖິງເມືອງໃຫຍ່ໆເຊັ່ນ: ເມືອງໄມອາມີ, ເຮົາຈະບອກວ່າມີຄຣິດຕະຈັກທີ່ຫລາຍແຫ່ງໃນເມືອງນີ້. ແຕ່ຂ້າພະເຈົ້າບໍ່ຄິດວ່າພຣະເຈົ້າຈະຊົງທອດພຣະເນດເຫັນເຊັ່ນນັ້ນ. ຂ້າພະເຈົ້າ ເຊື່ອວ່າພຣະເຈົ້າຊົງທອດພຣະເນດເຫັນພຽງຄຣິດຕະຈັກດຽວ. ເພາະສຸດທ້າຍແລ້ວໃນໜັງສື ພຣະນິມິດໄດ້ບອກກັບເຮົາວ່າ, ພຣະເຢຊູຈະຊົງແຕ່ງງານກັບຄຣິດຕະຈັກ ຫລືເຈົ້າສາວຂອງພຣະອົງ- ແລະ ຂ້າພະເຈົ້າກໍບໍ່ເຊື່ອວ່າພຣະເຢຊູຈະຊົງເປັນຜູ້ທີ່ມີຄູ່ແຕ່ງງານຫລາຍຄົນ. ພຣະອົງຊົງຈະແຕ່ງງານສົມກັບຄຣິດຕະຈັກດຽວເທົ່ານັ້ນ. ດັ່ງນັ້ນ, ເຮົາອາດຈະນຶກເຖິງຄຣິດຕະຈັກຕ່າງໆຢ່າງຫລວງຫລາຍ, ແຕ່ ພຣະເຈົ້າຊົງທອດພຣະເນດເຫັນຄຣິດຕະຈັກພຽງຄຣິດຕະຈັກດຽວ. ເມື່ອໂປໂລຂຽນຈົດໝາຍ, ທ່ານບໍ່ໄດ້ຂຽນເຖິງ ຄຣິດຕະຈັກບັບຕີສ (Baptist Church) ໃນເມືອງໂກຣິນໂທ, ຫລື ຄຣິດຕະຈັກໂອເພິນໄບເບິ້ນ (Open Bible Church) ໃນກຸງໂຣມ, ຫລືຄຣິດຕະຈັກ ອີແວນເຈລິຄໍລ (Evangelical Church) ໃນເມືອງເອເຟໂຊ. ແຕ່ທ່ານຂຽນເຖິງຄຣິດຕະຈັກ ໃນເມືອງນັ້ນໆສະເໝີ (ເຊິ່ງໝາຍເຖິງຄຣິດຕະຈັກດຽວຂອງພຣະຄຣິດ - ຜູ້ແປ). ທຸກວັນນີ້ ເຮົາປ່ຽນແປງໄປໄກຈາກຈຸດນັ້ນຫລາຍ, ແຕ່ຂ້າພະເຈົ້າບໍ່ເຊື່ອວ່າພຣະເຈົ້າຈະຊົງປ່ຽນພຣະໄທຂອງພຣະອົງ.

ດັ່ງນັ້ນ, ຂ້າພະເຈົ້າ ເຊື່ອວ່ານີ້ເປັນສິ່ງສໍາຄັນ ທີ່ຜູ້ນໍາຄຣິດສະຕຽນມີການປະຊຸມຮ່ວມກັນ ໃນຄຣິດຕະຈັກພາຍໃນເມືອງ ຫລືພາກພື້ນນັ້ນໆ ທີ່ຈະຕ້ອງຮູ້ວິທີສ້າງສາຍສຳພັນເຊິ່ງກັນ ແລະກັນ. ມັນເປັນສິ່ງງ່າຍໆຫລາຍທີ່ຈະມີການເອົາຕົນເອງເປັນສູນກາງກໍຄື ຄິດເຖິງພຽງແຕ່ "ຄຣິດຕະຈັກຂອງຕົນເອງ" ເທົ່ານັ້ນ ແລະມຸ່ງຄວາມສົນໃຈໄປສິ່ງນັ້ນພຽງສິ່ງດຽວ. ແຕ່ນັ້ນ ບໍ່ແມ່ນທັດສະນະຄະຕິຕາມແບບພຣະຄຳພີ. ຂ້າພະເຈົ້າ ເຊື່ອວ່າເຮົາຄວນເບິ່ງເຫັນກັນ ແລະກັນໃນຖານະຜູ້ປົກຄອງຮ່ວມພາຍໃຕ້ຄຣິດຕະຈັກດຽວກັນ. ໜຶ່ງໃນອົງປະກອບທີ່ສຳຄັນທີ່ສຸດຂອງລັກສະນະຊີວິດຄຣິດສະຕຽນຈະຖືກເປີດເຜີຍອອກມາໂດຍການຖາມຕົວເອງວ່າ ໄມ້ກາງແຂນມີບົດບາດແນວໃດໃນຊີວິດຂອງເຮົາແຕ່ລະຄົນ. ໃນຄາລາເຕຍ 2:20 ໂປໂລ ໄດ້ວາງມາດຕະຖານເອົາໄວ້ວ່າ:

“ເຮົາຈຶ່ງບໍ່ມີຊີວິດຢູ່ ແຕ່ແມ່ນພຣະຄຣິດທີ່ຊົງມີຊີວິດຢູ່ໃນເຮົາ.” (ພຄພ 2013)

ຂ້າພະເຈົ້າໄດ້ຖາມຕົວເອງວ່າສິ່ງນັ້ນເປັນຈິງໃນຊີວິດຂອງຂ້າພະເຈົ້າຫລືບໍ່? ເພາະນັ້ນຄື ການປົກປ້ອງພຽງຢ່າງດຽວ. ຢູ່ໃນຄາລາເຕຍ 5:24 ໂປໂລໄດ້ກ່າວຕໍ່ໄປວ່າ:

“ສ່ວນພວກທີ່ຢູ່ໃນພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຄວາມປາຖະໜາ ກັບກິເລດຕັນຫາຂອງສັນດານມະນຸດຄຶງໄວ້ທີ່ໄມ້ກາງແຂນແລ້ວ.”

ແລະນັ້ນຄື ຄຳອະທິບາຍທີ່ກ່າວເຖິງຜູ້ທີ່ເປັນຂອງພຣະຄຣິດຢ່າງແທ້ຈິງ. ຄຳອະທິບາຍນັ້ນ ບໍ່ໄດ້ບອກວ່າພວກເຂົາຢູ່ໃນຄຣີດຕະຈັກໂອເພິນໄບເບິ້ນ (Open Bible Church) ຫລື ເປັນບັບຕິສ ຫລື ເພຣສບີເຕີຣຽນ ຫລື ກາໂຕ​ລິກ. ເຄື່ອງໝາຍດຽວຂອງຜູ້ທີ່ເປັນຂອງ ພຣະຄຣິດຢ່າງແທ້ຈິງກໍຄື ພວກເຂົາໄດ້ຄຶງເນື້ອໜັງຂອງຕົນໄວ້ທີ່ໄມ້ກາງແຂນແລ້ວ.

ໃນໂຣມ 6:6, ໂປໂລກ່າວວ່າ: "ຊີວິດເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ." ນັ້ນຄືສິ່ງທີ່ພຣະເຈົ້າກະທໍາ. ແຕ່ໃນຄາລາເຕຍ 5:24, ໂປໂລກ່າວວ່າ: ນີ້ເປັນສິ່ງທີ່ທ່ານຕ້ອງປະຕິບັດ. ຄືເຈົ້າຕ້ອງຕອກຕະປູຄືງທຳມະຊາດເນື້ອໜັງຂອງເຈົ້າເອງ. ແລະ ການຖືກຄຶງນັ້ນ ເຈັບປວດສະເໝີ. ບໍ່ມີການຄຶງໄມ້ກາງແຂນໃດທີ່ບໍ່ເຈັບປວດ.

ມາດຕະຖານຂອງພຣະເຈົ້າ

ເມື່ອເຮົາໄດ້ຍອມຮັບຄວາມຈິງແລ້ວວ່າ, ລັກສະນະຊີວິດເຊັ່ນນັ້ນຈະເກີດຂຶ້ນໄດ້ ໂດຍຜ່ານທາງໄມ້ກາງແຂນເທົ່ານັ້ນ, ໃຫ້ເຮົາມາເບິ່ງພາບຂອງລັກສະນະຊີວິດທີ່ພຣະເຈົ້າຊົງຄາດຫວັງນໍາກັນ. ສິ່ງນີ້ມີບັນທຶກໃນເພງສັນລະເສີນບົດທີ 15.

“ຂ້າແດ່ພຣະເຈົ້າຢາເວ, ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະອົງໄດ້? ຜູ້ໃດຈະນະມັດສະການທີ່ຊີໂອນ ເນີນພູສັກສິດຂອງພຣະອົງນັ້ນໄດ້? ຄືພວກທີ່ເຊື່ອຟັງພຣະເຈົ້າໃນທຸກສິ່ງ ແລະເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ, ທັງເປັນຄົນເວົ້າຄວາມຈິງຈາກຈິດໃຈດ້ວຍ; ແລະ ເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ, ບໍ່ເຮັດຜິດຕໍ່ຫມູ່ຄູ່, ແລະ ບໍ່ກ່າວຂັວນນິນທາເພື່ອນບ້ານ. ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ, ແຕ່ໃຫ້ກຽດຄົນທີ່ຢໍາເກງພຣະເຈົ້າຢາເວ; ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີເຖິງວ່າຕົນຈະເປັນຝ່າຍເສຍປະໂຫຍດກໍຕາມ. ລາວໃຫ້ຄົນຢືມເງີນໂດຍບໍ່ຄິດດອກເບ້ຍ, ທັງບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຄວາມຜິດດ້ວຍ. ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ກໍຈະໄດ້ຮັບຄວາມຫມັ້ນຄົງຕະຫລອດໄປ.”

ຂໍ້ທຳອິດຂອງພຣະຄຳພີໃນບົດນີ້ເປັນຄຳຖາມ; ແລະເພງສັນລະເສີນທີ່ເຫລືອແມ່ນເປັນຄຳຕອບ. ດາວິດໄດ້ລະບຸລັກສະນະເຈັດປະການຂອງຜູ້ທີ່ຈະອາໄສຢູ່ໃນພູເຂົາບໍລິສຸດຂອງພຣະເຈົ້າເອົາໄວ້. ຫາກເຮົາຈະໄປທີ່ນັ້ນ, ເຮົາຈໍາເປັນຕ້ອງມີຄຸນລັກສະນະເຫລົ່ານັ້ນ. ໃຫ້ເຮົາມາເບິ່ງປະເດັນເຫລົ່ານີ້ ກ່ຽວກັບບຸກຄົນທີ່ຈະອາໄສຢູ່ໃນພູເຂົາບໍລິສຸດຂອງພຣະເຈົ້າ- ແລະຂໍໃຫ້ຈື່ໄວ້ວ່າສິ່ງເຫລົ່ານີ້ ເກີດຂຶ້ນໄດ້ໂດຍພຣະຄຸນ,  ຄືພຣະຄຸນເອງທີ່ເຮັດໃຫ້ເກີດຜົນສຳເລັດ.

ເຊື່ອຟັງພຣະເຈົ້າໃນທຸກສິ່ງ. ການກະທໍາຂອງເຂົາຖືກຕ້ອງໃນສາຍພຣະເນດຂອງພຣະເຈົ້າ.

ເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ. ເຂົາບໍ່ພຽງແຕ່ເທດສະໜາສັ່ງສອນ, ແຕ່ເຂົາລົງມືປະຕິບັດ. ເຂົາເວົ້າ "ຄວາມຈິງຈາກໃຈ." ສິ່ງທີ່ອອກຈາກປາກຂອງເຂົາຄືສິ່ງທີ່ຢູ່ໃນໃຈຂອງເຂົາ. ເຂົາບໍ່ແມ່ນຄົນປາກຢ່າງ ແລະ ໃຈຄິດອີກຢ່າງ.

ຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ. ເຂົາບໍ່ເວົ້າຈາໃສ່ຮ້າຍຜູ້ອື່ນລັບຫລັງ. ເວົ້າກັນວ່າຜູ້ຮັບໃຊ້ ທີ່ເປັນຄຣິດສະຕຽນຈໍານວນຫລາຍທີ່ໄດ້ຮັບບາດເຈັບນັ້ນຕ່າງກະມີບາດແຜທີ່ຜ່ານມາ.

ຜູ້ທີ່ບໍ່ເຮັດຊົ່ວຕໍ່ເພື່ອນບ້ານຂອງຕົນ. ເຂົາເປັນຄົນມີຄວາມເມດຕາປານີແລະຍຸຕິທໍາ.

ຜູ້ທີ່ບໍ່ກ່າວຂວັນນິນທາເພື່ອນບ້ານ. ຫາກເຈົ້າໄປຫາເຂົາ ແລະ ເລົ່າໃຫ້ເຂົາຟັງເຖິງເລື້ອງບໍ່ດີກ່ຽວກັບເພື່ອນຂອງເຂົາ, ເຂົາຈະບໍ່ຟັງເຈົ້າ. ເຂົາຈະບໍ່ຍອມຮັບໃນເລື່ອງເຫລົ່ານັ້ນ. ນີ້ເປັນຫນຶ່ງໃນປະເດັນທີ່ສໍາຄັນທີ່ສຸດຂອງສິນລະທໍາຂອງຄຣິດສະຕຽນ.

ໃນສາຍຕາຂອງເຂົາຄົນຊົ່ວຖືກດູໝິ່ນ. ເຂົາຈະບໍ່ຍອມກົ້ມຫົວໃຫ້ກັບຄົນຊົ່ວຊ້າ. ເຖິງວ່າບຸກຄົນນັ້ນ ອາດມີຄວາມສໍາຄັນຫລາຍທາງການເມືອງ ຫລືແມ່ນແຕ່ໃນຄຣິດຕະຈັກ, ແຕ່ຫາກບຸກຄົນນັ້ນຊົ່ວຊ້າ, ເຂົາຈະຖືກຄົນນີ້ດູຫມິ່ນຫຢຽດຫຢາມ.

ຜູ້ທີ່ໃຫ້ກຽດຄົນທີ່ຢໍາເກງພຣະເຈົ້າຢາເວ. ເຂົາສະແດງຄວາມເຄົາລົບຕໍ່ລູກຂອງພຣະເຈົ້າ ທຸກຄົນ. ເຂົາປະຕິບັດຕໍ່ຄົນເຫລົ່ານັ້ນດ້ວຍຄວາມເຄົາລົບນັບຖືເຖິງວ່າຄົນເຫລົ່ານັ້ນອາດຈະເບິ່ງຄືບໍ່ສໍາຄັນກໍຕາມ.

ຜູ້ເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີເຖິງວ່າຕົນຈະເປັນຝ່າຍເສຍປະໂຫຍດກໍຕາມ. ເຂົາກໍບໍ່ກັບຄໍາຫາກເຂົາໃຫ້ຄໍາຫມັ້ນສັນຍາ, ເຂົາຈະຢຶດຫມັ້ນໃນສິ່ງນັ້ນເຖິງວ່າສິ່ງທີ່ສັນຍາໄວ້ ຈະເຮັດໃຫ້ຕົວເອງເສຍຜົນປະໂຫຍດກໍຕາມ.

ຜູ້ທີ່ໃຫ້ຄົນອື່ນກູ້ຢືມເງິນໂດຍບໍ່ຄິດດອກເບ້ຍ. ເຂົາບໍ່ຄິດດອກເບ້ຍກັບຄົນທີ່ກູ້ຢືມເງິນຈາກເຂົາ.

ຜູ້ບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຄວາມຜິດ. ທ່ານບໍ່ສາມາດໃຊ້ເງິນຊື້ເຂົາເພື່ອໃຫ້ຕໍ່ສູ້ກັບຜູ້ບໍລິສຸດໄດ້.

ໃນຕອນທ້າຍຂອງຂໍ້ພຣະຄຳພີໄດ້ກ່າວໄວ້ວ່າ: "ຜູ້​ທີ່​ປະຕິບັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ກໍ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ​ຕະຫລອດໄປ." ຄົນປະເພດນີ້ເປັນຄົນທີ່ບໍ່ໄດ້ຫວັ່ນໄຫວງ່າຍໆ. ຫາກຜູ້ປົກຄອງທຸກຄົນໃນຄຣິດຕະຈັກ ເປັນເຊັ່ນນັ້ນ, ກໍຈະບໍ່ມີບັນຫາໃນຄຣິດຕະຈັກ. ຂ້າພະເຈົ້າເຊື່ອວ່າສິ່ງເຫລົ່ານີ້ເປັນເຄື່ອງຫມາຍຂອງສິນລະທໍາຄຣິດສະຕຽນ. ຫາກເຮົາປະຕິບັດຕາມຫລັກການສິບປະການນີ້ ເຮົາກໍສາມາດຈັດການບັນຫາທາງດ້ານສິນລະທໍາໃນຄຣິດຕະຈັກໄດ້.

ໃຫ້ພວກເຮົາພິຈາລະນາ ໂກໂລຊາຍ 3:3–5 ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າ.

“ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ, ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ. ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ, ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ. ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ລາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ, ແລະ​ຄວາມ​ໂລບ ເຊິ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາລົບ.” ‭‭(ພຄພ 2013)

ພຣະຄຣິດຊົງເປັນຊີວິດຂອງເຮົາ ເຊິ່ງເປັນຊີວິດທີ່ບໍ່ສາມາດທໍາລາຍໄດ້, ບໍ່ສາມາດເຮັດໃຫ້ ສູນສີ້ນໄປໄດ້, ບໍ່ສາມາດເອົາຊະນະໄດ້ ແລະຈະຄົງຢູ່ຕໍ່ໄປເປັນນິດ. ໂປໂລກ່າວຕື່ມອີກວ່າ "ບັດນີ້ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້." ກ່າວອີກຢ່າງໜຶ່ງຄື, ທ່ານຕ້ອງເຮັດໃຫ້ສິ່ງເຫລົ່າ ນັ້ນຕາຍໄປ. ນີ້ບໍ່ແມ່ນປະສົບການພຽງຄັ້ງດຽວເທົ່ານັ້ນ, ແຕ່ເປັນຊີວິດທີ່ຕ້ອງມີວິໄນຢ່າງຕໍ່ເນື່ອງ.

“ເຫດສະນັ້ນ, ຖ້າຊີວິດໃນພຣະຄິດອໍານວຍການຊູກໍາລັງໃຈ, ຖ້າມີຄວາມເລົ້າໂລມປະການໃດໃນຄວາມຮັກ, ຖ້າມີສ່ວນຮ່ວມໃຈກັບພຣະວິນຍານປະການໃດ, ຖ້າມີຄວາມເມດຕາເອັນດູປະການໃດ, ກໍຂໍໃຫ້ເຈົ້າທັງຫລາຍເຮັດໃຫ້ຄວາມຍິນດີຂອງເຮົາຄົບເຕັມ ດ້ວຍການທີ່ມີຄວາມຄິດຢ່າງດຽວກັນ ມີຄວາມຮັກຢ່າງດຽວກັນ ມີໃຈຮ່ວມສາມັກຄີເປັນນໍ້າໜຶ່ງໃຈດຽວກັນ. ຢ່າເຮັດສິ່ງໃດໃນທາງຊີງດີ ຫລືຖືດີກັນ, ແຕ່ຈົ່ງຖ່ອມໃຈລົງ ຖືວ່າຄົນອື່ນດີກວ່າຕົນ.” (ຟີລິບປອຍ 2:1-4 ພຄພ 2013)

ໃນຟິລິບປອຍ 2:1-4, ໂປໂລ ບັນຍາຍເຖິງທັດສະນະຄະຕິຂອງເຮົາວ່າ: ຫາກເຮົາຕ້ອງການ ຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໃນພຣະກາຍຂອງພຣະຄຣິດໄວ້. ໂປໂລໄດ້ໃຊ້ຄຳທີ່ແຕກຕ່າງກັນຫລາຍຄຳ, ແຕ່ມີຄຳດຽວທີ່ຄວບຄຸມທັ້ງຫມົດ ນັ້ນຄື:ຄວາມອອ່ນນ້ອມຖ່ອມຕົວ. ແລະນັ້ນຄື ກະແຈສູ່ຄວາມເປັນນ້ຳຫນຶ່ງໃຈດຽວກັນ. ສຸພາສິດ 13:10 ກ່າວວ່າ "ຄໍາຫຍາບຊ້າ ສ້າງແຕ່ເລື່ອງເດືອດຮ້ອນເກາະຜິດ. ການຍອມຝັງຄວາມຄິດເຫັນ ພາໃຫ້ຕົນເປັນຄົນສະຫລາດ." ດັ່ງນັ້ນ, ຈຶ່ງເປັນສິ່ງທີ່ສົມເຫດສົມຜົນວ່າສິ່ງທີ່ກົງກັນຂ້າມກັບຄໍາຫຍາບຊ້າກໍຄື ການຍອມຮັບຟັງຄວາມຄິດເຫັນ ແລະນີ້ຄືວິທີທີ່ຈະແກ້ບັນຫາຄວາມຂັດແຍ່ງໄດ້.

ພຣະຄຳພີບໍ່ເຄີຍບອກວ່າພຣະເຈົ້າຈະຊົງເຮັດໃຫ້ເຮົາອ່ອນນ້ອມຖ່ອມຕົນ. ພຣະຄຳພີບອກເຮົາສະເໝີວ່າໃຫ້ເຮົາຖ່ອມຕົວເຮົາເອງລົງ. ສິ່ງນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຈະຊົງເຮັດເພື່ອເຮົາ. ແຕ່ເປັນສິ່ງທີ່ເຮົາຕ້ອງເຮັດເພື່ອຕົວຂອງເຮົາເອງ.

ໂປໂລຍັງກ່າວອີກດ້ວຍວ່າ: ຢ່າປ່ອຍໃຫ້ສິ່ງໜຶ່ງສິ່ງໃດເກີດຂື້ນດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ. ຕາມຄວາມຄິດເຫັນຂອງຂ້າພະເຈົ້ານັ້ນ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ ຄືບັນຫາດຽວທີ່ຍິ່ງໃຫຍ່ທີ່ສຸດໃນຄຣິດຕະຈັກ.

ຂ້າ​ພະ​ເຈົ້າ ​ມີເພື່ອນ​ຄົນໜຶ່ງທີ່​ເປັນ​ບັນ​ນາ​ທິ​ການ​ຂອງ​ວາລະສານກ່ຽວກັບສາສະໜາແຫ່ງໜື່ງໃນສະຫະລັດອາເມລິກາ. ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ເວົ້າກັບລາວວ່າ, "ຫລາຍບົດຄວາມໃນວາລະສານຂອງເຈົ້າເປັນບົດຄວາມທີ່ດີ. ແຕ່ຫລັງຈາກທີ່ຂ້ອຍໄດ້ອ່ານໂຄສະນາແລ້ວ ຂ້ອຍຮູ້ສຶກຢາກໄປອາບນ້ຳ, ເພື່ອຊຳລະລ້າງຄວາມຮູ້ສຶກທີ່ບໍ່ດີອອກໄປເພາະທຸກຢ່າງທີ່ໂຄສະນາລ້ວນແຕ່ເປັນການຍົກຍໍຕົວເອງທັ້ງນັ້ນ."

ນີ້ເປັນເລື່ອງສ່ວນບຸກຄົນ

ສາສະໜາຄຣິດ ເນັ້ນເລຶ່ອງຄວາມສຳພັນທີ່ຖືກຕ້ອງເປັນຫລັກ, ບໍ່ແມ່ນຫລັກຄຳສອນທີ່ຖືກຕ້ອງ. ຂ່າວປະເສີດບໍ່ແມ່ນຊຸດຂອງກົດເກນຕ່າງໆ. ບໍ່ແມ່ນຄຳກ່າວກ່ຽວກັບພຣະເຈົ້າ. ບໍ່ໄດ້ມາຈາກການຮູ້ທຸກສີ່ງທຸກຢ່າງກ່ຽວກັບພຣະເຈົ້າ. ຈຸດປະສົງຂອງຂ່າວປະເສີດຄື ຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ. ການເທດສະໜາຂ່າວປະເສີດໃດໆ ທີ່ບໍ່ກໍ່ໃຫ້ເກີດຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າກໍຄືຄວາມຫລົ້ມເຫລວນັ້ນເອງ.

ຢູ່ໃນມັດທາຍ 18:15-17 ພຣະເຢຊູຊົງກ່າວກ່ຽວກັບວິທີການຮັກສາຄວາມສຳພັນທີ່ຖືກຕ້ອງ ກັບຜູ້ອື່ນໄວ້ວ່າ:

“ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ສູ້ເຈົ້າ, ຈົ່ງໄປຕັກເຕືອນລາວໃຫ້ຮູ້ຄວາມຜິດດ້ວຍຕົນເອງກັບລາວເທົ່ານັ້ນ. ຖ້າລາວຍອມຟັງເຈົ້າ, ກໍໄດ້ພີ່ນ້ອງຄືນມາ. ແຕ່ຖ້າລາວບໍ່ຟັງເຈົ້າ, ຈົ່ງຈົງນໍາເອົາຄົນໜຶ່ງ ຫລືສອງຄົນໄປກັບເຈົ້າ, ເພື່ອໃຫ້ເປັນພະຍານສອງ ຫລືສາມປາກ ເພື່ອວ່າທຸກໆຖ້ອຍຄໍານັ້ນຈະລວມເປັນຫລັກຖານ. ແຕ່ຖ້າລາວບໍ່ຟັງຄົນເຫລົ່ານີ້, ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິດຕະຈັກ. ແລະ ຖ້າລາວບໍ່ຟັງຄຣິດຕະຈັກ, ກໍໃຫ້ຖືວ່າຄົນນີ້ເປັນເໜືອນຄົນບໍ່ເຊື່ອພຣະເຈົ້າ ແລະເປັນເໝືອນຄົນເກັບພາສີ.”

ດັ່ງນັ້ນ, ຈຶ່ງມີສາມຂັ້ນຕອນທີ່ກຽວຂ້ອງຄື: ເຈົ້າໄປຫາພີ່ນ້ອງຄົນນັ້ນຕົວຕໍ່ຕົວ. ຫາກເຈົ້າສາມາດຈັດການໄດ້ດ້ວຍຕົວຂອງເຈົ້າເອງ, ເຈົ້າກໍບໍ່ຈຳເປັນຕ້ອງເຮັດສິ່ງໃດຕໍ່ໄປອີກ. ແຕ່ຖ້າຫາກຕົກລົງກັນບໍ່ໄດ້, ກໍໃຫ້ຫາພະຍານທີ່ເຊື່ອຖືໄດ້ຈັກສອງສາມຄົນເພື່ອບັນທຶກເລຶ່ອງທີ່ໄດ້ປຶກສາຫາລືກັນ. ຫາກຍັງບໍ່ສາມາດຕົກລົງກັນໄດ້, ກໍໃຫ້ນຳເລື່ອງນັ້ນແຈ້ງຕໍ່ຫນ້າ ຄຣິດຕະຈັກ. ແລະ ບໍ່ວ່າຄຣິດຕະຈັກຈະຕັດສິນຢ່າງໃດກໍຕ້ອງປະຕິບັດຕາມນັ້ນ. ຫາກເຂົາຍັງບໍ່ຟັງ, ຄຣິດຕະຈັກກໍຢ່າປະຕິບັດຕໍ່ເຂົາ ໃນຖານະຜູ້ເຊື່ອອີກຕໍ່ໄປ. ເພາະເຂົາໄດ້ສູນເສຍສິດທີ່ຈະໄດ້ຊື່ວ່າເປັນຜູ້ເຊື່ອໄປແລ້ວ.

ການຕັດສິນຂອງຄຣິດຕະຈັກເຮັດໃຫ້ຄຣິດຕະຈັກມີຄວາມສຳຄັນຫລາຍ. ຂ້າພະເຈົ້າມັກຈະສົງໄສວ່າມີຄຣິດຕະຈັກແຫ່ງໃດແດ່ທີ່ຢູ່ໃນສະຖານະທີ່ຈະປະຕິບັດແບບນັ້ນໄດ້. ພຣະເຢຊູໄດ້ຊົງກ່າວຕໍ່ໄປໃນຂໍ້ 19 ແລະ 20 ວ່າ:

“ເຮົາບອກພວກເຈົ້າອີກວ່າ ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດສິ່ງຫນຶ່ງເທິງແຜ່ນດິນໂລກນີ້, ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ. ດ້ວຍວ່າ ມີສອງ ຫລືສາມຄົນມາຮ່ວມປະຊຸມໃນນາມເຮົາຢູ່ບ່ອນໃດ, ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.” ( ພຄພ 2013)

ໃນພາສາກຣີກ, ຄຳວ່າ "ຄິດເຫັນກົງກັນ" ເປັນຄຳສັບທາງດ້ານດົນຕີ. ແລະເປັນທີ່ມາຂອງຄຳວ່າ "ຊິມໂຟນີ" (ໝາຍເຖິງດົນຕີປະສານສຽງວົງໃຫຍ່-ຜູ້ແປ). ຄຳດັ່ງກ່າວອະທິບາຍເຖິງຄວາມປະສົມກົມກືນກັນ. ແລະພຣະເຢຊູຊົງກ່າວວ່າ: "ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດສິ່ງຫນຶ່ງເທິງແຜ່ນດິນໂລກນີ້, ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ." ຂ້າພະເຈົ້າບໍ່ແມ່ນນັກດົນຕີ, ແຕ່ຮູ້ວ່າການທີ່ດົນຕີຈະປະສານເຂົ້າກັນ ຫລື ການທີ່ຜູ້ທີ່ເຊື່ອເກືອບຈະສາມັກຄີກັນໄດ້ນັ້ນມັນເປັນຫຍັງທີ່ທໍລະມານຫລາຍ. ຂ້າພະເຈົ້າ ເຄີຍເຫັນຄວາມສຳພັນແບບຄຣິດສະຕຽນຫລາຍຄັ້ງ ທີ່ເກືອບຈະເປັນນ້ຳຫນື່ງໃຈດຽວກັນ. ແລະຂ້າພະເຈົ້າຄິດວ່າ ພຣະເຈົ້າຄົງປິດຫູຂອງພຣະອົງໄວ້ເທິງສະຫວັນເໜືອນກັນ.

ທ່ານອາດສັງເກດເຫັນວ່າຂ້າພະເຈົ້າຂ້າມຂໍ້ 18 ໄປ ໃຫ້ເຮົາມາພິຈາລະນານໍາກັນ.

“ດ່ັງນັ້ນ, ເຮົາຈິ່ງບອກພວກເຈົ້າຕາມຄວາມຈິງວ່າ, ສີ່ງໃດທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຜູກມັດໄວ້ໃນສະຫວັນ, ແລະ ສິ່ງໃດທີ່ພວກເຈົ້າແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນ ກໍຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນເໝືອນກັນ.”

ນັ້ນເປັນສິດອຳນາດທີ່ຍິ່ງໃຫຍ່ຫລາຍ! ໃນແງ່ໜຶ່ງນັ້ນ. ສິດອຳນາດແຫ່ງສະຫວັນຖືກມອບໄວ້ ໃຫ້ກັບເຮົາແລ້ວໃນຖານະຜູ້ເຊື່ອ. ແຕ່ໃຫ້ເຮົາສັງເກດວ່າ, ເຮົາຕ່າງຫາກທີ່ຕ້ອງລົງມືເຮັດເອງ. ຂ້າພະເຈົ້າມັກໄດ້ຍິນ ຄຣິດສະຕຽນອະທິຖານຂໍໃຫ້ພຣະເຈົ້າຊົງຜູກມັດ ຫລື ຊົງປົດປ່ອຍບາງສິ່ງອອກໄປ. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະຄຳພີໄດ້ກ່າວໄວ້. ພຣະເຈົ້າຊົງກ່າວວ່າ: "ເຈົ້າຈົ່ງຜູກມັດມັນໃນນາມຂອງເຮົາ." ມັນຂື້ນຢູ່ກັບເຮົາທີ່ຈະມີຄວາມເຊື່ອ ແລະຄວາມກ້າທີ່ຈະເຮັດສິ່ງນັ້ນຫລືບໍ່. ສະນັ້ນເມື່ອເຮົາຜູກມັດສິ່ງໃດໃນໂລກນີ້, ສິ່ງນັ້ນກໍຜູກມັດໃນສະຫວັນແລ້ວ.

ຫລາຍປີຜ່ານມາ ຂ້າພະເຈົ້າເຫັນຜູ້ຮັບໃຊ້ທີ່ເປັນຄຣິດສະຕຽນຫລາຍທ່ານທີ່ຮູ້ສຶກບໍ່ໝັ້ນຄົງ ເພາະ ຄວາມຫມັ້ນຄົງຂອງພວກເຂົາຂຶ້ນຢູ່ກັບຄວາມສຳເລັດ. ແຕ່ຂ້າພະເຈົ້າມີມູມມອງຊີວິດທີ່ແຕກຕ່າງຈາກສິ່ງນັ້ນໂດຍສິ້ນເຊີງ. ສຳລັບຂ້າພະເຈົ້ານັ້ນ, ຄວາມສຳເລັດຄື ການກະທໍາໃຫ້ພຣະບິດາພໍພຣະໄທ. ແລະຄວາມໝັ້ນຄົງກໍຄື ການທີ່ໄດ້ຮູ້ວ່າຂ້າພະເຈົ້າໄດ້ຮັບຄວາມຮັກຈາກພຣະບິດາ. ຂ້າພະເຈົ້າເຊື່ອວ່າສິ່ງນັ້ນຄື ສິ່ງທີ່ຂ່າວປະເສີດມີເປົ້າຫມາຍທີ່ຈະກະທໍາໃຫ້ເກີດຂຶ້ນ. ຖ້າຫາກວ່າ ສິດຍາພິບານທຸກຄົນໃນເມືອງມີຈຸດປະສົງຫລັກເພື່ອເຮັດໃຫ້ພຣະບິດາພໍພຣະໄທ, ກໍຈະບໍ່ມີການຊີງດີຊີງເດັ່ນ. ແລະບໍ່ມີການແຂ່ງຂັນເຊິ່ງກັນແລະກັນເລີຍ.

ຂ້າພະເຈົ້າເຊື່ອວ່າ ນັ້ນຄືວິທີທີ່ພຣະເຈົ້າຕ້ອງການໃຫ້ເຮົາດຳເນີນຊີວິດ. ແລະຂ້າພະເຈົ້າເຊື່ອວ່າ ນີ້ຄືຄຳຕອບສຳລັບຄຳຖາມວ່າດ້ວຍເລື່ອງຈາລິຍະທໍາຄຣິດສະຕຽນ. ຫາກເຮົາມີສຳພັນທີ່ຖືກຕ້ອງກັບພຣະບິດາແລ້ວ, ຄວາມສຳພັນອື່ນໆທັ້ງໝົດກໍຈະລົງຕົວຕາມໄປດ້ວຍ.