ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

ເດເຣັກ ພຣິນຊ໌
Published: 2022
Last Updated: October 2026
Read Time: 10
ກອງທັບຂອງກີເດໂອນສະແດງໃຫ້ເຫັນວ່າພຣະເຈົ້າທົດສອບຜູ້ທີ່ຖືກເອີ້ນໃຫ້ຮັບໃຊ້ໃນງານຄຣິດສະຕຽນກ່ອນທີ່ຈະຊົງແຕ່ງຕັ້ງພວກເຂົາ. ຄວາມຍາກລຳບາກ ແລະ ຄວາມສຸກສະບາຍທາງໂລກສາມາດເປີດເຜີຍວ່າຜູ້ທີ່ເຊື່ອຈະຍັງຄົງມີວິໄນ, ອຸທິດຕົນ, ແລະ ພ້ອມທີ່ຈະເອົາໃຈໃສ່ການຊົງເອີ້ນອັນຮີບດ່ວນຂອງພຣະເຈົ້າຫລືບໍ່.
ເມຶ່ອພຣະເຢຊູຄຣິດຊົງກ່າວໃນພຣະທໍາມັດທາຍ 22:14 ວ່າ, "ດ້ວຍວ່າ ມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້." ພຣະອົງບໍ່ໄດ້ຊົງກຳລັງສະເໜີຄວາມຄິດເຫັນ ຫລື ຄວາມຫນ້າຈະເປັນ. ແຕ່ພຣະອົງຊົງກຳລັງກ່າວເຖິງຂໍ້ເທັດຈິງ. ເຊິ່ງຂໍ້ເທັດຈິງນັ້ນ ຍັງຄົງເປັນຈິງໃນທຸກມື້ນີ້ເຊັ່ນດຽວກັບຕອນທີ່ພຣະເຢຊູຊົງກ່າວພຣະຄຳນັ້ນຄັ້ງທຳອິດ. ເຖິງວ່າ ສິ່ງທີ່ພຣະອົງຊົງກ່າວຈະກ່ຽວຂ້ອງກັບຄວາມລອດພົ້ນກໍຕາມ, ແຕ່ຫລັກການນັ້ນກໍໃຊ້ໄດ້ກັບການຊົງເອີ້ນເຮົາເຂົ້າສູ່ງານຮັບໃຊ້ດ້ວຍ.
ໃນຈົດໝາຍຄຳສອນຂອງ ອາຈານ ເດເຣັກ ພຣິ້ນຊ ສະບັບນີ້, ເຮົາຈະມາເບິ່ງນຳກັນຢ່າງລະອຽດວ່າ ພວກເຮົາຈະສາມາດເອົາໃຈໃສ່ (ຕອບຮັບ) ຕໍ່ການຊົງເອີ້ນເຂົ້າສູ່ງານຮັບໃຊ້ເຊິ່ງກ່ຽວຂ້ອງກັບຄຳກ່າວຂອງພຣະເຢຊູທີ່ວ່າ, "ດ້ວຍວ່າ ມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້." ໄດ້ແນວໃດ.
ໄລຍະເວລາຂອງການທົດສອບ
ຄຣິດສະຕຽນຈຳນວນຫລາຍໄດ້ຮັບການຊົງເອີ້ນຈາກພຣະເຈົ້າເຂົ້າສູ່ງານຮັບໃຊ້ຂອງພຣະອົງ. ແຕ່ ມີພຽງຫນ້ອຍຄົນເທົ່ານັ້ນທີ່ໄດ້ຮັບການຊົງເລືອກ ແລະແຕ່ງຕັ້ງໃຫ້ດຳເນີນໃນງານຮັບໃຊ້ນັ້ນ. ເປັນຫຍັງຈຶ່ງເປັນແບບນັ້ນ?
ລະຫວ່າງຊ່ວງເວລາທີ່ ຄຣິດສະຕຽນໄດ້ຮັບການຊົງເອິ້ນເຂົ້າສູ່ງານຮັບໃຊ້ຄັ້ງທໍາອິດ ກັບເວລາທີ່ ພຣະເຈົ້າຊົງແຕ່ງຕັ້ງເຂົ້າໃຫ້ຮັບໃຊ້ຈິງນັ້ນ, ໂດຍປົກກະຕິຈະມີຊ່ວງເວລາໜຶ່ງຂອງການທົດສອບ. ຫລາຍຄັ້ງຍິ່ງເຈົ້າຕ້ອງຮັບຜິດຊອບຫລາຍເທົ່າໃດ, ການທົດສອບກໍຈະຍິ່ງເຂັ້ມຂົ້ນຫລາຍຂຶ້ນເທົ່ານັ້ນ. ເພາະຜູ້ທີ່ອົດທົນຜ່ານການທົດສອບໄດ້ສຳເລັດເທົ່ານັ້ນທີ່ຈະໄດ້ຮັບການຊົງເລືອກໃຫ້ຮັບໃຊ້ແທ້ຈິງ.
ໃນພຣະຄຳພວກຜູ້ປົກຄອງ, ເປັນຄັ້ງທຳອິດເມື່ອ ກີເດໂອນໄດ້ເອີ້ນປະຊາກອນອິດສະລາເອນ ເຂົ້າສູ່ງານຮັບໃຊ້ຂອງພຣະເຈົ້າ ເພື່ອຕໍ່ສູ້ກັບພວກມີດີອານ, ເຊິ່ງມີຊາຍຈຳນວນ 32,000 ຄົນ ຕອບສະໜອງຕໍ່ການຊົງເອີ້ນ. ເຖິງຢ່າງໃດກໍຕາມ, ເມື່ອ ກີເດໂອນໄດ້ນຳຜູ້ຕິດຕາມກຸ່ມທຳອິດເຫລົ່ານັ້ນ ເຂົ້າສູ່ການທົດສອບຕາມທີ່ພຣະເຈົ້າຊົງຮຽກຮ້ອງ, ພວກເຂົາກໍເຫລືອທະຫານພຽງ 300 ຄົນເທົ່ານັ້ນ. ເຊິ່ງມີຈໍານວນໜ້ອຍກວ່າ 1% ຂອງຜູ້ທີ່ໄດ້ຮັບການເອີ້ນຜ່ານການທົດສອບ ແລະໄດ້ຮັບການຊົງເລືອກສຳລັບງານຮັບໃຊ້. ຂ້ອຍສົງໄສວ່າເປີເຊັນນີ້ ອາດຈະເທົ່າກັບໃນປະຈຸບັນນີ້.
ສຸດທ້າຍແລ້ວ, ສະຕິປັນຍາຂອງພຣະເຈົ້າກໍໄດ້ຮັບການພິສູດໂດຍຜົນທີ່ເກີດຂຶ້ນ. ກີເດໂອນສາມາດປະຕິບັດພາລະກິດຮ່ວມກັບຊາຍ 300 ຄົນທີ່ໄດ້ຜ່ານການທົດສອບ, ແລະມີລະບຽບວິໄນ ແລະມີຜົນຕອບຮັບຫລາຍກ່ວາທີ່ທ່ານເຄີຍເຮັດໄດ້ຕອນທີ່ມີຜູ້ຕິດຕາມ 32,000 ຄົນ ມາກ່ອນ. ຫລັກການດຽວກັນນີ້ກໍຍັງໃຊ້ໄດ້ຮອດປັດຈຸບັນນີ້. ຄືຜູ້ຮັບໃຊ້ ຂອງພຣະຄຣິດພຽງໜຶ່ງຄົນທີ່ໄດ້ຮັບການທົດສອບ, ການຝຶກຝົນ, ການຝຶກວິໄນ, ແລະເສຍສະຫລະຕົນເອງພຽງຄົນດຽວ ກໍມີຄ່າຫລາຍກວ່າຄຣິດສະຕຽນທີ່ມີເປົ້າໝາຍດີຈຳນວນໜຶ່ງຮ້ອຍຄົນທີ່ເປັນພຽງ “ສະມາຊິກ” ຂອງບາງກຸ່ມ ຫລືບາງອົງກອນໃດໜຶ່ງເທົ່ານັ້ນ.
ກັບໃຈໃໝ່ ຫລື ເປັນສາວົກ
ການປະກາດຂ່າວປະເສີດຍຸກໃໝ່ ມີແນວໂນ້ມໃນການວັດຜົນໄດ້ຮັບທີ່ເນັ້ນຈຳນວນຜູ້ທີ່ກັບໃຈໃໝ່. ແຕ່ຂ້າພະເຈົ້າເຊື່ອວ່າ ພຣະເຈົ້າຊົງໃຫ້ຄວາມສຳຄັນກັບການສ້າງສາວົກຫລາຍກວ່າ. ໃນສະໄໝທີ່ພຣະເຢຊູຊົງປະຕິບັດພັນທະກິດເທິງແຜ່ນດິນໂລກ, ພຣະອົງໜ້າຈະນັບ ຈຳນວນຄົນທີ່ກັບໃຈໃໝ່ໄດ້ຫລາຍພັນຄົນ. ແຕ່ໃນຊົ່ວໂມງສຸດທ້າຍກ່ອນຖືກຄຶງທີ່ໄມ້ກາງແຂນ, ພຣະອົງຊົງເຫລືອພຽງຊາຍ 11 ຄົນ ທີ່ຍັງຄົງເປັນອັກຄະສາວົກ. ແມ່ນແຕ່ຫລັງການຟື້ນຄືນພຣະຊົນຂອງພຣະອົງ, ຕໍ່ມາພຣະອົງກໍໄດ້ປາກົດແກ່ "ພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນ" ກໍຕາມ (1 ໂກຣິນໂທ 15:6), ແຕ່ມີພຽງ 120 ຄົນເທົ່ານັ້ນທີ່ເຂົ້າໄປຫ້ອງຊັ້ນເທິງເພື່ອສະແຫວງຫາລິດເດດຈາກເບື້ອງເທິງເຊິ່ງຈະເຮັດໃຫ້ພວກເຂົາກາຍເປັນພະຍານທີ່ມີປະສິດທິພາບສໍາລັບພຣະອົງ.
ແນ່ນອນວ່າມີຄວາມແຕກຕ່າງຢ່າງຊັດເຈນ ລະຫວ່າງການໄດ້ຮັບການຊົງເອີ້ນ ແລະ ການໄດ້ຮັບການຊົງເລືອກ. ການຂະຫຍາຍອານາຈັກຂອງພຣະເຈົ້າທີ່ແທ້ຈິງນັ້ນຂຶ້ນຢູ່ກັບ ຄຸນນະພາບຫລາຍກວ່າປະລິມານສະເໝີ. ເຖິງເວລາແລ້ວທີ່ເຮົາຈະເນັ້ນຢ້ຳຂໍ້ເທັດຈິງ ນີ້ອີກຄັ້ງໃນວັນນີ້.
ການທົດສອບສອງປະເພດ
ມີສອງວິທີຫລັກໆທີ່ພຣະເຈົ້າຊົງໃຊ້ທົດສອບຄຣິດສະຕຽນທີ່ໄດ້ຮັບການຊົງເອີ້ນເຂົ້າສູ່ງານຮັບໃຊ້:
- ປະການທໍາອິດ, ໂດຍການປ່ອຍໃຫ້ສິ່ງຕ່າງໆໃຫ້ກາຍເປັນເລື່ອງຍາກ.
- ປະການທີສອງ, ໂດຍການປ່ອຍສິ່ງຕ່າງໆໃຫ້ກາຍເປັນເລື່ອງງ່າຍ.
ໃນຄຳອຸປະມາເລຶ່ອງຜູ້ຫວ່ານເມັດພືດໃນມາຣະໂກບົດທີ 4, ພຣະເຢຊູຊົງປຽບທຽບເມັດພືດ ທີ່ຕົກໃສ່ດິນທີ່ມີຫີນກັບຄຣິດສະຕຽນຜູ້ທີ່ “ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮັບຄວາມຍາກລຳບາກ ຫລືຖືກຂົ່ມເຫັງເພາະພຣະທຳນັ້ນ, ເຂົາຈຶ່ງທໍ້ຖອຍໃຈທັນທີ" (ຂໍ້17). ແຕ່ພຣະອົງຍັງຊົງປຽບທຽບເມັດພືດທີ່ຕົກໃນພຸ່ມໜາມກັບຄຣິດສະຕຽນຜູ້ທີ່ "ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງຢາກມີ, ຕະຫລອດທັງຄວາມຕ້ອງການທຸກສິ່ງທຸກຢ່າງໄດ້ເຂົ້າມາຫຸ້ມຮັດພຣະທໍາໄວ້, ພຣະທໍາຈຶ່ງບໍ່ເກີດຜົນ"(ຂໍ້19).
ຄຣິດສະຕຽນບາງຄົນບໍ່ພ້ອມທີ່ຈະທົນຕໍ່ການຕໍ່ຕ້ານ, ການເຍາະເຍີ້ຍ, ຄວາມຍາກລຳບາກ ຫລື ຄວາມລົ້ມເຫລວ ເພື່ອເຫັນແກ່ຂ່າວປະເສີດ. ສ່ວນບາງຄົນກໍບໍ່ສາມາດຢືນຢູ່ໄດ້ທ່າມກາງຄວາມສະດວກສະບາຍ, ຄວາມເປັນທີ່ນິຍົມຊົມຊອບ, ແລະຄວາມສຳເລັດທາງໂລກໄດ້. ບັນດາຜູ້ທີ່ພຣະເຈົ້າຊົງເອິ້ນເຂົ້າສູ່ງານຮັບໃຊ້ນັ້ນ ຕ້ອງບໍ່ຖືກຂັດຂວາງດ້ວຍສິ່ງໃດສິ່ງໜຶ່ງ, ຫລືບໍ່ຖືກພັນທະນາການດ້ວຍອີກສິ່ງໜຶ່ງ.
ພຣະຄຳພີເຕືອນຄຣິດສະຕຽນຢ່າງຕໍ່ເນື່ອງວ່າ ພວກເຂົາຕ້ອງຄາດຫວັງວ່າຈະປະສົບກັບການທົດສອບ. ຕັ້ງແຕ່ຕົ້ນຈົດໝາຍຂອງຢາໂກໂບກ່າວວ່າ:
“ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ.” (ຢາໂກໂບ 1:2-3 ພຄພ 2013)
ເປໂຕຂຽນໄວ້ວ່າ:
ດັ່ງນັ້ນ ການທົດລອງຕ່າງໆເກີດຂຶ້ນ ເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ. ປາກົດວ່າ ຄວນໄດ້ຮັບຄຳສັນລະເສີນ ສະຫງ່າຣາສີ ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ.” (1 ເປໂຕ 1:7 ພຄພ 2013)
ການທົດສອບອັນເຂັ້ມຂົ້ນ ບໍ່ແມ່ນເລື່ອງແປກສຳລັບຜູ້ທີ່ເປັນຄຣິດສະຕຽນແທ້; ແລະການທົດລອງເຫລົ່ານັ້ນ ເຂົ້າມາໂດຍການກໍານົດໄວ້ຂອງພຣະເຈົ້າເອງ.
ໂຢບ
ພຣະຄຳພີໃຫ້ຕົວຢ່າງຢ່າງຫລວງຫລາຍຂອງບົດທົດສອບຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຈົ້າທີ່ຕ້ອງຜ່ານໄປໃຫ້ໄດ້. ຕົວຢ່າງໜຶ່ງທີ່ໂດດເດັ່ນກໍຄືເລື່ອງໂຢບນັ້ນເອງ.
ໃນຄຳພິຍານຂອງໂຢບໃນເລຶ່ອງບົດທົດສອບນັ້ນ, ໂຢບກ່າວວ່າ:
“ແຕ່ພຣະເຈົ້າຊົງຮູ້ທາງທີ່ຂ້ອຍກ້າວໄປ; ເມື່ອພຣະອົງຊົງທົດສອບຂ້ອຍແລ້ວ, ພຣະອົງຈະພົບວ່າຂ້ອຍບໍລິສຸດເໝືອນຄໍາ. ຂ້ອຍຕາມທາງຂອງພຣະອົງຢ່າງສັດຊຶ່ ແລະບໍ່ມີທ່າທີຫັນເຫໄປມາຕາມທາງໃດໆອີກ. ຂ້ອຍເຮັດຕາມເລື້ອຍໆສິ່ງທີ່ພຣະເຈົ້າໄດ້ສັ່ງມາຂ້ອຍເຮັດຕາມພຣະປະສົງບໍ່ແມ່ນ ເຮັດຕາມຂ້ອຍ." (ໂຢບ 23:10-12 ພຄພ 2013)
ໃນຂໍ້ສຸດທ້າຍ, ເຮົາພົບເຄັດລັບແຫ່ງໄຊຊະນະຂອງໂຢບ. ເຊິ່ງກໍຄື: ທັດສະນະຄະຕິທີ່ໂຢບມີຕໍ່ ພຣະຄຳຂອງພຣະເຈົ້ານັ້ນເອງ. ບັນດາຜູ້ທີ່ຍົກຍ້ອງພຣະຄຳຂອງພຣະເຈົ້າໄວ້ເໜືອສິ່ງອື່ນ ຈະສາມາດຜ່ານ ແລະໄດ້ຮັບໄຊຊະນະເໜືອການທົດສອບສະເໝີ.
ເຢເຣມີຢາ
ຜູ້ຮັບໃຊ້ຂອງພຣະເຈົ້າອີກຄົນໜຶ່ງທີ່ອົດທົນຕໍ່ການທົດສອບອັນແສນສາຫັດກໍຄືເຢເຣມີຢາ, ເຊິ່ງເປັນຊາຍທີ່ຍັງໜຸ່ມແໜ້ນເມື່ອພຣະເຈົ້າຊົງເອີ້ນເຂົາ.
ໜຶ່ງໃນບົດທົດສອບທີ່ຍາກທີ່ສຸດສຳລັບໜຸ່ມສາວຄຣິດສະຕຽນໃນການອົດທົນຄື ຄວາມໂດດດ່ຽວ. ຄວາມສັດຊື່ຕໍ່ພຣະເຈົ້າຂອງພວກເຂົາ ສາມາດແຍກພວກເຂົາອອກຈາກຄວາມສຸກ ແລະ ກິດຈະກຳທາງໂລກທີ່ວາງເປົ່າ, ເຊິ່ງເພື່ອນໆໃນໄວດຽວກັນຂອງພວກເຂົາກຳລັງຫລົງໄຫລຢູ່. ສິ່ງນີ້ເຮັດໃຫ້, ພວກເຂົາຮູ້ສຶກເຫມືອນຖືກຕັດຂາດ.
ໃນພຣະທໍາເພງຄໍ່າຄວນ 3:27-28 ເຢເຣມີຢາບັນລະຍາຍເຖິງບົດທົດສອບນີ້ວ່າ:
“ເປັນການດີເລີດທີ່ຮຽນຮູ້ເອົາຄວາມອົດທົນໃນເວລາທີ່ພວກເຮົາຍັງໜຸ່ມແໜ້ນຢູ່. ເມື່ອພວກເຮົາໄດ້ຮັບຄວາມທົນທຸກທໍລະມານກໍຄວນນັ່ງຢູ່ຄົນດຽວອົດທົນຢ່າງມິດຫງຽບ.”
ເຢເຣມີຢາເອງກໍອົດທົນຕໍ່ບົດທົດສອບນີ້ (ເຢເຣມີຢາ 15:17). ເຊັ່ນດຽວກັບໂຢບ, ເຢເຣມີຢາ ກໍເປັນຜູ້ຮັບໃຊ້ທີ່ແທ້ຈິງຂອງພຣະເຈົ້າ ຜູ້ເຊິ່ງໄດ້ຮັບກຳລັງໃນການອົດທົນຕໍ່ບົດທົດສອບ ຈາກທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະຄຳຂອງພຣະເຈົ້າ.
“ພຣະອົງໄດ້ກ່າວແກ່ຂານ້ອຍ, ແລະຂານ້ອຍກໍໄດ້ເຊື່ອຟັງພຣະອົງທຸກຖ້ອຍຄໍາ, ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ຂານ້ອຍເປັນຂອງພຣະອົງ; ສະນັ້ນ ຖ້ອຍຄໍາຂອງພຣະອົງຈຶ່ງເຮັດໃຫ້ຈິດໃຈຂອງຂານ້ອຍເຕັມລົ້ນ ໄປດ້ວຍຄວາມຊຶ່ນຊົມຍິນດີ ແລະຄວາມສຸກໃຈ.” (ເຢເຣມີຢາ 15:16 ພຄພ 2013)
ໂມເຊ
ໂມເຊ ເປັນຜູ້ຮັບໃຊ້ທີ່ຍີ່ງໃຫຍ່ອີກຄົນໜຶ່ງຂອງພຣະເຈົ້າ ຜູ້ຮຽນຮູ້ທີ່ຈະອົດທົນຕໍ່ບົດທົດສອບ. ບົດທົດສອບທຳອິດຂອງໂມເຊຄືເລື່ອງຍົດຖາບັນດາສັກ ແລະຄວາມເພີດເພີນທາງໂລກ.
ໂມເຊເຕີບໃຫຍ່ໃນລາດຊະສຳນັກຂອງຟາໂຣ ໃນຖານະເປັນຜູ້ສືບທອດບັນລັງຂອງເອຢິບ, ໂມເຊຄວນຈະໄດ້ເພີດເພີນໄປກັບຄວາມຮັ່ງມີ, ວັດທະນະທຳ, ແລະຄວາມຫລູຫລາຟຸ້ມເຟືອຍຂອງເອຢິບ. ແຕ່ເມື່ອລາວປະຕິເສດທີ່ຈະຍອມຈຳນົນຕໍ່ສິ່ງລໍ້ໃຈນີ້, ລາວກໍຖືກຂັບໄລ່ໂດຍຊົນຊາດຂອງລາວເອງ, ຖືກຂົ່ມເຫັງໂດຍຟາໂຣ, ແລະຖືກບັງຄັບໃຫ້ອົດທົນກັບການຖືກເນລະເທດ, ຄວາມທຸກຍາກ, ແລະ ຄວາມໂດດດ່ຽວເປັນເວລາ 40 ປີ. ເຖິງຢ່າງໃດກໍຕາມ, ລາວກໍສາມາດເອົາຊະນະການທົດລອງທັງໝົດນີ້ໄດ້ ເພາະລາວປະຕິເສດທີ່ຈະຍອມໃຫ້ສິ່ງດຶງດູດໃຈເຊັ່ນ ຄວາມຮັ່ງມີ ແລະ ກຽດສັກສີຊົ່ວຄາວ ທີ່ຈະເຮັດໃຫ້ລາວເບິ່ງບໍ່ເຫັນພຣະສະຫງ່າລາສີທີ່ແທ້ຈິງຂອງພຣະເຈົ້າ ແລະລາງວັນນິລັນດອນທີ່ພຣະເຈົ້າຊົງມອບໃຫ້.
ເຮັບເຣີ 11:26-27 ພຄພ 2013 ໄດ້ໃຫ້ເຫດຜົນທີ່ຢູ່່ເບື້ອງຫລັງຄວາມອົດທົນຂອງໂມເຊວ່າ:
“ເພິ່ນຖືວ່າ ຄວາມທົນທຸກ ແລະທົນອັບອາຍເພື່ອພຣະຄຣິດນັ້ນ ກໍມີຄ່າກວ່າຊັບສົມບັດທັງໝົດຂອງປະເທດເອຢິບ. ດ້ວຍວ່າ, ເພິ່ນເລັງເຫັນລາງວັນທີ່ເພິ່ນຈະໄດ້ຮັບນັ້ນ. ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ອອກຈາກປະເທດເອຢິບໄປ ໂດຍບໍ່ຢ້ານກົວຕໍ່ຄວາມໂກດຮ້າຍຂອງກະສັດ. ດ້ວຍວ່າ, ເພິ່ນໄດ້ໝັ້ນໃຈເໝືອນກັບວ່າ ຕົນໄດ້ເຫັນພຣະເຈົ້າທີ່ຕາເຫັນບໍ່ໄດ້.”
ທຸກວັນນີ້, ຄຣິດສະຕຽນໜຸ່ມສາວຈຳນວນຫລາຍເບິ່ງບໍ່ເຫັນພຣະສະຫງ່າລາສີທີ່ແທ້ຈິງ ແລະ ລາງວັນນິລັນດອນຂອງການຮັບໃຊ້ ເພາະຄວາມຄາດຫວັງຂອງພວກເຂົາແມ່ນຢູ່ໃນຄວາມສຸກສະບາຍ ແລະຄວາມສຳເລັດທາງໂລກ, ເຊິ່ງມັນກົງກັນຂ້າມກັບທັດສະນະຄະຕິຂອງໂມເຊຢ່າງສີ້ນເຊີງ.
ຄວາມສຳຄັນຂອງການຊົງເອີ້ນ
ພຣະຄຳພີໃຊ້ຄຳທີ່ຊົງພະລັງສາມຄຳກ່ຽວກັບການຊົງເອີ້ນຂອງພຣະເຈົ້າ ປະການທຳອິດຄື "ການຊົງເອີ້ນແຫ່ງເບື້ອງເທິງ" (ຟິລິບປອຍ 3:14). ການຊົງເອີ້ນນັ້ນຢູ່ໃນລະດັບທີ່ແຕກຕ່າງ ຈາກຄວາມສົນໃຈ ແລະການຮຽກຮ້ອງອື່ນໆໃນຊີວິດຂອງເຮົາ. ສຳລັບຄຣິດສະຕຽນແລ້ວ, ບໍ່ມີສິ່ງອຶ່ນໃດທີ່ຈະມາກ່ອນການຊົງເອີ້ນຂອງພຣະເຈົ້າໄດ້- ບໍ່ວ່າຈະເປັນຄອບຄົວ, ຫລື ຄວາມສຳພັນທາງໂລກໃດໆ. "ຖ້າຜູ້ໃດມາຫາເຮົາແລະ ບໍ່ຊັງພໍ່ແມ່, ລູກເມຍ, ອ້າຍນ້ອງຊາຍຍິງກັບທັງຊີວິດຂອງຕົນເອງ. ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້." (ລູກາ 14:26 ພຄພ 2013)
ປະການທີສອງ, ການຊົງເອີ້ນໃຫ້ຮັບໃຊ້ພຣະເຈົ້ານັ້ນ ຖືເປັນ "ການຊົງເອີ້ນອັນບໍລິສຸດ." (2 ຕີໂມທຽວ 1:9). ເປັນສິ່ງທີ່ສັກສິດທີ່ຕ້ອງຮັກສາໄວ້ໃຫ້ດີ, ບໍ່ໃຫ້ມີການປະນິປະນອມ ຫລືຄວາມເປິເປື້ອນໃດໆ. ທັ້ງຍັງຮຽກຮ້ອງການອຸທິດເວລາໃນການອະທິຖານ ແລະການປະຕິເສດຕົນເອງຝ່າຍວິນຍານ. ເຊິ່ງການບັນລຸຜົນສຳເລັດນັ້ນ, ຕ້ອງອາໄສຄວາມເຂັ້ມແຂງຂອງເຮົາ, ເວລາຂອງເຮົາ, ການອຸທິດຕົວ ແລະ ການຝຶກຝົນພັດທະນາຂອງປະທານ ແລະຄວາມສາມາດທຸກຢ່າງທີ່ເຮົາມີ.
ປະການທີສາມ, ການຊົງເອີ້ນຂອງພຣະເຈົ້າຄື "ການຊົງເອີ້ນຈາກສະຫວັນ" (ເຮັບເຣີ 3:1). ສຽງທີ່ເອີ້ນເຮົາໃຫ້ເຂົ້າສູ່ງານຮັບໃຊ້ຂອງຄຣິດສະຕຽນ ນັ້ນມາຈາກສະຫວັນ. ບໍ່ວ່າສຽງຈະມາ ‘’ຢ່າງສະຫງົບແຜ່ວເບົາ” ຫລື ‘’ດັ່ງສຽງຫ້ວຍໄຫລແຮງ‘’ ກໍເປັນພຣະສຸສຽງຂອງ ພຣະເຈົ້າຜູ້ຊົງອະນຸພາບສູງສຸດ. ສຽງຂອງພຣະອົງມີລິດອຳນາດສູງສຸດ ແລະ ຄູ່ຄວນກັບການເຊື່ອຟັງຢ່າງບໍ່ມີເງື່ອນໄຂ. ເມື່ອໂປໂລໄດ້ຍິນການຊົງເອີ້ນຂອງພຣະເຈົ້າ, ທ່ານກ່າວວ່າ, ເຮົາ "ບໍ່ໄດ້ປຶກສາກັນກັບມະນຸດຄົນໃດ" (ຄາລາເຕຍ 1:16 ພຄພ 2013). ໂປໂລ ບໍ່ໄດ້ຂໍຄຳຢືນຢັນ ຫລືການອະນຸຍາດຈາກຜູ້ນຳສາສະໜາໃນຊົນຊາດຂອງທ່ານ, ຫລື ແມ່ນແຕ່ ຈາກຜູ້ທີ່ເປັນອັກຄະສາວົກຂອງພຣະຄຣິດຢູ່ແລ້ວ. ແຕ່ໂປໂລຢູ່ລຳພັງກັບພຣະເຈົ້າ- ເພື່ອທີ່ຈະຄົ້ນພົບພຣະປະສົງຂອງພຣະເຈົ້າໃນຊີວິດຂອງທ່ານ.
ທຸກວັນນີ້, ເມື່ອພຣະເຈົ້າຊົງເອີ້ນຄຣິດສະຕຽນເຂົ້າສູ່ພັນທະກິດ, ປະຕິກິລິຍາທຳອິດຂອງຫລາຍໆຄົນຄື ການສະແຫວງຫາຄວາມຄິດເຫັນຂອງຜູ້ອື່ນ. ໃຜຈະສົ່ງຂານ້ອຍໄປ? ໃຜຈະເປັນຜູ້ຈັດຫາເງິນທືນໃຫ້ຂານ້ອຍ? ຜົນກໍຄືໃນບໍ່ຊ້າ, ພຣະສູລະສຽງຂອງພຣະເຈົ້າ ກໍຈະຖືກລົບໄປໂດຍຄວາມຄິດເຫັນຂອງມະນຸດ. ແຕ່ສຳລັບຄຣິດສະຕຽນ ທີ່ໄດ້ຮັບການຊົງເອີ້ນ ແລະ ເປັນຜູ້ທີ່ເຕັມໃຈມອບຄວາມເຊື່ອໝັ້ນທັງໝົດໄວ້ໃນພຣະເຈົ້າ, ກໍຍ່ອມໄດ້ຮັບການຮັບຮອງ ອັນເປັນສຸກຈາກພຣະຄໍາຂອງພຣະເຈົ້າ:
“ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທໍາ, ພຣະອົງນັ້ນແຫລະ ຈະຊົງດໍາເນີນງານ." (1 ເທສະໂລນິກ 5:24 ພຄພ 2013)
ການບັນລຸຜົນສຳເລັດຂອງການຊົງເອີ້ນຂອງຄຣິດສະຕຽນນັ້ນຂຶ້ນຢູ່ກັບພຣະເຈົ້າ ແຕ່ພຽງຜູ້ດຽວ.
ຢ່າຊັກຊ້າ
ປະການສຸດທ້າຍກໍຄື, ການຊົງເອີ້ນຂອງພຣະເຈົ້ານັ້ນເປັນເລຶ່ອງເລັ່ງດ່ວນ ເມື່ອໂຢຊວຍປະກາດ ຕໍ່ໜ້າຊົນຊາດອິດສະລາເອນ ໃຫ້ຮັບໃຊ້ພຣະເຈົ້າ, ທ່ານກ່າວວ່າ: "ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ." (ໂຢຊວຍ 24:15), ສ່ວນເພງສັນລະເສີນ 95:7 ກ່າວວ່າ:
“ວັນນີ້ ຈົ່ງເຊື່ອຟັງສິ່ງທີ່ພຣະອົງກ່າວ!”
ການຊົງເອີ້ນຂອງພຣະເຈົ້າ ບໍ່ໄດ້ຖ້າຄວາມສະດວກສະບາຍຂອງມະນຸດ. ເຮົາບໍ່ອາດເລື່ອນ ການຕັດສິນໃຈຂອງເຮົາທີ່ຈະຍ່ອມຈຳນົນຕໍ່ພຣະອົງໄປຍັງ "ຊ່ວງເວລາທີ່ສະດວກ." ຫລາຍກວ່ານີ້ມານເວົ້າວ່າ "ມື້ອື່ນ;" ແຕ່ພຣະເຈົ້າຊົງກ່າວວ່າ: "ມື້ນີ້."
ໃນສຸພາສິດ 1:24-32, ມີຄຳເຕືອນຢ່າງຈິງຈັງບໍ່ໃຫ້ເລື່ອນການຕອບສະໜອງຂອງເຮົາ ຕໍ່ການຊົງເອີ້ນຂອງພຣະເຈົ້າ. ພຣະຄຳຂໍ້ນີ້ບັນລະຍາຍເຖິງຜູ້ຄົນທີ່ຫັນໜີຈາກການຊົງເອີ້ນຂອງພຣະເຈົ້າເມື່ອພວກເຂົາຢູ່ໃນຄວາມຈະເລີນຮຸ່ງເຮືອງ ແລະຄວາມຕ້ອງການທີ່ພຽງພໍແລ້ວ. ເມື່ອພວກເຂົາປ່ຽນໃຈ ແລະຫັນກັບໄປສະແຫວງຫາພຣະເຈົ້າ, ມັນກໍສາຍເກີນໄປແລ້ວ! ເພາະພຣະເຈົ້າຊົງຖອນຕົວຂອງພຣະອົງອອກມາແລ້ວ. ສຽງທີ່ເຄີຍເອີ້ນນັ້ນກັບຫງຽບໄປ. ເວລາແຫ່ງໂອກາດໄດ້ຜ່ານພົ້ນໄປແລ້ວ.
ບໍ່ວ່າການຊົງເອີ້ນ ຂອງພຣະອົງຕໍ່ເຈົ້າເປັນການຊົງເອີ້ນທົ່ວໄປເຊັ່ນ (ໃນມີກາ 6:8), ຫລື ການເອີ້ນຢ່າງສະເພາະເຈາະຈົງເຊັ່ນ (ໃນ 1 ເປໂຕ 4:11), ຂ້າພະເຈົ້າຂໍຫນູນໃຈ ໃຫ້ເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ. ແລະຈົ່ງກະທຳສິ່ງນັ້ນຢ່າງຈິ່ງຈັງ. ຈົ່ງອົດທົນ ຕໍ່ບົດທົດສອບຂອງພຣະອົງ. ຈົ່ງອຸທິດຕົນເພື່ອເຮັດກິດຈະການຂອງສະຫວັນ. ຢ່າໃຫ້ເຈົ້າກາຍເປັນອີກໜຶ່ງຊື່ຂອງ (ຫລາຍໆຄົນ) ທີ່ຖືກເອີ້ນແຕ່ບໍ່ເຄີຍຖືກເລືອກເລີຍ.
ຫາກເຈົ້າຕ້ອງການທີ່ຈະຕອບສະໜອງຕອນນີ້, ຂໍໃຫ້ເຈົ້າຮ່ວມອະທິຖານສັ້ນໆກັບ ຂ້າພະເຈົ້າຕາມນີ້?
Prayer Response
ຂ້າແດ່ພຣະເຈົ້າ, ຂ້າພຣະອົງຕ້ອງການຕອບສະໜອງຕໍ່ການຊົງເອີ້ນຂອງພຣະອົງທີ່ຊົງມີຕໍ່ຊີວິດຂອງຂ້າພຣະອົງ. ຂ້າພຣະອົງຕ້ອງການຮັບໃຊ້ພຣະອົງ ແລະ ໄດ້ຮັບການຊົງເລືອກຈາກພຣະອົງ ເພື່ອໃຫ້ແຜນການທີ່ພຣະອົງເຊິ່ງມີໄວ້ສຳລັບຂ້າພຣະອົງ ແລະ ສຳລັບຜູ້ທີ່ພຣະອົງຊົງເອີ້ນຂ້າພຣະອົງໃຫ້ຮັບໃຊ້ນັ້ນບັນລຸຜົນສຳເລັດ. ບໍ່ວ່າຂ້າພຣະອົງ ຈະຕ້ອງຈ່າຍລາຄ່າເທົ່າໃດກໍຕາມ, ຂ້າພຣະອົງຈະບໍ່ລໍຊ້າວັນນີ້. ແລະໃນເວລານີ້, ຂ້າພຣະອົງຂໍກ່າວກັບພຣະອົງວ່າ "ຂໍຊົງໃຊ້ຂ້າພຣະອົງເຖີດ." ອາແມນ.

ទាញយកដោយឥតគិតថ្លៃ
សេចក្តីបង្រៀននេះអាចទាញយក បោះពុម្ព និងចែករំលែកសម្រាប់ការប្រើប្រាស់ផ្ទាល់ខ្លួន ឬក្នុងព្រះវិហារ។
កូដ: TL-L143-100-LAO



