ທາງອອກຂອງການຖືກປະຕິເສດ

ເດເຣັກ ພຣິນຊ໌
Published: 2012
Last Updated: September 2026
Read Time: 13
This teaching is not currently available in ខ្មែរ.
ການຖືກປະຕິເສດເຮັດໃຫ້ຜູ້ຄົນຮູ້ສຶກວ່າບໍ່ເປັນທີ່ຕ້ອງການ, ແຕ່ໃນພຣະຄຣິດຜູ້ເຊື່ອໄດ້ຮັບການຍອມຮັບຈາກພຣະເຈົ້າ. ພຣະເຢຊູໄດ້ຊົງແບກຮັບກການຖືກປະຕິເສດຢູ່ເທິງໄມ້ກາງແຂນ, ແລະການຕອບສະໜອງສີ່ຢ່າງມີ ການໃຫ້ອະໄພ, ການປ່ອຍວາງຄວາມຂົມຂື່ນ, ແລະ ການຍອມຮັບການຕ້ອນຮັບແລະການທໍາງານຂອງພຣະເຈົ້າ.
ໃນຈົດໝາຍສະບັບລ່າສຸດຂອງຂ້າພະເຈົ້າ, ພວກເຮົາໄດ້ພິຈາລະນາຄວາມຫມາຍຂອງການຖືກປະຕິເສດເຊິ່ງກໍຄື: ຄວາມຮູ້ສືກບໍ່ເປັນທີ່ຕ້ອງການ, ຄວາມຮູ້ສືກຕ້ອງການໃຫ້ຄົນອື່ນຮັກ, ແຕ່ກໍເບິ່ງຄືວ່າບໍ່ມີໃຜຮັກເຂົາ. ຫລື ເຂົາມີຄວາມຕ້ອງການຢາກເປັນສ່ວນໜຶ່ງຂອງກຸ່ມ, ແຕ່ຮູ້ສຶກຖືກກີດກັນ. ນີ້ແມ່ນເລື່ອງທຳມະດາສາມາດເກີດໄດ້, ແມ່ນແຕ່ໃນສັງຄົມຄຣິດສະຕຽນດ້ວຍ.
ແລ້ວເຮົາກໍພິຈາລະນາຕໍ່ໄປວ່າ: ພຣະຄຳພີພັນລະນາເຖິງການຖືກປະຕິເສດໄວ້ແນວໃດ. ໂດຍສະເພາະເລື່ອງທີ່ໜ້າສະເທືອນໃຈ ໃນເອຊາຢາ 54:6 ຂອງຜູ້ຍິງຄົນໜຶ່ງທີ່ແຕ່ງງານແລ້ວທີ່ມີຫົວໃຈແຕກສະຫລາຍ.
“‘ອິດສະລາເອນເອີຍ ເຈົ້າເປັນຄືເມຍສາວຜູ້ຫນຶ່ງທີ່ຖືກຜົວປະ ແລະ ອຸກອັ່ງຄັ່ງໃຈໃນສຸດຂີດ. ແຕ່ພຣະເຈົ້າຍາເວເອີ້ນເຈົ້າໃຫ້ກັບຄືນມາ ຈົ່ງກັບມາຫາພຣະອົງ’ ຜູ້ທີ່ເວົ້າກັບເຈົ້າວ່າ.”(ພຄພ 2013)
ການຖືກປະຕິເສດສາມາດເກີດຂຶ້ນໄດ້ຫລາຍຮູບແບບ ແລະ ບາງຄົນອາດມີປະຕິກິລິຍາຕອບສະໜອງຕໍ່ການຖືກປະຕິເສດທີ່ແຕກຕ່າງກັນອອກໄປ.
ຕອນນີ້, ຂ້າພະເຈົ້າຢາກລົມກັບທ່ານເພຶ່ອຫາຄຳຕອບຕໍ່ບັນຫາການຖືກປະຕິເສດ, ຢາກໃຫ້ທ່ານເບີ່ງຄຳຕອບຂອງພຣະຄຳພີທີ່ມີຕໍ່ກັບບັນຫາເຫລົ່ານີ້. ແລະຢາກບອກທ່ານວ່າມັນໄດ້ຜົນແທ້ໆ! ເພາະຂ້າພະເຈົ້າ ໄດ້ເຫັນຊີວິດຜູ້ຄົນຈໍານວນຫລວງຫລາຍທີ່ມີການປ່ຽນແປງໄປຢ່າງສິ້ນເຊີງ. ມັນບໍ່ແມ່ນການປ່ຽນແປງຊົ່ວຄາວ, ບໍ່ແມ່ນການປ່ຽນແປງຜິວເຜີນ, ແຕ່ເປັນການປ່ຽນແປງຢ່າງແທ້ຈິງ.
ທຸກທາງອອກທີ່ພຣະເຈົ້າຊົງມີຕໍ່ທຸກບັນຫາໃນຊີວິດຂອງເຮົາລ້ວນແລ້ວແຕ່ມາຈາກໄມ້ກາງແຂນທັງຫມົດ. ໄມ້ກາງແຂນເປັນບ່ອນເຊິ່ງພຣະເຈົ້າຊົງຈັດຕຽມວິທີການແກ້ໄຂບັນຫາທັງໝົດຂອງເຮົາ, ແລະພຣະເຢຊູໄດ້ຊົງຈັດການກັບບັນຫາຂອງການຖືກປະຕິເສດໄວ້ເທີງໄມ້ກາງແຂນດ້ວຍ.
ເມື່ອຫລາຍປີກ່ອນ (ໃນປີ ຄ.ສ 1943), ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວກັບຂ້າພະເຈົ້າຜ່ານຂອງປະທານແຫ່ງພຣະວິນຍານວ່າ: ຂ້າພະເຈົ້າຈະຕ້ອງພິຈາລະນາເຖິງເລຶ່ອງພະລາດຊະກິດທີ່ໂຄລະໂຄທາ (ຫລືບ່ອນກະໂຫລກຫົວ) ວ່າເປັນພະລາດຊະກິດທີ່ສົມບູນແບບ: ສົມບູນແບບທຸກປະການ, ສົມບູນແບບໃນທຸກດ້ານ. ຂ້າພະເຈົ້າໃຊ້ເວລາຫລາຍ 10 ປີໃນການພິຈາລະນາເລຶ່ອງພະລາດຊະກິດທີ່ໂຄລະໂຄທາທີ່ພຣະເຢຊູຊົງໄດ້ກະທໍາເທີງໄມ້ກາງແຂນ -ແລະທຸກຄັ້ງທີ່ຄິດວ່າ ຕົວເອງຮູ້ທຸກຢ່າງແລ້ວ, ກໍຄົ້ນພົບສິ່ງໃໝ່ໆສະເໝີ.
ການແລກປ່ຽນ
ຕະຫລອດຫລາຍປີຜ່ານມາ, ອົງພຣະຜູ້ເປັນເຈົ້າໄດ້ຊົງສຳແດງຫລັກການພື້ນຖານປະການໜຶ່ງ ກ່ຽວກັບໄມ້ກາງແຂນແກ່ຂ້າພະເຈົ້າ, ນັ້ນຄືການແລກປ່ຽນ,ເປັນການແລກປ່ຽນທີ່ພຣະເຈົ້າຊົງກຳນົດໄວ້. ເທິງໄມ້ກາງແຂນ, ເພື່ອໃຫ້ຄວາມຍຸຕິທຳອັນເປັນນິລັນດອນຂອງພຣະເຈົ້າສໍາເລັດ, ພຣະອົງຊົງໃຫ້ຄວາມຊົ່ວຮ້າຍທັງໝົດທີ່ສົມຄວນໄດ້ຮັບຈາກຄວາມຍຸຕິທຳຕໍ່ມະນຸດຊາດມາຮວມກັນຢູ່ກັບພຣະເຢຊູແທນ, ເພື່ອວ່າໂດຍຄວາມເຊື່ອ, ຜູ້ທີ່ກັບໃຈ ແລະຜູ້ເຊື່ອຈະໄດ້ຮັບຄວາມດີທັງໝົດທີ່ສົມຄວນໄດ້ຮັບຕາມຄວາມຍຸຕິທຳຕໍ່ພຣະເຢຊູ. ພຣະເຢຊູໄດ້ຮັບເອົາຄວາມຊົ່ວເພື່ອວ່າພວກເຮົາອາດຈະໄດ້ຮັບຄວາມດີ. ນີ້ແມ່ນເລື່ອງງ່າຍໆ, ແລະເປັນພື້ນຖານ, ແຕ່ເມື່ອທ່ານເລີ່ມເຂົ້າໃຈ, ມັນຈະເປີດທາງແຫ່ງພຣະພອນທີ່ບໍ່ມີທີ່ສິ້ນສຸດໃຫ້ກັບຈິດວິນຍານຂອງທ່ານ.
ພຣະເຈົ້າ ຊົງບັນດານໃຫ້ສິ່ງຊົ່ວຮ້າຍທັງປວງມາຢູ່ທີ່ພຣະເຢຊູ ເພື່ອເຮົາຈະໄດ້ຮັບສິ່ງທີ່ດີທັງປວງ. ແລະຍິ່ງຂ້າພະເຈົ້າຄິດແລະພິຈາລະນາກັບເລຶ່ອງນີ້ດົນເທົ່າໃດກໍຍິ່ງເຫັນວ່າ ການແລກປ່ຽນນັ້ນສົມບູນແບບຍິ່ງຂຶ້ນເທົ່ານັ້ນ. ນີ້ແມ່ນພຽງແຕ່ບາງສ່ວນຂອງການແລກປ່ຽນ:
“ພຣະເຢຊູຖືກລົງໂທດເພາະຄວາມບາບຂອງເຮົາເພື່ອທີ່ເຮົາຈະໄດ້ຮັບການອະໄພ. ພຣະເຢຊູ ຊົງບາດເຈັບເພາະຄວາມເຈັບປ່່ວຍຂອງເຮົາ ເພື່ອເຮົາຈະໄດ້ຮັບການຮັກສາໃຫ້ຫາຍ. ພຣະເຢຊູຊົງເຈັບປ່່ວຍ ເພື່ອໃຫ້ເຮົາມີສຸຂະພາບດີ. ພຣະເຢຊູ ຊົງຍາກຈົນເພາະເຫັນແກ່ເຮົາເພື່ອເຮົາຈະໄດ້ຮັບຄວາມຮັ່ງມີຂອງພຣະອົງ. ພຣະເຢຊູ ຊົງສິ້ນພຣະຊົນ ເພາະຄວາມຕາຍຂອງເຮົາເພື່ອເຮົາຈະໄດ້ຮັບຊີວິດຂອງພຣະອົງ.”
ໃນຄະນະທີ່ຂ້າພະເຈົ້າກຳລັງທົບທວນເລຶ່ອງນີ້, ພຣະເຈົ້າຊົງກ່າວກັບຂ້າພະເຈົ້າວ່າ, "ຍັງມີອີກດ້ານໜຶ່ງຂອງການແລກປ່່ຽນນັ້ນ. ແລ້ວການຖືກປະຕິເສດເດ?" ເອຊາຢາ 53:3 ກ່າວວ່າ:
“ພວກເຮົາດູຫມິ່ນປະໝາດ ແລະປະຖີ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະ ທົນຕໍ່ຄວາມເຈັບປວດ. ບໍ່ມີຜູ້ໃດແມ່ນແຕ່ຈະຫລຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພີ່ນບໍ່ມີຫຍັງຈັກດີ້.” (ພຄພ 2013)
ເປັນເວລາ 3 ປີ 6 ເດືອນທີ່ພຣະເຢຊູຊົງອຸທິດພຣະຊົນຂອງພຣະອົງທັງຫມົດໃຫ້ກັບການກະທຳຄວາມດີຄື: ການອະໄພບາບ, ການຮັກສາໂລກໄພໄຂ້ເຈັບ, ແລະ ການປົດປ່ອຍຜູ້ທີ່ຖືກມານກົດຂີ່. ພຣະອົງບໍ່ໄດ້ເຮັດຫຍັງນອກຈາກຄວາມດີ. ໃນຕອນທ້າຍຂອງຍຸກສະໄໝນັ້ນ, ຜູ້ປົກຄອງຊາວໂຣມໄດ້ໃຫ້ຊົນຊາດຂອງພຣະອົງເຊິ່ງເປັນຊົນຊາດຢິວ ເລືອກວ່າ ພວກເຂົາຕ້ອງການຜູ້ໃດລະຫວ່າງພຣະເຢຊູຊາວນາຊາເຣັດ ຫລືອາດຊະຍາກອນທີ່ຊື່ບາຣາບາ ຜູ້ທີ່ມີຄວາມຜິດໃນການກະບົດທາງການເມືອງ, ການປຸ້ນຈີ້ ແລະ ການຄາດຕະກຳ. ດ້ວຍການຕັດສິນໃຈທີ່ໜ້າເຫລືອເຊື່ອ ແລະໜ້າສະຫລົດໃຈທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງມະນຸດ, ຄົນທັ້ງຊາດ. ຖືກຍຸໂຍງໂດຍຜູ້ນຳສາສະໜາຂອງພວກເຂົາ, ໃດ້ປະຕິເສດພຣະເຢຊູ ແລະ ໄດ້ເລືອກເອົາ ບາຣາບາ, ເຊິ່ງເປັນຜູ້ທີ່ກໍ່ກະບົດທາງການເມືອງແທນ.
ພວກເຂົາກ່າວວ່າ, “ເອົາພຣະເຢຊູໄປໃຫ້ພົ້ນ. ຄຶງພຣະອົງທີ່ໄມ້ກາງແຂນ! ພວກເຮົາບໍ່ຕ້ອງການພຣະອົງ! ພວກເຮົາເລືອກບາຣາບາ, ຜູ້ທີ່ເປັນຂີ້ລັກ ແລະໂຈນ.” ພຣະເຢຊູຊົງຕອບສະໜອງຢ່າງໃດ? ພຣະອົງຊົງອະທິຖານຕໍ່ພຣະບິດາເພື່ອຊົງອະໄພຜູ້ທີ່ຄຶງພຣະອົງ. ເທີງໄມ້ກາງແຂນ ພຣະອົງບໍ່ໄດ້ກັງວົນເຖິງສິ່ງທີ່ກຳລັງເກີດຂຶ້ນກັບພຣະອົງ. ແຕ່ພຣະອົງ ຊົງກັງວົນວ່າຈະເກີດຫຍັງຂຶ້ນກັບພວກເຂົາ. ຕົວຢ່າງອັນໜ້າອັດສະຈັນຂອງພຣະເຢຊູຄື ເຖີງວ່າພຣະອົງຊົງທົນທຸກທໍລະມານ ແລະຖືກປະຕິເສດ, ແຕ່ພຣະອົງບໍ່ໄດ້ຊົງຫ່ວງໄຍຕົວຂອງພຣະອົງເອງ. ແຕ່ກັບຫ່ວງໃຍຜູ້ທີ່ປະຕິເສດພຣະອົງ. ເຊິ່ງເປັນແບບຢ່າງທີ່ຫນ້າຊື່ນຊົມແທ້ໆ!
ເມື່ອຂ້າພະເຈົ້າວິເຄາະເລື່ອງການແລກປ່ຽນຂອງພຣະເຢຊູເທິງໄມ້ກາງແຂນໃນແງ່ຂອງບັນຫາການຖືກປະຕິເສດ, ຂ້າພະເຈົ້າ ໄດ້ນືກເຖິງບາງສິ່ງທີ່ໜ້າຕົກໃຈຄື: ເຖິງວ່າ ພຣະອົງຈະຊົງຖືກມະນຸດປະຕິເສດກໍຕາມ, ແຕ່ຄວາມທຸກທໍລະມານຄັ້ງສຸດທ້າຍຂອງພຣະເຢຊູເທີງໄມ້ກາງແຂນຄື ການຖືກປະຕິເສດໂດຍພຣະບິດາຂອງພຣະອົງ. ເມື່ອເຈົ້າອ່ານເລື່ອງນີ້ ມາຈົນເຖິງຕອນຈົບຂອງປະສົບການອັນໂຫດຮ້າຍຂອງພຣະອົງນັ້ນ, ພຣະອົງຊົງກ່າວວ່າ :
“ພຣະເຈົ້າຂອງຂານ້ອຍ, ພຣະເຈົ້າຂອງຂານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖີ້ມຂານ້ອຍເສຍ?” (ມັດທາຍ 27:46- ພຄພ 2013)
ແລະບໍ່ມີຄຳຕອບຈາກສະຫວັນ. ນັບເປັນຄັ້ງທໍາອິດໃນປະຫວັດສາດຂອງຈັກກະວານ, ທີ່ພຣະບິດາຊົງປິດຫູຕໍ່ສຽງຮ້ອງຂອງພຣະບຸດ. ແລ້ວພຣະເຢຊູກໍໄດ້ຊົງນຶກຂື້ນໄດ້ວ່າ ພຣະບິດາໄດ້ຊົງປະຕິເສດພຣະອົງ. ເຫດໃດພຣະບິດາຊົງປະຕິເສດພຣະເຢຊູ? ພຣະຄຳພີກ່າວວ່າພຣະເຈົ້ານັ້ນຊົງ:
“…ແສນບໍລິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້.” (ຮາບາກຸກ 1:13-ພຄພ 2013)
ເມື່ອພຣະເຢຊູຖືກເຮັດໃຫ້ບາບ ດ້ວຍຄວາມບາບຂອງເຮົາ, ພຣະຜູ້ເປັນເຈົ້າ ໄດ້ຫັນຕາຂອງພຣະອົງ ແລະປິດຫູຂອງພຣະອົງຕໍ່ສຽງຮ້ອງຂອງພຣະບຸດຂອງພຣະອົງ.
ຫລັງຈາກນັ້ນ, ມີສຽງຮ້ອງອີກພຽງຄັ້ງດຽວທີ່ດັງອອກມາຈາກພຣະໂອບຂອງພຣະເຢຊູ, ແລ້ວພຣະອົງກໍສິ້ນພຣະຊົນ. ຂ້າພະເຈົ້າເຊື່ອວ່າມັນຖືກຕ້ອງແທ້ແລ້ວວ່າ ພຣະອົງຊົງສິ້ນພຣະຊົນດ້ວຍພຣະໄທທີ່ແຕກສະຫລາຍ. ສິ່ງທີ່ເຮັດໃຫ້ພຣະໄທຂອງພຣະອົງແຕກສະຫລາຍນັ້ນບໍ່ແມ່ນການຖືກປະຕິເສດໂດຍຄົນຂອງພຣະອົງເອງ, ແຕ່ເປັນການຖືກປະຕິເສດໂດຍພຣະບິດາ.
ສຳລັບທຸກຄົນທີ່ອ່ານບົດຄວາມນີ້ ເຊິ່ງເປັນຜູ້ທີ່ຕ້ອງທົນທຸກທໍລະມານຈາກການຖືກປະຕິເສດ, ຂ້າພະເຈົ້າຢາກບອກທ່ານຕອນນີ້ວ່າ: ພຣະເຢຊູຊົງປະສົບກັບຄວາມເຈັບປວດທີ່ເລິກເຊິ່ງທີ່ສຸດ ຂອງການຖືກປະຕິເສດ, ລວມເຖີງການຖືກພຣະບິດາຂອງພຣະອົງປະຕິເສດ, ແລະພຣະອົງຊົງແບກຮັບໄວ້ເພື່ອເຮົາ ຄືໃຫ້ເຮົາໄດ້ຮັບການຊ່ວຍກູ້. ຫາກຈະມີຂ່າວດີ ສຳລັບຄົນໃນຍຸກນີ້ກໍຄືຈະເປັນເລຶ່ອງນີ້ນີ້ເອງ.
ການເປັນທີ່ຍອມຮັບ
ສິ່ງທີ່ກົງກັນຂ້າມກັບການຖືກປະຕິເສດແມ່ນຫຍັງ? ກໍຄືການໄດ້ຮັບການຍອມຮັບນັ້ນເອງ. ຂ້າພະເຈົ້າ, ມັກພຣະຄໍາເອເຟໂຊ 1:6 ສະບັບຄິງເຈມສໃໝ່-ພາສາອັງກິດ ເພາະວ່າພຣະຄຳ ສະບັບນີ້ກ່າວວ່າ: ພຣະເຈົ້າໄດ້ຊົງ ‘’ເຮັດໃຫ້ເຮົາເປັນທີ່ຍອມຮັບໃນຜູ້ເປັນທີ່ຮັກຂອງພຣະອົງ.’’ ພຣະເຢຊູ, ພຣະບຸດທີ່ແທ້ຈິງ ແລະ ເປັນພຣະບຸດອົງດຽວຂອງພຣະເຈົ້າ, ໄດ້ຖືກປະຕິເສດ ເພື່ອວ່າພວກເຮົາຜູ້ທີ່ເປັນກະບົດທີ່ບໍ່ສົມຄວນຈະໄດ້ຮັບການຍອມຮັບຈາກພຣະບິດາ. ສະນັ້ນ ວິທີແກ້ໄຂບັນຫາຂອງພວກເຮົາທີ່ເລິກເຊິ່ງທີ່ສຸດຄືການເຊື່ອວ່າ ພຣະເຢຊູໄດ້ທົນທຸກແບກຮັບການປະຕິເສດຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຮັບການຍອມຮັບຈາກພຣະບິດາ.
ບາງຄັ້ງອາດມີບັນຫາ ທີ່ເກີດຂຶ້ນກັບພໍ່ແມ່ໃນໂລກນີ້ທີ່ບໍ່ສາມາດແກ້ໄຂໄດ້. ແຕ່ພີ່ນ້ອງເອີຍ ເຖີງແມ່ນວ່າຈະບໍ່ມີໃຜຕ້ອງການເຈັ້າ, ບໍ່ມີໃຜຮັກເຈັ້າ, ຫລືພໍ່ແມ່ຂອງເຈັ້າອາດຈະຍັງບໍ່ໄດ້ແຕ່ງງານກັນເທື່ອກໍບໍ່ເປັນຫຍັງ. ແຕ່ເມື່ອເຈັ້າມາຫາພຣະເຈົ້າຜ່ານທາງພຣະເຢຊູຄຣິດ, ເຈັ້າຈະກາຍເປັນສະມາຊິກຂອງຄອບຄົວທີ່ດີທີ່ສຸດໃນຈັກກະວານ, ແລະພຣະເຈົ້າບໍ່ຊົງເຫັນແກ່ລູກໆທີ່ດ້ອຍກວ່າໃຜ.
ຄອບຄົວຂອງພຣະເຈົ້າ ເປັນຄອບຄົວທີ່ດີທີ່ສຸດ. ບໍ່ມີຄອບຄົວໃດທີ່ຈະທຽບເທົ່າກັບຄອບຄົວຂອງພຣະເຈົ້າ. ເຖີງວ່າຄອບຄົວຂອງເຈົ້າຈະບໍ່ໄດ້ສົນໃຈເຈົ້າ ຫລື ພໍ່ຂອງເຈົ້າປະຕິເສດເຈົ້າ ຫລື ແມ່ຂອງເຈົ້າບໍ່ເຄີຍມີເວລາໃຫ້ເຈົ້າ ຫລື ສາມີຂອງເຈົ້າບໍ່ເຄີຍສະແດງຄວາມຮັກຕໍ່ເຈົ້າກໍຕາມ, ແຕ່ພຣະເຈົ້າຍັງຄົງຕ້ອງການເຈົ້າ. ເຈົ້າໄດ້ຮັບການຍອມຮັບແລ້ວ. ເຈົ້າເປັນຈຸດມຸ່ງໝາຍ ຂອງການເອົາໃຈໃສ່ ແລະຄວາມຮັກທີ່ພິເສດຂອງພຣະອົງ. ເຈົ້າເປັນຈຸດສູນກາງຂອງທຸກສິ່ງທີ່ພຣະອົງຊົງກະທຳໃນຈັກກະວານນີ້.
ເມື່ອພຣະເຈົ້າຊົງກ່າວວ່າເຮົາເປັນທີ່ຍອມຮັບນັ້ນ, ພຣະອົງບໍ່ໄດ້ໝາຍຄວາມວ່າ ພຣະອົງ ພຽງແຕ່ຍອມອົດທົນກັບເຮົາເທົ່ານັ້ນ - ຢ່າສ້າງຄວາມລຳຄານໃຫ້ກັບພຣະອົງ, ຢ່າເຮັດໃຫ້ພຣະອົງເສຍພຣະໄທ, ຫລື ຢ່າລົບກວນພຣະອົງ. ແທ້ຈິງແລ້ວເຮົາບໍ່ເຄີຍໃຊ້ເວລາຂອງພຣະອົງຫລາຍເກີນໄປເລີຍ. ແຕ່ສິ່ງດຽວທີ່ເຮັດໃຫ້ພຣະອົງເສຍພຣະໄທກໍຄືຕອນທີ່ເຮົາ ຢູ່ຫ່າງຈາກພຣະອົງຫລາຍເກີນໄປຕ່າງຫາກ.
ພຣະເຈົ້າບໍ່ໄດ້ຍູ້ເຮົາເຂົ້າໄປໃນແຈ່ໜື່ງແລ້ວກ່າວວ່າ, ‘’ຖ້າກ່ອນ, ເຮົາກຳລັງຫຍຸ້ງຫລາຍ. ເຮົາບໍ່ມີເວລາສຳລັບເຈົ້າ.‘’ ໃນທາງກົງກັນຂ້າມພຣະອົງຊົງເວົ້າວ່າ, ‘’ເຮົາສົນໃຈໃນຕົວເຈົ້າ. ເຮົາຕ້ອງການເຈົ້າ. ເຮົາຍິນດີຕ້ອນຮັບເຈົ້າຢູ່ທີ່ນີ້. ເຂົ້າມາເຖີດເຮົາເຝົ້າຖ້າເຈົ້າມາດົນແລ້ວ.”
ເຊັ່ນດຽວກັບພໍ່ໃນເລື່ອງລາວຂອງລູກຊາຍທີ່ຫລົງຫາຍ (ເບິ່ງລູກາ 15:11-32). ພໍ່ນັ້ນ ອອກໄປເຝົ້າເບິ່ງຫາລູກຊາຍທີ່ຈະກັບມາບ້ານ. ບໍ່ຈຳເປັນຕ້ອງມີໃຜມາບອກພໍ່ຄົນນັ້ນວ່າ, "ລູກຂອງເຈົ້າກັບມາບ້ານແລ້ວ" ເພາະຄົນທໍາອິດທີ່ຮູ້ກໍຄືພໍ່ນັ້ນເອງ. ທ່ານຮູ້ເລຶ່ອງນີ້ ກ່ອນທີ່ທຸກຄົນໃນຄອບຄົວຈະຮູ້ເສຍອີກ.
ທັດສະນະຄະຕິຂອງພຣະເຈົ້າທີ່ຊົງມີຕໍ່ພວກເຮົາໃນພຣະຄຣິດກໍເປັນເຊັນນັ້ນ. ພວກເຮົາ ບໍ່ໄດ້ຖືກປະຕິເສດ. ພວກເຮົາບໍ່ແມ່ນພົນລະເມືອງຊັ້ນທີ່ສອງ. ພວກເຮົາບໍ່ແມ່ນຄົນຮັບໃຊ້. ເມື່ອບຸດນ້ອຍຫລົງຫາຍກັບມາ, ລາວເຕັມໃຈທີ່ຈະເປັນພຽງຄົນຮັບໃຊ້. ແຕ່ຜູ້ເປັນພໍ່ບໍ່ຍອມ. ກົງກັນຂ້າມພໍ່ເວົ້າວ່າ, "ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ. ຈົ່ງເອົາແຫວນສວມໃສ່ນິ້ວມື, ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ. ແລ້ວຈົ່ງໄປເອົາງົວໜຸ່ມໂຕຕຸ້ຍພີດີງາມມາຂ້າແລະຈັດງານກິນລ້ຽງ! ລູກເຮົາຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວມີຊີວິດຢູ່, ລາວເສຍໄປແລ້ວ ແຕ່ບັດນີ້ໄດ້ພົບລາວອີກ." ທັງຄອບຄົວຕ່າງກໍຫຍຸ້ງກັບການກຽມຕ້ອນຮັບລູກຊາຍກັບຄືນບ້ານ.
ໃນທຳນອງດຽວກັນພຣະເຢຊູຊົງກ່າວວ່າ:
“ໃນທໍານອງດຽວກັນນີ້ແຫລະ ເຮົາບອກພວກເຈົ້າທັງຫລາຍວ່າ, ໃນສະຫວັນຈະມີຄວາມຊົມຊື່ນຍິນດີຫລາຍທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃຫມ່ ຫລາຍກ່ວາຄົນສິນທໍາເກົ້າສິບເກົ້າຄົນ ທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃຫມ່.” (ລູກາ 15:7 ພຄພ 2013)
ນັ້ນຄືວິທີທີ່ພຣະເຈົ້າຊົງຕ້ອນຮັບເຮົາໃນພຣະຄຣິດ.
ເຮົາຕ້ອງເຂົ້າໃຈຂໍ້ເທັດຈິງພື້ນຖານສອງປະການນີ້ຄື:
- ພຣະຄຣິດໄດ້ຊົງແບກຮັບການຖືກປະຕິເສດຂອງເຮົາໄວ້ເທີງໄມ້ກາງແຂນ ຄືຄວາມທຸກທໍລະມານແລະຄວາມເຈັບປວດໃຈທັງຫມົດ.
- ມີການແລກປ່ຽນເກີດຂຶ້ນຄື: ເມື່ອພວກເຮົາໄດ້ຮັບການຍອມຮັບເນຶ່ອງຈາກ ການຖືກປະຕິເສດຂອງພຣະອົງ. ພວກເຮົາກໍ "ໄດ້ຮັບການຍອມຮັບ ໃນພຣະອົງຜູ້ຊົງເປັນທີ່ຮັກ."
ບາງຄັ້ງເຈົ້າບໍ່ຈຳເປັນຕ້ອງເຮັດຫຍັງຫລາຍໄປກວ່າການຍຶດໝັ້ນໃນຂໍ້ເທັດຈິງທັງສອງນີ້ ເພື່ອເອົາຊະນະການຖືກປະຕິເສດ. ໃນການປະຊຸມຄັ້ງໜຶ່ງທີ່ຈັດຂຶ້ນເມື່ອສອງສາມປີກ່ອນ, ຂະນະທີ່ ຂ້າພະເຈົ້າກໍາລັງຟ້າວຈະໄປເທດສະໜາແລ້ວບັງເອີນໄປພົບກັບຍິງຄົນໜຶ່ງ ທີ່ກຳລັງມຸ່ງໜ້າໄປອີກທາງໜຶ່ງ. ນາງລາວຫາຍໃຈຫອບ ແລະເວົ້າວ່າ ‘’ໂອ້ ອາຈານ ພຣິນຊ໌! ຂານ້ອຍກຳລັງອະທິຖານວ່າຖ້າພຣະເຈົ້າຕ້ອງການໃຫ້ຂ້ານ້ອຍພົບກັບອາຈານ, ເຮົາກໍຈະໄດ້ພົບກັນ.”
‘’ເອົາລະ,” “ຂ້າພະເຈົ້າເວົ້າວ່າ, ເຮົາໄດ້ພົບກັນແລ້ວມີບັນຫາຫຍັງບໍ່? ຂ້ອຍໃຫ້ເວລາໄດ້ປະມານສອງນາທີຂ້ອຍກຳລັງຈະຂຶ້ນເທດສະໜາແລ້ວ.“
ນາງເລິ່ມຕົ້ນເວົ້າ, ແລະຫລັງຈາກນັ້ນປະມານເຄິ່ງນາທີ, ຂ້າພະເຈົ້າກໍເວົ້າວ່າ, "ຖ້າກ່ອນ. ຂ້ອຍຮູ້ບັນຫາຂອງເຈົ້າແລ້ວ. ຂ້ອຍບໍ່ຕ້ອງການຂໍ້ເທັດຈິງອີກ. ບັນຫາຂອງເຈັ້າຄື ການຖືກປະຕິເສດ." ຂ້າພະເຈົ້າບອກນາງວ່າ, "ໃຫ້ເຈົ້າເວົ້າອອກມາດັງໆຕາມຂ້ອຍ." ຂ້າພະເຈົ້າຈຶ່ງນຳນາງກ່າວຄໍາປະກາດເຊິ່ງນາງໄດ້ເວົ້າຕາມ. ຈື່ຄຳເວົ້າທີ່ແນ່ນອນບໍ່ໄດ້, ແຕ່ເປັນຄຳເວົ້າປະມານນີ້ຄື: "ຂ້າແດ່ພຣະເຈົ້າ, ຂ້າພຣະອົງຂອບພຣະຄຸນທີ່ພຣະອົງ ຊົງເປັນພຣະບິດາຂອງຂ້າພຣະອົງ ແລະຂ້າພຣະອົງເປັນລູກຂອງພຣະອົງ. ຂ້າພຣະອົງ ເປັນສະມາຊິກຄອບຄົວຂອງພຣະເຈົ້າ. ສະຫວັນຄືບ້ານຂອງຂ້າພຣະອົງ. ຂ້າພຣະອົງ ເປັນສ່ວນໜຶ່ງຂອງຄອບຄົວ. ຂ້າພຣະອົງບໍ່ໄດ້ຖືກປະຕິເສດ. ຂ້າພຣະອົງໄດ້ຮັບການຍອມຮັບ. ພຣະເຈົ້າຊົງຮັກຂ້າພຣະອົງ. ພຣະເຈົ້າຊົງຕ້ອງການຂ້າພຣະອົງ. ພຣະອົງຊົງຫ່ວງໄຍຂ້າພຣະອົງ." ແລ້ວຂ້າພຣະເຈົ້າກໍເວົ້າວ່າ, "ອາແມນ," ແລະ "ລາກ່ອນຂ້ອຍຕ້ອງໄປແລ້ວ," ແລ້ວກໍຈາກຍິງຄົນນັ້ນໄປ.
ປະມານໜື່ງເດືອນຕໍ່ມາ, ຂ້າພະເຈົ້າໄດ້ຮັບຈົດໝາຍຈາກບຸກຄົນຄົນດຽວກັນນັ້ນ ເຊິ່ງນາງບອກວ່າ, ‘’ຂ້ານ້ອຍຢາກຈະບອກອາຈານວ່າສອງນາທີທີ່ອາຈານໃຊ້ເວລາກັບຂ້ານ້ອຍ ແລະ ຄຳເວົ້າເຫລົ່ານັ້ນທີ່ຂ້ານ້ອຍເວົ້າໄປ ໄດ້ປ່ຽນຊີວິດທັ້ງຊີວິດຂອງຂານ້ອຍຢ່າງສິ້ນເຊີງ. ຂ້ານ້ອຍປ່ຽນແປງໄປເປັນຄົນລະຄົນນັບຕັ້ງແຕ່ນັ້ນເປັນຕົ້ນມາ. ’’ເປັນຫຍັງຍິງຄົນນັ້ນ ຈິ່ງໄດ້ຮັບການປ່ຽນແປງ? ເພາະລາວໄດ້ຮັບຮູ້ວ່າ ການເປັນທີ່ຍອມຮັບໃນພຣະຄຣິດນັ້ນ ມີໝາຍຄວາມເລິກເຊິ່ງພຽງໃດ.
ສີ່ຂັ້ນຕອນ
ສຳລັບຫລາຍໆຄົນ, ສຳລັບຄົນຈຳນວນຫຼາຍ, ການປະກາດງ່າຍໆທີ່ຍອມຮັບຕົນເອງໃນພຣະຄຣິດກໍຊ່ວຍແກ້ໄຂບັນຫາໄດ້ແລ້ວ. ແຕ່ສຳລັບບາງຄົນ, ອາດຕ້ອງເຮັດຫລາຍກວ່ານີ້. ດັ່ງນັ້ນ, ຂ້າພະເຈົ້າ ຈະອະທິບາຍລາຍລະອຽດເພີ່ມເຕີມອີກຫນ່ອຍຫນື່ງກ່ຽວກັບຂັ້ນຕອນງ່າຍໆ ທີ່ເຈົ້າຕ້ອງກະທໍາ ຫາກເຈົ້າປະສົບກັບບັນຫາການຖືກປະຕິເສດ. ຂ້ອຍເຊື່ອວ່າ ພຣະວິນຍານບໍລິສຸດ ຈະຊົງສຳແດງໃຫ້ເຈົ້າເຫັນວ່າເຈົ້າກຳລັງປະສົບບັນຫາຢູ່ຫລືບໍ່.
1. ຍົກໂທດໃຫ້ຜູ້ທີ່ປະຕິເສດເຈົ້າ
ນີ້ເປັນສິ່ງຈຳເປັນ. ເຈົ້າອາດຈະບອກວ່າ, ບໍ່ຈໍາເປັນເພາະ"ພໍ່ຂອງຂ້ອຍຕາຍແລ້ວ." ມີຄົນເວົ້າກັບຂ້າພະເຈົ້າແບບນີ້ຫລາຍເທື່ອຫລາຍຄັ້ງ, ແລະທຸກຄັ້ງ ຂ້າພະເຈົ້າກໍຕອບໄປວ່າ, "ນັ້ນບໍ່ສຳຄັນເພາະທີ່ເຈົ້າໃຫ້ອະໄພ ເຈົ້າບໍ່ໄດ້ເຮັດໄປເພາະເຫັນແກ່ພໍ່ຂອງເຈົ້າ. ແຕ່ເຮັດໄປກໍເພື່ອປະໂຫຍດຂອງເຈົ້າເອງ."
ຂ້າພະເຈົ້າ ຮູ້ຈັກຊາຍໜຸ່ມຄຣິດສະຕຽນທີ່ດີຄົນຫນຶ່ງທີ່ໄດ້ຍິນກ່ຽວກັບເລຶ່ອງນີ້. ລາວຄິດວ່າເປັນເວລາຫລາຍປີທີ່ຕ້ອງແບກຮັບຄວາມຂົມຂື່ນ, ຄວາມຄຸນເຄືອງ, ຄວາມໂກດແຄ້ນ, ແລະການກະບົດ ຕໍ່ພໍ່ຂອງລາວທີ່ຕາຍໄປແລ້ວ. ລາວໄດ້ພາພັນລະຍາເດີນທາງເປັນໄລຍະທາງຫລາຍຮ້ອຍກິໂລແມັດໄປຫາສຸສານທີ່ຝັງສົບຂອງພໍ່. ລາວໃຫ້ພັນລະຍາຂອງລາວຢູ່ໃນລົດ, ສ່ວນຕົວລາວນັ້ນຍ່າງໄປທີ່ຂຸມຝັງສົບພໍ່ຕາມລຳພັງ. ລາວຄຸກເຂົ່າລົງທີ່ນັ້ນ ແລະ ໃຊ້ເວລາຫລາຍຊົ່ວໂມງຕໍ່ມາເພື່ອຂັບໄລ່ທັດສະນະຄະຕິທີ່ເປັນຜິດທັງໝົດຂອງລາວ. ລາວບໍ່ໄດ້ລຸກຂຶ້ນຈົນກວ່າຈະຮູ້ແນ່ວ່າລາວໄດ້ຍົກໂທດໃຫ້ພໍ່ແລ້ວ. ເມື່ອລາວຍ່າງອອກຈາກສຸສານນັ້ນ, ລາວກໍກາຍເປັນຄົນລະຄົນ, ປັດຈຸບັນພັນລະຍາຂອງລາວເປັນພະຍານວ່າ ຂ້ອຍໄດ້ສາມີຄົນໃໝ່. ພໍ່ຂອງສາມີໄດ້ເສຍຊີວິດໄປແລ້ວ, ແຕ່ຄວາມໂກດແຄ້ນຂອງສາມີເອງຍັງຄົງຢູ່.
ການໃຫ້ອະໄພບໍ່ແມ່ນເພື່ອຜົນປະໂຫຍດຂອງຜູ້ທີ່ເສຍຊີວິດໄປແລ້ວ ຫຼື ຢູ່ໄກ; ມັນແມ່ນຈຸດຈົບຂອງຄວາມສຳພັນຂອງທ່ານທີ່ພວກເຮົາກຳລັງເວົ້າເຖິງ. ເຈົ້າຕ້ອງໃຫ້ອະໄພ ເພື່ອຕົວຂອງເຈົ້າເອງ. ຂ້າພະເຈົ້າ ຂໍໃຫ້ທ່ານນຶກເຖິງບາງສິ່ງທີ່ຂ້າພະເຈົ້າໄດ້ກ່າວໄປຫລາຍຄັ້ງແລ້ວກໍຄື: ການໃຫ້ອະໄພບໍ່ແມ່ນເລຶ່ອງຂອງອາລົມຄວາມຮູ້ສຶກ; ແຕ່ມັນຄືການຕັດສິນໃຈ. ຢ່າເວົ້າວ່າ “ຂ້ອຍເຮັດບໍ່ໄດ້ດອກ.” ຖ້າເວົ້າກັນຕາມຄວາມຈິງມັນຄື, “ຂ້ອຍຈະບໍ່ (ໃຫ້ອະໄພ).” ຫາກທ່ານສາມາດເວົ້າໄດ້ວ່າ, “ຂ້ອຍຈະບໍ່ (ໃຫ້ອະໄພ),” ທ່ານກໍສາມາດເວົ້າໄດ້ວ່າ, “ຂ້ອຍຈະ(ໃຫ້ອະໄພ)’” ເຊັ່ນກັນ.
ປະການທຳອິດ, ເຈົ້າຕ້ອງໃຫ້ອະໄພທຸກຄົນທີ່ທ່ານຮູ້ສຶກວ່າເຂົາປະຕິເສດທ່ານ.
2. ວາງຄວາມຂື່ນຂົມ, ຄວາມຄຽດແຄ້ນ, ຄວາມກຽດຊັງ, ແລະ ການກະບົດລົງ.
ນີ້ຄືການຕອບສະໜອງສີ່ປະການທີ່ມັກມາພ້ອມກັບການຖືກປະຕິເສດທີ່ຝັງເລິກ.
3. ຍອມຮັບຄວາມຈິງວ່າເຈົ້າເປັນທີ່ຍອມຮັບແລ້ວໃນພຣະຄຣິດ, ແລະພຣະເຈົ້າຊົງຍອມຮັບເຈົ້າ.
ຂ້າພະເຈົ້າ ຂໍຢ້ຳອີກຄັ້ງວ່ານີ້ບໍ່ໄດ້ໝາຍຄວາມວ່າພຣະອົງພຽງແຕ່ຍອມອົດທົນຕໍ່ເຈົ້າເທົ່ານັ້ນ. ແຕ່ພຣະອົງຊົງຮັກເຈົ້າ. ພຣະອົງຊົງສົນໃຈ. ແລະພຣະອົງຊົງຫ່ວງໃຍເຈົ້າ. ຂ້າພະເຈົ້າບໍ່ແນ່ໃຈວ່າໄດ້ບອກສິ່ງນີ້ກັບຄົນໜຸ່ມສາວໄປຈັກຄົນແລ້ວ ແລະໄດ້ເຫັນໃບໜ້າຂອງພວກເຂົາສົດໃສຄືກັບຂ້ອຍ.
4. ຍັງມີອີກສິ່ງໜຶ່ງທີ່ເຈົ້າຕ້ອງໄດ້ເຮັດ, ແລະຢ່າລືມສິ່ງນີ້ຄື: ທ່ານຕ້ອງຍອມຮັບຕົວເອງ.
ບາງຄັ້ງນີ້ອາດເປັນສ່ວນທີ່ຍາກທີ່ສຸດ. ຂ້າພະເຈົ້າບອກກັບລູກໆຂອງຂ້າພະເຈົ້າວ່າ ຢ່າດູຖູກຕົນເອງ, ແລະຢ່າວິພາກວິຈານຕົວເອງ, ເພາະເຈົ້າເປັນເຄື່ອງມືຂອງພຣະເຈົ້າ.
“ສິ່ງທີ່ຖືກປັ້ນຈະກ່າວກັບຜູ້ປັ້ນວ່າ, ‘ເປັນຫຍັງເຈົ້າຈຶ່ງປັ້ນຂ້ອຍມາແບບນີ້?”’ (ໂຣມ 9:20-ພຄພ 2013)
ບໍ່ແມ່ນໜ້າທີ່ຂອງເຈົ້າທີ່ຈະວິພາກວິຈານ. ພຣະເຈົ້າຊົງຮູ້ວ່າພຣະອົງຊົງກຳລັງເຮັດຫຍັງຢູ່. ຂໍພຽງວາງໃຈພຣະອົງໃນຖານະຄຣິດສະຕຽນ, ການວິພາກວິຈານຕົວເອງນັ້ນບໍ່ແມ່ນຄວາມຖ່ອມໃຈ; ແຕ່ເປັນການກະບົດ. ຢ່າໄດ້ດູຖູກຕົວເອງ. ເຈົ້າຄືສີພຣະຫັດຂອງພຣະເຈົ້າ, ເປັນຜົນງານຊີ້ນເອກຂອງພຣະອົງ, ເຊິ່ງເປັນສິ່ງທີ່ພຣະອົງຊົງອຸທິດເວລາຫລາຍທີ່ສຸດ ແລະ ໃສ່ພຣະໄທຫລາຍກວ່າສີ່ງອື່ນທີ່ພຣະອົງຊົງສ້າງມາໃນຈັກກະວານນີ້. ເຈົ້າຄືຜູ້ທີ່ພຣະເຈົ້າຊົງໃຫ້ຄວາມສຳຄັນ ແລະຄວາມສົນໃຈໃນອັນດັບທຳອິດ. ຫາກນັ້ນບໍ່ເຮັດໃຫ້ເຈົ້າຮູ້ສຶກດີ, ກໍບໍ່ຮູ້ແລ້ວວ່າແມ່ນຫຍັງຈະເຮັດໃຫ້ເຈົ້າຮູ້ສຶກດີຂຶ້ນໄດ້.
ຈົ່ງຮັບການປົດປ່ອຍ
ເມື່ອເຮົາໄດ້ເບິ່ງແງ່ມູມຕ່າງໆ ຂອງການຖືກປະຕິເສດແລ້ວ, ຂ້າພະເຈົ້າຕ້ອງການເຊີນຊວນເຈົ້າໃຫ້ປົດປ່ອຍຕົວເອງຈາກການຖືກປະຕິເສດນັ້ນ. ບາງທີນີ້ອາດເປັນພື້ນທີ່ໃນຊີວິດຂອງເຈົ້າ ທີ່ບໍ່ເຄີຍປະເຊີນມາກ່ອນ, ແລະຕອນນີ້ ພຣະວິນຍານບໍລິສຸດ ໄດ້ຊົງເປີດເຜີຍບາງສິ່ງທີ່ຈິດໃຈຂອງເຈົ້າປະຕິເສດຈະຮັບຮູ້ມາໂດຍຕະຫລອດ. ຫາກອົງພຣະຜູ້ເປັນເຈົ້າຊົງສຳແດງໃຫ້ເຫັນວ່າ ເຈົ້າຕ້ອງໄດ້ຮັບການປົດປ່ອຍຈາກການຖືກປະຕິເສດ, ແລະເຈົ້າຢາກຈະລົງມືປະຕິບັດຕົວຈິງ, ຂໍແນະນຳໃຫ້ເຈົ້າກ່າວຄຳປະກາດ ຕໍ່ໄປນີ້ອອກມາເປັນສຽງດັງໆ. ແລະໃນຄະນະທີ່ກຳລັງປະກາດຄຳເຫລົ່ານີ້, ຫາກເລີ່ມສະອື້ນ ຫລືຮ້ອງໄຫ້, ຢ່າປິດກັ້ນສິ່ງນັ້ນເອົາໄວ້! ເພາະເຖິງເຈົ້າຈະມີເງິນເປັນຫລາຍພັນໂດລາກໍບໍ່ສາມາດ ຫາຊື້ປະສົບການແບບນີ້ໄດ້ອີກແລ້ວ.
Prayer Response
ພຣະບິດາເຈົ້າ, ຂ້າພຣະອົງຂໍໃຫ້ອະໄພ. ຂ້າພຣະອົງຂໍວາງຄວາມຂົມຂື່ນ, ຄວາມຄຸນເຄື່ອງ, ຄວາມກຽດຊັງ, ແລະການກະບົດ. ຂ້າພຣະອົງຂອບພຣະຄຸນ, ພຣະເຈົ້າ, ທີ່ຂ້າພຣະອົງ ໄດ້ຮັບການຍອມຮັບແລ້ວໃນພຣະຄຣິດ. ຂ້າພຣະອົງເປັນລູກຂອງພຣະເຈົ້າ. ສະຫວັນ ຄືບ້ານຂອງຂ້າພຣະອົງ. ຂ້າພຣະອົງເປັນສ່ວນໜຶ່ງຂອງຄອບຄົວທີ່ດີທີ່ສຸດໃນຈັກກະວານ. ຂ້າພຣະອົງເປັນເຊື້ອສາຍໃນພຣະຣາຊາວົງຂອງພຣະອົງ.
ຂ້າແດ່ພຣະເຢຊູຄຣິດ, ຂ້າພຣະອົງເຊື່ອວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ ແລະ ເປັນຫົນທາງດຽວທີ່ຈະໄປເຖິງພຣະເຈົ້າ. ພຣະອົງຊົງສິ້ນພຣະຊົນເທີງໄມ້ກາງແຂນເພື່ອບາບຂອງຂ້າພຣະອົງ, ແລະ ພຣະອົງຊົງເປັນຂື້ນມາຈາກຄວາມຕາຍອີກຄັ້ງ. ຂ້າພຣະອົງ ຂໍກັບໃຈຈາກບາບທັງສິ້ນຂອງຂ້າພຣະອົງ, ແລະ ຂ້າພຣະອົງຂໍໃຫ້ອະໄພທຸກຄົນ, ເໝືອນທີ່ຂ້າພຣະອົງຢາກໃຫ້ພຣະອົງຊົງໃຫ້ອະໄພຂ້າພຣະອົງ. ທຸກຄົນທີ່ປະຕິເສດ ແລະ ເຮັດໃຫ້ຂ້າພຣະອົງເຈັບປວດ ແລະບໍ່ໄດ້ສະແດງຄວາມຮັກຕໍ່ຂ້າພຣະອົງ, ພຣະອົງເຈົ້າຂາ, ບັດນີ້ຂ້າພຣະອົງຂໍອະໄພໃຫ້ພວກເຂົາທັງໝົດ.
ຂ້າພຣະອົງວາງໃຈໃນພຣະອົງສຳລັບການໃຫ້ອະໄພຂອງພຣະອົງ, ແລະ ຂ້າພຣະອົງເຊື່ອວ່າ, ອົງພຣະຜູ້ເປັນເຈົ້າ ໄດ້ຊົງຍອມຮັບຂ້າພຣະອົງແລ້ວໃນເວລານີ້ ເພາະຂ້າພຣະອົງຢູ່ໃນພຣະຄຣິດ. ຂ້າພຣະອົງໄດ້ຮັບການຍອມຮັບ. ຂ້າພຣະອົງໄດ້ຮັບຄວາມໂປດປານຢ່າງສູງ. ຂ້າພຣະອົງ ເປັນຈຸດມຸ້ງໝາຍຂອງການດູແລອັນພິເສດຂອງພຣະອົງ. ພຣະອົງຊົງຮັກຂ້າພຣະອົງຢ່າງແທ້ຈິງ. ພຣະອົງຊົງຕ້ອງການຂ້າພຣະອົງ. ພຣະອົງຄືພຣະບິດາຂອງຂ້າພຣະອົງ. ຄືພຣະອົງເຈົ້າ, ຂ້າພຣະອົງຢາກຂອບພຣະຄຸນພຣະອົງ.
ແລະຂ້າພຣະອົງຢາກຈະທູນກັບພຣະອົງວ່າ: ຂ້າພຣະອົງຍອມຮັບຕົວຂອງຂ້າພຣະອົງເອງດັ່ງທີ່ພຣະຄຣິດຊົງສ້າງຂ້າພຣະອົງມາ. ຂ້າພຣະອົງເປັນສີພຣະຫັດຂອງພຣະອົງ. ຂ້າພຣະອົງຂອບພຣະຄຸນພຣະອົງສຳລັບສິ່ງທີ່ພຣະອົງຊົງກະທຳ ແລະຂ້າພຣະອົງ ເຊື່ອວ່າພຣະອົງຊົງ ເລີ່ມຕົ້ນການດີແລ້ວ ແລະຈະຊົງທຳຕໍ່ໄປຈົນເຖິງວັນແຫ່ງພຣະຄິດອົງພຣະຜູ້ເປັນເຈົ້າ. ບັດນີ້ຂ້າພຣະອົງຂໍປົດປ່ອຍຕົວຂ້າພຣະອົງເອງຈາກຄວາມກົດດັນອັນມືດມົນ, ແລະຊົ່ວຮ້າຍ. ຂ້າພຣະອົງຂໍປົດປ່ອຍຈິດວິນຍານຂອງຂ້າພຣະອົງ ໃຫ້ຊື່ນຊົມຍິນດີໃນພຣະອົງໃນພຣະນາມພຣະເຢຊູຄຣິດເຈົ້າ. ອາແມນ.

ទាញយកដោយឥតគិតថ្លៃ
សេចក្តីបង្រៀននេះអាចទាញយក បោះពុម្ព និងចែករំលែកសម្រាប់ការប្រើប្រាស់ផ្ទាល់ខ្លួន ឬក្នុងព្រះវិហារ។
កូដ: TL-L085-100-LAO



