ຊົງບັນຊາໃຫ້ຮັກ

ເດເຣັກ ພຣິນຊ໌
Published: 1970
Last Updated: novembre 2026
Read Time: 6
This teaching is not currently available in Français.
ຄວາມຮັກຄືພຣະບັນຊາຂອງພຣະເຢຊູ ແລະ ເປັນຫລັກຖານທີ່ຊັດເຈນທີ່ສຸດວ່າໃຜເປັນສາວົກຂອງພຣະອົງ. ພຣະຄຳພີຮຽກຮ້ອງໃຫ້ຜູ້ທີ່ເຊື່ອເລືອກຄວາມຮັກທີ່ບໍ່ເຫັນແກ່ຕົວ ເຊິ່ງເປັນຄວາມຮັກທີ່ເສຍສະຫລະຕົນເອງ, ໂດຍດຳເນີນຊີວິດຕາມແບບຢ່າງຂອງພຣະເຢຊູ ແມ່ນແຕ່ໃນຍາມທີ່ຕ້ອງປະເຊີນຄວາມທຸກຍາກລໍາບາກ. ຄວາມຮັກດັ່ງກ່າວສະແດງໃຫ້ພວກເຮົາເຫັນເຖິງຊີວິດຂອງພຣະເຈົ້າໃນບັນດາປະຊາກອນຂອງພຣະອົງ ແລະ ເປັນຄໍາຕອບແກ່ໂລກທີ່ແຕກແຍກໃບນີ້.
ໃນໂລກທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ ແລະຄວາມແຕກແຍກນີ້ ເຮົາຈະດໍາເນີນຊີວິດຕາມພຣະບັນຊາຂອງພຣະເຢຊູທີ່ວ່າ 'ຈົ່ງຮັກຊຶ່ງກັນແລະກັນ' ໄດ້ຢ່າງໃດ? ໃນການວິເຄາະຂໍ້ຄິດຈາກພຣະຄໍາພີອັນຊົງອິດທິພົນນີ້, ອາຈານ ເດເຣັກ ພຣີ້ນຊ ສະແດງໃຫ້ເຫັນເຖິງວິທີທີ່ຈະປະຕິບັດເຊັ່ນນັ້ນໄດ້ໂດຍຊີ້ໃຫ້ເຮົາເຫັນແບບຢ່າງຂອງພຣະເຢຊູ ແລະວິທີການທີ່ພຣະອົງຊົງຮັກ.
ໃນໂຢຮັນ 13 ຂໍ້ 34-35 ກ່າວວ່າ:
“ບັດນີ້ ເຮົາມອບກົດບັນຍັດຂໍ້ໃຫມ່ໃຫ້ແກ່ພວກເຈົ້າຄື: ຈົ່ງຮັກຊຶ່ງກັນແລະກັນ; ເຮົາຮັກພວກເຈົ້າຢ່າງໃດ, ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ. ຖ້າພວກເຈົ້າຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ." (ພຄພ 2013)
ຄວາມຮັກດັ່ງກ່າວບໍ່ແມ່ນທາງເລືອກແຕ່ເປັນພຣະບັນຊາ, ພຣະເຢຊູກ່າວວ່າສິ່ງນີ້ຄື: ກົດບັນຍັດຂໍ້ໃໝ່.
ຊາວຢິວຕ່າງກໍຄຸ້ນເຄີຍກັນດີກັບກົດບັນຍັດສິບປະການຂອງໂມເຊ. ໃນແງ່ໜື່ງ, ທ່ານອາດຈະເອີ້ນສິ່ງນີ້ວ່າ ເປັນກົດບັນຍັດຂໍ້ສິບເອັດກໍເປັນໄດ້ ແລະຂ້ອຍເຊື່ອວ່າ ກົດບັນຍັດຂໍ້ນີ້ຄວບຄຸມທັງສິບປະການໄວ້ທັງໝົດ.
ເຮົາຈະຮັກຊຶ່ງກັນແລະກັນໄດ້ຢ່າງໃດ?
ຮັກໃນແບບທີ່ພຣະເຢຊູຊົງຮັກເຮົາ. ຄືການບໍ່ເຫັນແກ່ຕົວ, ການສະຫລະຕົນເອງ, ແລະການເຫັນແກ່ປະໂຫຍດຂອງຜູ້ອື່ນກ່ອນ. ພຣະເຢຊູກ່າວວ່າ ຫາກເຈົ້າມີຄວາມຮັກແບບນີ້ແລ້ວຄົນທັງໂລກກໍຈະຫັນມາສົນໃຈ, ເພາະພວກເຂົາບໍ່ເຫັນສິ່ງນີ້ໃນບ່ອນໃດເລີຍ. ສິ່ງທີ່ພວກເຂົາເຫັນຄືຄວາມເຫັນແກ່ຕົວ, ແລະການສວຍໂອກາດ. ແຕ່ເຈົ້າສາມາດປ່ຽນສະຖານະການທັງໝົດຢ່າງສີ້ນເຊີງໄດ້ໂດຍການສໍາແດງຄວາມຮັກຂອງພຣະເຈົ້າ.
ໃນປະຈຸບັນ ຫາກເຈົ້າຖາມຄົນສ່ວນຫລາຍວ່າ ຄວາມປະທັບໃຈທີ່ພວກເຂົາມີຕໍ່ຄຣິດຕະຈັກຄຣິດສະຕຽນຄືຫຍັງ? ພວກເຂົາຈະບໍ່ເວົ້າໃນແງ່ຂອງຄວາມຮັກ. ນັ້ນບໍ່ແມ່ນແບບທີ່ໂລກເບິ່ງເຫັນພວກເຮົາ. ເຖິງວ່າຈະມີຂໍ້ຍົກເວັ້ນບາງຢ່າງທີ່ປະເສີດ ແລະ ໜ້າຍົກຍ້ອງກໍຕາມ, ແຕ່ໂດຍທົ່ວໄປແລ້ວ ພວກເຂົາເບິ່ງເຫັນເຮົາເປັນຄົນເຄັ່ງສາສະໜາ. ເປັນຄົນທີ່ປະຕິບັດຕາມວິໄນທາງສາສະໜາ.
ດັ່ງນັ້ນ, ເຮົາຈຶ່ງມີທາງເລືອກສອງທາງຄື: ເຮົາເລືອກທີ່ຈະຮັກຊຶ່ງກັນແລະກັນໃນແບບທີ່ພຣະເຢຊູຊົງຮັກເຮົາ ແລະເຊື່ອຟັງ, ຫລືເຮົາເລືອກທີ່ຈະລົ້ມເຫລວໃນການຮັກຊຶ່ງກັນແລະກັນ ແລະບໍ່ຍອມເຊື່ອຟັງ. ພຣະເຢຊູບໍ່ເຄີຍໃຊ້ຖ້ອຍຄໍາທີ່ໄຮ້ປະໂຫຍດ. ພຣະອົງກ່າວວ່າ, "ຖ້າພວກເຈົ້າຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ." ສິ່ງນີ້ສາມາດເຮັດໃຫ້ເກີດຂື້ນໄດ້.
ຂ້າພະເຈົ້າບໍ່ແມ່ນນັກປະຫວັດສາດ ແຕ່ຮູ້ວ່າໃນຈັກກະພັດໂຣມັນ, ຊຶ່ງເປັນໜື່ງໃນຈັກກະພັດທີ່ຊົງອໍານາດທີ່ສຸດທີ່ປະຫວັດສາດເຄີຍບັນທຶກໄວ້ນັ້ນ, ຜູ້ທີ່ບໍ່ເຊື່ອພຣະເຢຊູກ່າວເຖິງຄຣິດສະຕຽນໄວ້ວ່າ, " ເບິ່ງແມະ ບັນດາຄຣິດສະຕຽນເຫລົ່ານີ້ຮັກຊຶ່ງກັນແລະກັນຢ່າງໃດ." ນັ້ນຄື ຄວາມປະທັບໃຈຂອງພວກເຂົາ ແລະສິ່ງນີ້ໄດ້ຊະນະໃຈພວກເຂົາ.
ພາຍໃນໄລຍະເວລາສາມສະຕະວັດ ຈັກກະພັດທີ່ຊົງອໍານາດທີ່ສຸດໃນໂລກໃນເວລານັ້ນ ຍອມຮັບຂໍ້ຮຽກຮ້ອງຂອງພຣະເຢຊູ (ຫມາຍເຖິງຄໍາສອນທີ່ໃຫ້ສາວົກຮັກຊຶ່ງກັນແລະກັນ-ຜູ້ແປ), ຜູ້ຊົງເປັນຊ່າງໄມ້ຊາວຢິວທີ່ສີ້ນພຣະຊົນເທິງໄມ້ກາງແຂນຂອງຊາວໂຣມັນ. ພວກເຂົາບໍ່ສາມາດອະທິບາຍ ຫລື ເຂົ້າໃຈໄດ້ວ່າ, ເຫດໃດຜູ້ຄົນຈາກພູມີພາກທີ່ມີຄວາມຫລາກຫລາຍທາງດ້ານເຊື້ອຊາດ ແລະຖານະທາງສັງຄົມທີ່ແຕກຕ່າງກັນຈຶ່ງຮັກຊຶ່ງກັນແລະກັນເຊັ່ນນັ້ນ. ຄຣິດສະຕຽນໃນຍຸກທໍາອິດໄດ້ປູທາງໄປສູ່ວິຖີຊີວິດໃຫມ່ຊຶ່ງຊົງອິດທິພົນໄປທົ່ວອານາຈັກໂຣມັນ.
ຄວາມຮັກເຊັ່ນນີ້ບໍ່ແມ່ນອາລົມຄວາມຮູ້ສຶກ. ແຕ່ເປັນການຕັດສິນໃຈ. ຂ້າພະເຈົ້າຢາກໃຫ້ທ່ານກັບໄປເບິ່ງຂໍ້ທໍາອິດຂອງເພງສັນລະເສີນບົດທີ 18. ນີ້ຄືຖ້ອຍຄໍາຂອງດາວິດທີ່ກ່າວໄວ້ວ່າ:
“ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຮັກພຣະອົງ, ພຣະອົງເປັນຜູ້ປ້ອງກັນຂອງຂ້ານ້ອຍ." (ພຄພ 2013)
ດາວິດໄດ້ຕັດສິນໃຈແລ້ວ. ທ່ານເຄີຍຕັດສິນໃຈແບບນີ້ຫລືບໍ່? ທ່ານເຄີຍຕັດສິນໃຈຫລືບໍ່ວ່າ ຂ້ານ້ອຍຈະຮັກອົງພຣະຜູ້ເປັນເຈົ້າດ້ວຍທຸກສິ່ງທຸກຢ່າງທີ່ຢູ່ພາຍໃນຂ້ານ້ອຍ?
ສິ່ງທີ່ດາວິດເຮັດໃນຕອນນີ້ ເປັນການຕັດສິນໃຈສ່ວນຕົວ. ແຕ່ໃນ 1 ໂຢຮັນ ບົດທີ 4 ນັ້ນ ເຮົາໄດ້ປະເຊີນກັບການຕັດສິນໃຈທີ່ຈະເຮັດຮ່ວມກັນ ເຊິ່ງຈະພາພວກເຮົາກ້າວໄປໄກຍິ່ງກວ່ານັ້ນອີກ:
“ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກທີ່ມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ. ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.” (1 ໂຢຮັນ 4:7-8; ພຄພ 2013)
ຈະເຫັນໄດ້ວ່ານັ້ນເປັນການຕັດສິນໃຈທີ່ເຮັດຮ່ວມກັນ. ຄືໃຫ້ເຮົາຮັກຊຶ່ງກັນ ແລະກັນ. ດັ່ງນັ້ນ ບົດທົດສອບສຸດທ້າຍທີ່ບໍ່ແມ່ນການເຫັນດີເຫັນພ້ອມກັນໃນເລື່ອງຂອງຄວາມເຊື່ອ, ແຕ່ເປັນເລື່ອງຂອງຄວາມຮັກ.
ທຸກຄົນທີ່ຮັກກໍເກີດມາຈາກພຣະເຈົ້າ. ເພາະທ່ານບໍ່ສາມາດມີຄວາມຮັກແບບນີ້ໄດ້ ເວັ້ນແຕ່ທ່ານເກີດມາຈາກພຣະເຈົ້າ. ດັ່ງນັ້ນ ການມີຢູ່ຂອງຄວາມຮັກເຊັ່ນນີ້ຈິ່ງຖືວ່າເປັນຫລັກຖານປະການໜຶ່ງ.
ຕົວຢ່າງທີ່ສົມບູນແບບຄື: ພຣະເຢຊູ. ພວກເຂົາເຮັດທຸກຢ່າງກັບພຣະອົງ. ພວກເຂົາທຸບຕີພຣະອົງ, ແທງພຣະຫັດ ແລະພຣະບາດຂອງພຣະອົງ, ພວກເຂົາເອົາມຸງກຸດໜາມໃສ່ພຣະສຽນຂອງພຣະອົງ, ພວກເຂົາໃຫ້ພຣະອົງສະເຫວີຍນໍ້າສົ້ມສາຍຊູ, ພວກເຂົາໝິ່ນປະມາດພຣະອົງ, ແຕ່ມີສິ່ງໜື່ງທີ່ພວກເຂົາບໍ່ສາມາດເຮັດຫຍັງໃຫ້ພຣະອົງໄດ້ນັ້ນແມ່ນຫຍັງ?
ພວກເຂົາບໍ່ສາມາດເຮັດໃຫ້ພຣະອົງຢຸດຮັກພວກເຂົາໄດ້. ພຣະອົງຊົງຮັກພວກເຂົາຈົນເຖິງທີ່ສຸດ. ທ່ານເຫັນຫລືບໍ່ວ່າ, ຫາກທ່ານຮັກດ້ວຍຄວາມຮັກເຊັ່ນນັ້ນແລ້ວ ກໍບໍ່ມີໃຜສາມາດຢຸດທ່ານໄດ້. ທ່ານເປັນຄົນດຽວທີ່ມີອິດສະຫລະຢ່າງແທ້ຈິງເທິງໂລກນີ້ ເພາະບໍ່ມີໃຜສາມາດຢຸດທ່ານໃນການເຮັດສິ່ງທີ່ທ່ານຕ້ອງການໄດ້.
ນັ້ນເປັນສິ່ງທີ່ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊົງກໍາລັງລໍຄອຍຢູ່-ຄືການທີ່ເຮົາຮັກຊຶ່ງກັນແລະກັນ ດ້ວຍຄວາມຮັກທີ່ມາຈາກພຣະອົງ.
ເຮົາສາມາດສົນທະນາເລື່ອງຄວາມເຊື່ອ ແລະຄວາມຊອບທໍາໄດ້ຫລາຍເທົ່າທີ່ເຮົາຕ້ອງການ, ແຕ່ຫາກເຮົາບໍ່ໄດ້ເຮັດຫຍັງເພື່ອຜູ້ຄົນທີ່ຕ້ອງການເຮົາແທ້ໆແລ້ວ ຄໍາເວົ້າຂອງເຮົາກໍບໍ່ມີປະໂຫຍດຫຍັງ. ແລະຈໍານວນຜູ້ທີ່ຕ້ອງການເຮົາກໍຍັງຄົງມີຢູ່ຫລວງຫລາຍ.
ຂ້າພະເຈົ້າຮູ້ສຶກອັດສະຈັນໃຈກັບຄໍາອະທິຖານຂອງໂປໂລ ໃນຟີລິບປອຍ ບົດທີ 3 ຢູ່ສະເໝີ:
“ເຮົາຕ້ອງການຈະໄດ້ຮູ້ຈັກກັບພຣະອົງ ແລະ ຮູ້ຈັກລິດອໍານາດອັນປາກົດໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ…” (ຟີລິບປອຍ 3:10; ພຄພ 2015)
ຂ້າພະເຈົ້າໄດ້ພົບວ່າ ມີບາງຢ່າງສາມາດໄດ້ມາໂດຍຜ່ານທາງຄວາມທຸກຍາກລໍາບາກເທົ່ານັ້ນ.
ຄວາມທຸກຍາກລໍາບາກເຮັດໃຫ້ເກີດບາງຢ່າງທີ່ສິ່ງອື່ນບໍ່ສາມາດເຮັດໄດ້. ຂ້າພະເຈົ້າຈື່ໄດ້ວ່າ ຕອນທີ່ຢູ່ກອງທັບ, ຂ້າພະເຈົ້າເຮັດຫນ້າທີ່ຢູ່ກອງທັບອັງກິດເອີ້ນວ່າ ເຈົ້າໜ້າທີ່ທາງການແພດ. ຂ້າພະເຈົ້າໄດ້ຮຽນຮູ້ຈາກການໄດ້ຮ່ວມງານກັບນາຍທະຫານອັງກິດວ່າ ຜູ້ຄົນທີ່ຜ່ານຊ່ວງເວລາທີ່ຍາກລໍາບາກ ແລະອັນຕະລາຍມານໍາກັນຄື ພວກເຂົາຖືກຍິງໂຈມຕີຢູ່ໃນສະໜາມຮົບທີ່ມີ ຄູກໍາບັງ (ຫມາຍເຖິງຄັນຄູທີ່ຂຸດກໍາບັງຕົວໃນເວລາສູ້ຮົບ-ຜູ້ແປ), ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ -ພວກເຂົາກໍຜູກພັນກັນໃນແບບທີ່ຄົນອື່ນບໍ່ສາມາດຜູກພັນກັນໄດ້.
ພວກເຂົາອາດມີຄວາມແຕກແຕ່ງກັນຫລາຍໃນດ້ານບຸກຄະລິກກະພາບ, ຖານະທາງສັງຄົມ, ແລະ ສິ່ງອື່ນໆຫລວງຫລາຍ, ແຕ່ການທີ່ໄດ້ຜ່ານຄວາມຍາກລໍາບາກມານໍາກັນນັ້ນ ເຮັດໃຫ້ພວກເຂົາຜູກພັນກັນ. ແລະຂ້ອຍກໍຄິດວ່າ ພຣະເຢຊູຊົງຕ້ອງການທີ່ຈະມີຄວາມຜູກພັນກັບເຮົາດ້ວຍເຊັ່ນກັນ, ແລະເມື່ອເຮົາຜ່ານຄວາມຍາກລໍາບາກໄປພ້ອມໆກັນກັບພຣະອົງ ເຮົາກໍຈະມີຄວາມຜູກພັນກັບພຣະອົງໃນແບບທີ່ຕັດຂາດຈາກກັນບໍ່ໄດ້. ດັ່ງນັ້ນຂ້ອຍຈຶ່ງບໍ່ໄດ້ຍິນດີຕ້ອນຮັບກັບຄວາມທຸກຍາກລໍາບາກ, ແຕ່ຂ້ອຍກໍຕຽມພ້ອມສໍາລັບມັນ. ຂ້ອຍຮູ້ດີວ່າມີບາງສິ່ງທີ່ພຣະເຈົ້າບໍ່ສາມາດກະທໍາໃນຕົວຂ້ອຍໄດ້ໂດຍປາສະຈາກຄວາມທຸກຍາກລໍາບາກ.
ແລ້ວເຈົ້າເດ? ເຈົ້າຢາກຈະໃຫ້ຄໍາໝັ້ນສັນຍາຫລືບໍ? ເປັນຄໍາໝັ້ນສັນຍາຕາມພຣະຄໍາພີ. ເຈົ້າຈະເວົ້າຕາມຄໍາເວົ້າຂອງໂປໂລໄດ້ຫລືບໍ່ວ່າ, "ເຮົາຕ້ອງການຈະໄດ້ຮູ້ຈັກກັບພຣະອົງ ແລະ ຮູ້ຈັກລິດອໍານາດອັນປາກົດໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ." ແລ້ວເຈົ້າຈະເຂົ້າໃກ້ສິດກັບອົງພຣະຜູ້ເປັນເຈົ້າຫລາຍຂື້ນກ່ວາທີ່ເຄີຍມາ. ແລະນັ້ນຄືສິ່ງທີ່ພຣະເຈົ້າຊົງປາຖະໜາ. ຂ້າພະເຈົ້າຢາກຈະນໍາສະເໜີສິດທິພິເສດໃຫ້ທ່ານກ່າວຖ້ອຍຄໍາຕໍ່ໄປນີ້ຄ່ອຍໆ.
Prayer Response
ຂ້າແດ່ພຣະເຢຊູເຈົ້າ, ຂ້າພຣະອົງຂໍຂອບພຣະຄຸນທີ່ພຣະອົງຊົງສີ້ນພຣະຊົນເທິງໄມ້ກາງແຂນເພື່ອຂ້າພຣະອົງ. ພຣະອົງຊົງຮັກຂ້າພຣະອົງດ້ວຍຄວາມຮັກນິລັນດອນ. ພຣະອົງຊົງນໍາຂ້າພຣະອົງເຂົ້າມາຫາພຣະອົງດ້ວຍຄວາມຮັກຄວາມເມດຕາ.
ແລະບັດນີ້, ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂ້າພຣະອົງຢາກທີ່ຈະຮູ້ຈັກພຣະອົງ ແລະລິດເດດແຫ່ງການຟື້ນຄືນພຣະຊົນຂອງພຣະອົງ ແລະຮ່ວມທຸກກັບພຣະອົງ. ເພື່ອທີ່ຂ້າພຣະອົງຈະເຂົ້າສູ່ຄວາມສໍາພັນກັບພຣະອົງຢ່າງໃກ້ສິດຫລາຍກວ່າທີ່ຂ້າພຣະອົງຮູ້ຈັກມາໃນຊີວິດ. ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂ້າພຣະອົງຂໍຖວາຍຕົວຂອງຂ້າພຣະອົງແດ່ພຣະອົງໂດຍບໍ່ມີເງື່ອນໄຂໃດໆ.
ໂຜດຊົງຮັບຂ້າພຣະອົງຢ່າງທີ່ຂ້າພຣະອົງເປັນ ແລະໂຜດຊົງທໍາໃຫ້ຂ້າພຣະອົງເປັນໄປຕາມທີ່ພຣະອົງຊົງປະສົງໃຫ້ຂ້າພຣະອົງເປັນເພື່ອຖວາຍພຣະກຽດແດ່ພຣະອົງ, ອົງພຣະຜູ້ເປັນເຈົ້າ. ໃນນາມຂອງອົງພຣະເຢຊູຄຣິດເຈົ້າ. ອາແມນ.

Téléchargement gratuit
Cette lettre d'enseignement peut être téléchargée, imprimée et partagée pour un usage personnel ou en Église.
Code: TL-L808-100-LAO





