Logo
Logo
BooksBible CoursesResources
StoreNewsOutreachesAbout

Donate

  • Home
    • News
    • Outreaches

            Get a Free eBook

            Start your Derek Prince collection with a free eBook titled 'How to Pass from Curse to Blessing' when you subscribe to our community updates.

            Free Bible Teaching
            Logo
            Logo
            HomeLearnStoreNewsOutreachesAboutDonate

            Copyright © 2026 Derek Prince Ministries. All rights reserved

            ContactPrivacyCopyrightLicensesSite Map
            Heed His Call | Derek Prince Ministries

            Trending Resources

            Featured Resources

            Trending Resources

            Popular teachings making an impact today

            From Rejection To Acceptance
            ທາງອອກຂອງການຖືກປະຕິເສດ

            ທາງອອກຂອງການຖືກປະຕິເສດ

            Teaching Letter

            ຈາກປະສົບການຂອງທ່ານເອງ, ທ່ານເດ​ເຣັກ ຮູ້ວິທີການຊ່ວຍໃຫ້ຜູ້ຄົນປະຕິເສດການຖືກປະຕິເສດແລະກ້າວເຂົ້າສູ່ການຍອມຮັບໂດຍຜ່ານທາງພຣະເຢຊູ.

            Healing
            Jesus
            ListenRead

            Available Languages

            English
            Video Available
            ລາວ
            Video AvailableText Available
            Français
            Video AvailableText Available
            Lietuvių
            Video AvailableText Available
            Português (pt-br)
            Video AvailableText Available
            Deutsch
            Video AvailableText Available

            TRENDING

            ເກືອແຫ່ງແຜ່ນດິນໂລກ

            ເກືອແຫ່ງແຜ່ນດິນໂລກ

            Teaching Letter

            ຖານະທີ່ເປັນຄຣິດສະຕຽນ, ເຮົາເຮັດໃຫ້ໂລກນີ້ເປັນທີ່ຍອມຮັບໂດຍການເປັນທີ່ພໍພຣະໄທຂອງພຣະເຈົ້າ. ພຣະອົງສະແດງຄວາມເມດຕາແລະພຣະຄຸນຍິ່ງ.

            The Church
            End Times
            ListenRead

            Available Languages

            English
            Video Available
            Français
            Video AvailableText Available
            ລາວ
            Video AvailableText Available
            Bahasa Indonesia
            Video AvailableText Available
            Português (pt-br)
            Video AvailableText Available
            日本語
            Video AvailableText Available
            ខ្មែរ
            Text Available
            Malagasy
            ການສະແຫວງຫາລັກສະນະຊີວິດ

            ການສະແຫວງຫາລັກສະນະຊີວິດ

            Teaching Letter

            ຄວາມສໍາພັນທີ່ໝັ້ນຄົງກັບພຣະບິດາເປັນພື້ນຖານສຳລັບການໃຫ້ກຽດແກ່ຄົນອື່ນ ແລະ ຮັບໃຊ້ຄຣິດຕະຈັກ.

            The Church
            ListenRead

            Available Languages

            English
            Video Available
            Français
            Video AvailableText Available
            ລາວ
            Video AvailableText Available
            Português (pt-br)
            Video AvailableText Available
            ไทย
            Video AvailableText Available
            日本語
            Video AvailableText Available
            Tiếng Việt
            Text Available
            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            Teaching Letter

            ພຣະເຈົ້າຊົງທົດສອບຜູ້ທີ່ຖືກເອີ້ນໃຫ້ຮັບໃຊ້ກ່ອນທີ່ຈະຊົງແຕ່ງຕັ້ງພວກເຂົາ, ດັ່ງທີ່ກອງທັບຂອງກີເດໂອນໄດ້ສະແດງໃຫ້ເຫັນ.

            Faith in Action
            Spiritual Warfare
            ListenRead

            Available Languages

            English
            Video AvailableText Available
            ລາວ
            Video AvailableText Available
            Français
            Video AvailableText Available
            Português (pt-br)
            Video AvailableText Available
            日本語
            Video AvailableText Available
            ខ្មែរ
            Video AvailableText Available
            Home
            Resources
            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            ຈົ່ງເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ

            Derek Prince

            ເດ​ເຣັກ​ ພຣິນ​ຊ໌​

            Published: 2022

            Last Updated: October 2026

            Read Time: 10

            Faith in Action
            Spiritual Warfare

            ກອງທັບຂອງກີເດໂອນສະແດງໃຫ້ເຫັນວ່າພຣະເຈົ້າທົດສອບຜູ້ທີ່ຖືກເອີ້ນໃຫ້ຮັບໃຊ້ໃນງານຄຣິດສະຕຽນກ່ອນທີ່ຈະຊົງແຕ່ງຕັ້ງພວກເຂົາ. ຄວາມຍາກລຳບາກ ແລະ ຄວາມສຸກສະບາຍທາງໂລກສາມາດເປີດເຜີຍວ່າຜູ້ທີ່ເຊື່ອຈະຍັງຄົງມີວິໄນ, ອຸທິດຕົນ, ແລະ ພ້ອມທີ່ຈະເອົາໃຈໃສ່ການຊົງເອີ້ນອັນຮີບດ່ວນຂອງພຣະເຈົ້າຫລືບໍ່.

            ເມຶ່ອພຣະເຢຊູຄຣິດຊົງກ່າວໃນພຣະທໍາມັດທາຍ 22:14 ວ່າ, "ດ້ວຍວ່າ ມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້." ພຣະອົງບໍ່ໄດ້ຊົງກຳລັງສະເໜີຄວາມຄິດເຫັນ ຫລື ຄວາມຫນ້າຈະເປັນ. ແຕ່ພຣະອົງຊົງກຳລັງກ່າວເຖິງຂໍ້ເທັດຈິງ. ເຊິ່ງຂໍ້ເທັດຈິງນັ້ນ ຍັງຄົງເປັນຈິງໃນທຸກມື້ນີ້ເຊັ່ນດຽວກັບຕອນທີ່ພຣະເຢຊູຊົງກ່າວພຣະຄຳນັ້ນຄັ້ງທຳ​ອິດ. ເຖິງວ່າ ສິ່ງທີ່ພຣະອົງຊົງກ່າວຈະກ່ຽວຂ້ອງກັບຄວາມລອດພົ້ນກໍຕາມ, ແຕ່ຫລັກການນັ້ນກໍໃຊ້ໄດ້ກັບການຊົງເອີ້ນເຮົາເຂົ້າສູ່ງານຮັບໃຊ້ດ້ວຍ.

            ໃນຈົດໝາຍຄຳສອນຂອງ ອາຈານ ເດເຣັກ ພຣິ້ນຊ ສະບັບນີ້, ເຮົາຈະມາເບິ່ງນຳກັນຢ່າງລະອຽດວ່າ ພວກເຮົາຈະສາມາດເອົາໃຈໃສ່ (ຕອບຮັບ) ຕໍ່ການຊົງເອີ້ນເຂົ້າສູ່ງານຮັບໃຊ້ເຊິ່ງກ່ຽວຂ້ອງກັບຄຳກ່າວຂອງພຣະເຢຊູທີ່ວ່າ, "ດ້ວຍວ່າ ມີຫລາຍຄົນຖືກເຊີນມາ, ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້." ໄດ້ແນວໃດ.

            ໄລຍະເວລາຂອງການທົດສອບ

            ຄຣິດສະຕຽນຈຳນວນຫລາຍໄດ້ຮັບການຊົງເອີ້ນຈາກພຣະເຈົ້າເຂົ້າສູ່ງານຮັບໃຊ້ຂອງພຣະອົງ. ແຕ່ ມີພຽງຫ​ນ້ອຍຄົນເທົ່ານັ້ນທີ່ໄດ້ຮັບການ​ຊົງເລືອກ ແລະແຕ່ງຕັ້ງໃຫ້ດຳເນີນໃນງານຮັບໃຊ້ນັ້ນ. ເປັນຫຍັງຈຶ່ງເປັນແບບນັ້ນ?

            ລະຫວ່າງຊ່ວງເວລາທີ່ ຄຣິດສະຕຽນໄດ້ຮັບການຊົງເອິ້ນເຂົ້າສູ່ງານຮັບໃຊ້ຄັ້ງທໍາອິດ ກັບເວລາທີ່ ພຣະເຈົ້າ​ຊົງແຕ່ງຕັ້ງເຂົ້າໃຫ້ຮັບໃຊ້ຈິງນັ້ນ, ໂດຍປົກກະຕິຈະມີຊ່ວງເວລາໜຶ່ງຂອງການທົດສອບ. ຫລາຍຄັ້ງ​ຍິ່ງເຈົ້າຕ້ອງຮັບຜິດຊອບຫລາຍເທົ່າໃດ, ການທົດສອບກໍຈະ​ຍິ່ງເຂັ້ມຂົ້ນຫລາຍຂຶ້ນເທົ່ານັ້ນ. ເພາະຜູ້ທີ່ອົດທົນຜ່ານການທົດສອບໄດ້ສຳເລັດເທົ່ານັ້ນທີ່ຈະໄດ້ຮັບການ​ຊົງເລືອກໃຫ້ຮັບໃຊ້ແທ້ຈິງ.

            ໃນພຣະຄຳພວກຜູ້ປົກຄອງ, ເປັນຄັ້ງທຳອິດເມື່ອ ກີເດໂອນໄດ້ເອີ້ນປະຊາກອນອິດສະລາເອນ ເຂົ້າສູ່ງານຮັບໃຊ້ຂອງພຣະເຈົ້າ ເພື່ອຕໍ່ສູ້ກັບພວກມີດີອານ, ເຊິ່ງມີຊາຍຈຳນວນ 32,000 ຄົນ ຕອບສະໜອງຕໍ່ການຊົງເອີ້ນ. ເຖິງຢ່າງໃດກໍຕາມ, ເມື່ອ ກີເດໂອນໄດ້ນຳຜູ້ຕິດຕາມກຸ່ມທຳອິດເຫລົ່ານັ້ນ ເຂົ້າສູ່ການທົດສອບຕາມທີ່ພຣະເຈົ້າຊົງຮຽກຮ້ອງ, ພວກເຂົາກໍເຫລືອທະຫານພຽງ 300 ຄົນເທົ່ານັ້ນ. ເຊິ່ງມີຈໍານວນໜ້ອຍກວ່າ 1% ຂອງຜູ້ທີ່ໄດ້ຮັບການ​ເອີ້ນຜ່ານການທົດສອບ ແລະໄດ້ຮັບການຊົງເລືອກສຳລັບງານຮັບໃຊ້. ຂ້ອຍສົງໄສວ່າເປີເຊັນນີ້ ອາດຈະເທົ່າກັບໃນປະຈຸບັນນີ້.

            ສຸດທ້າຍແລ້ວ, ສະຕິປັນຍາຂອງພຣະເຈົ້າກໍໄດ້ຮັບການພິສູດໂດຍຜົນທີ່ເກີດຂຶ້ນ. ກີເດໂອນສາມາດປະຕິບັດພາ​ລະ​ກິດຮ່ວມກັບຊາຍ 300 ຄົນທີ່ໄດ້ຜ່ານການທົດສອບ, ແລະມີລະບຽບວິໄນ ແລະມີຜົນຕອບຮັບຫລາຍກ່​ວາທີ່ທ່ານເຄີຍເຮັດໄດ້ຕອນທີ່ມີຜູ້ຕິດຕາມ 32,000 ຄົນ ມາກ່ອນ. ຫລັກການດຽວກັນນີ້ກໍຍັງໃຊ້ໄດ້ຮອດປັດຈຸບັນນີ້. ຄືຜູ້ຮັບໃຊ້ ຂອງພຣະຄຣິດພຽງໜຶ່ງຄົນທີ່ໄດ້ຮັບການທົດສອບ, ການຝຶກຝົນ, ​ການ​ຝຶກວິ​ໄນ, ແລະເສຍສະຫລະຕົນເອງພຽງຄົນດຽວ ກໍມີຄ່າຫລາຍກວ່າຄຣິດສະຕຽນທີ່ມີເປົ້າໝາຍດີຈຳນວນໜຶ່ງຮ້ອຍຄົນທີ່ເປັນພຽງ “ສະມາຊິກ” ຂອງບາງກຸ່ມ ຫລືບາງອົງກອນໃດໜຶ່ງເທົ່ານັ້ນ.

            ກັບໃຈໃໝ່ ຫລື ເປັນສາວົກ

            ການປະກາດຂ່າວປະເສີດຍຸກໃໝ່ ມີແນວໂນ້ມໃນການວັດຜົນໄດ້ຮັບທີ່ເນັ້ນຈຳນວນຜູ້ທີ່ກັບໃຈໃໝ່. ແຕ່ຂ້າພະເຈົ້າເຊື່ອວ່າ ພຣະເຈົ້າຊົງໃຫ້ຄວາມສຳຄັນກັບການສ້າງສາວົກຫລາຍກວ່າ. ໃນສະໄໝທີ່ພຣະເຢຊູຊົງປະຕິບັດພັນທະກິດເທິງແຜ່ນດິນໂລກ, ພຣະອົງໜ້າຈະນັບ ຈຳນວນຄົນທີ່ກັບໃຈໃໝ່ໄດ້ຫລາຍພັນຄົນ. ແຕ່ໃນຊົ່ວໂມງສຸດທ້າຍກ່ອນຖືກຄຶງທີ່ໄມ້ກາງແຂນ, ພຣະອົງຊົງເຫລືອພຽງຊາຍ 11 ຄົນ ທີ່ຍັງຄົງເປັນອັກຄະສາວົກ. ແມ່ນແຕ່ຫລັງການຟື້ນຄືນພຣະຊົນຂອງພຣະອົງ, ຕໍ່ມາພຣະອົງກໍໄດ້ປາກົດແກ່ "ພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນ" ກໍຕາມ (1 ໂກຣິນໂທ 15:6), ແຕ່ມີພຽງ 120 ຄົນເທົ່ານັ້ນທີ່ເຂົ້າໄປຫ້ອງຊັ້ນເທິງເພື່ອສະແຫວງຫາລິດເດດຈາກເບື້ອງເທິງເຊິ່ງຈະເຮັດໃຫ້ພວກເຂົາກາຍເປັນພະຍານທີ່ມີປະສິດທິພາບສໍາລັບພຣະອົງ.

            ແນ່ນອນວ່າມີຄວາມແຕກຕ່າງຢ່າງຊັດເຈນ ລະຫວ່າງການໄດ້ຮັບການຊົງເອີ້ນ ແລະ ການໄດ້ຮັບການຊົງເລືອກ. ການຂະຫຍາຍອານາຈັກຂອງພຣະເຈົ້າທີ່ແທ້ຈິງນັ້ນຂຶ້ນຢູ່ກັບ ຄຸນນະພາບຫລາຍກວ່າປະລິມານສະເໝີ. ເຖິງເວລາແລ້ວທີ່ເຮົາຈະເນັ້ນຢ້ຳຂໍ້ເທັດຈິງ ນີ້ອີກຄັ້ງໃນວັນນີ້.

            ການທົດສອບສອງປະເພດ

            ມີສອງວິທີຫລັກໆທີ່ພຣະເຈົ້າຊົງໃຊ້ທົດສອບຄຣິດສະຕຽນທີ່ໄດ້ຮັບການຊົງເອີ້ນເຂົ້າສູ່ງານຮັບໃຊ້:

            • ປະການທໍາອິດ, ໂດຍການປ່ອຍໃຫ້ສິ່ງຕ່າງໆໃຫ້ກາຍເປັນເລື່ອງຍາກ.
            • ປະການທີສອງ, ໂດຍການປ່ອຍສິ່ງຕ່າງໆໃຫ້ກາຍເປັນເລື່ອງງ່າຍ.

            ໃນຄຳອຸປະມາເລຶ່ອງຜູ້ຫວ່ານເມັດພືດໃນມາຣະໂກບົດທີ 4, ພຣະເຢຊູຊົງປຽບທຽບເມັດພືດ ທີ່ຕົກໃສ່ດິນທີ່ມີຫີນກັບຄຣິດສະຕຽນຜູ້ທີ່ “ຍ້ອນ​ບໍ່ມີ​ຮາກ​ໃນ​ຕົນເອງ​ຈຶ່ງ​ທົນ​ຢູ່​ບໍ່ໄດ້​ດົນ. ດັ່ງນັ້ນ ເມື່ອ​ໄດ້​ຮັບ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ, ເຂົາ​ຈຶ່ງ​ທໍ້ຖອຍ​ໃຈ​ທັນທີ" (ຂໍ້17). ແຕ່ພຣະອົງຍັງຊົງປຽບທຽບເມັດພືດທີ່ຕົກໃນພຸ່ມໜາມກັບຄຣິດສະຕຽນຜູ້ທີ່ "ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງຢາກມີ, ຕະຫລອດທັງຄວາມຕ້ອງການທຸກສິ່ງທຸກຢ່າງໄດ້ເຂົ້າມາຫຸ້ມຮັດພຣະທໍາໄວ້, ພຣະທໍາຈຶ່ງບໍ່ເກີດຜົນ"(ຂໍ້19).

            ຄຣິດສະຕຽນບາງຄົນບໍ່ພ້ອມທີ່ຈະທົນຕໍ່ການຕໍ່ຕ້ານ, ການເຍາະເຍີ້ຍ, ຄວາມຍາກລຳບາກ ຫລື ຄວາມລົ້ມເຫລວ ເພື່ອເຫັນແກ່ຂ່າວປະເສີດ. ສ່ວນບາງຄົນກໍບໍ່ສາມາດຢືນຢູ່ໄດ້ທ່າມກາງຄວາມສະດວກສະບາຍ, ຄວາມເປັນທີ່ນິຍົມຊົມ​ຊອບ, ແລະຄວາມສຳເລັດທາງໂລກໄດ້. ບັນດາຜູ້ທີ່ພຣະເຈົ້າຊົງເອິ້ນເຂົ້າສູ່ງານຮັບໃຊ້ນັ້ນ ຕ້ອງບໍ່ຖືກຂັດຂວາງດ້ວຍສິ່ງໃດສິ່ງໜຶ່ງ, ຫລືບໍ່ຖືກພັນທະນາການດ້ວຍອີກສິ່ງ​ໜຶ່ງ.

            ພຣະຄຳພີເຕືອນຄຣິດສະຕຽນຢ່າງຕໍ່ເນື່ອງວ່າ ພວກເຂົາຕ້ອງຄາດຫວັງວ່າຈະປະສົບກັບການທົດສອບ. ຕັ້ງແຕ່ຕົ້ນຈົດໝາຍຂອງຢາໂກໂບກ່າວວ່າ:

            “ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ ເມື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທົນ​ຕໍ່​ການ​ຖືກ​ທົດລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນໃຈ.” ‭‭(ຢາໂກໂບ‬ ‭1‬:‭2‬-‭3‬ ພຄພ‬ 2013)

            ເປໂຕຂຽນໄວ້ວ່າ:

            ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ. ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.” ‭‭(1 ເປໂຕ‬ ‭1‬:‭7‬ ພຄພ‬ 2013)

            ການທົດສອບອັນເຂັ້ມຂົ້ນ ບໍ່ແມ່ນເລື່ອງແປກສຳລັບຜູ້ທີ່ເປັນຄຣິດສະຕຽນແທ້; ແລະການທົດລອງເຫລົ່ານັ້ນ ເຂົ້າມາໂດຍການກໍານົດໄວ້ຂອງພຣະເຈົ້າເອງ.

            ໂຢບ

            ພຣະຄຳພີໃຫ້ຕົວຢ່າງຢ່າງຫລວງຫລາຍຂອງບົດທົດສອບຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຈົ້າທີ່ຕ້ອງຜ່ານໄປໃຫ້ໄດ້. ຕົວຢ່າງໜຶ່ງທີ່ໂດດເດັ່ນກໍຄືເລື່ອງໂຢບນັ້ນເອງ.

            ໃນຄຳ​ພ​ິຍານຂອງໂຢບໃນເລຶ່ອງບົດທົດສອບນັ້ນ, ໂຢບກ່າວວ່າ:

            “ແຕ່ພຣະເຈົ້າຊົງຮູ້ທາງທີ່ຂ້ອຍກ້າວໄປ; ເມື່ອພຣະອົງຊົງທົດສອບຂ້ອຍແລ້ວ, ພຣະອົງຈະພົບວ່າຂ້ອຍບໍລິສຸດເໝືອນຄໍາ. ຂ້ອຍຕາມທາງຂອງພຣະອົງຢ່າງສັດຊຶ່ ແລະບໍ່ມີທ່າທີຫັນເຫໄປມາຕາມທາງໃດໆອີກ. ຂ້ອຍເຮັດຕາມເລື້ອຍໆສິ່ງທີ່ພຣະເຈົ້າໄດ້ສັ່ງມາຂ້ອຍເຮັດຕາມພຣະປະສົງບໍ່ແມ່ນ ເຮັດຕາມຂ້ອຍ." (ໂຢບ 23:10-12 ພຄພ 2013)

            ໃນຂໍ້ສຸດທ້າຍ, ເຮົາພົບເຄັດລັບແຫ່ງໄຊຊະນະຂອງໂຢບ. ເຊິ່ງກໍຄື: ທັດສະນະຄະຕິທີ່ໂຢບມີຕໍ່ ພຣະຄຳຂອງພຣະເຈົ້ານັ້ນເອງ. ບັນດາຜູ້ທີ່ຍົກຍ້ອງພຣະຄຳຂອງພຣະເຈົ້າໄວ້ເໜືອສິ່ງອື່ນ ຈະສາມາດຜ່ານ ແລະໄດ້ຮັບໄຊຊະນະເໜືອການທົດສອບສະເໝີ.

            ເຢເຣມີຢາ

            ຜູ້ຮັບໃຊ້ຂອງພຣະເຈົ້າອີກຄົນໜຶ່ງທີ່ອົດທົນຕໍ່ການທົດສອບອັນແສນສາຫັດກໍຄືເຢເຣມີຢາ, ເຊິ່ງເປັນຊາຍທີ່ຍັງໜຸ່ມແໜ້ນເມື່ອພຣະເຈົ້າຊົງເອີ້ນເຂົາ.

            ໜຶ່ງໃນບົດທົດສອບທີ່ຍາກທີ່ສຸດສຳລັບໜຸ່ມສາວຄຣິດສະຕຽນໃນການອົດທົນຄື ຄວາມໂດດດ່ຽວ. ຄວາມສັດຊື່ຕໍ່ພຣະເຈົ້າຂອງພວກເຂົາ ສາມາດແຍກພວກເຂົາອອກຈາກຄວາມສຸກ ແລະ ກິດຈະກຳທາງໂລກທີ່ວາງເປົ່າ, ເຊິ່ງເພື່ອນໆໃນໄວດຽວກັນຂອງພວກເຂົາກຳລັງຫລົງໄຫລຢູ່. ສິ່ງນີ້ເຮັດໃຫ້, ພວກເຂົາຮູ້ສຶກເຫມືອນຖືກຕັດຂາດ.

            ໃນພຣະທໍາເພງຄໍ່າຄວນ 3:27-28 ເຢເຣມີຢາບັນລະຍາຍເຖິງບົດທົດສອບນີ້ວ່າ:

            “ເປັນການດີເລີດທີ່ຮຽນຮູ້ເອົາຄວາມອົດທົນໃນເວລາທີ່ພວກເຮົາຍັງໜຸ່ມແໜ້ນຢູ່. ເມື່ອພວກເຮົາໄດ້ຮັບຄວາມທົນທຸກທໍລະມານກໍຄວນນັ່ງຢູ່ຄົນດຽວອົດທົນຢ່າງມິດຫງຽບ.”

            ເຢເຣມີຢາເອງກໍອົດທົນຕໍ່ບົດທົດສອບນີ້ (ເຢເຣມີຢາ 15:17). ເຊັ່ນດຽວກັບໂຢບ, ເຢເຣມີຢາ ກໍເປັນຜູ້ຮັບໃຊ້ທີ່ແທ້ຈິງຂອງພຣະເຈົ້າ ຜູ້ເຊິ່ງໄດ້ຮັບກຳລັງໃນການອົດທົນຕໍ່ບົດທົດສອບ ຈາກທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະຄຳຂອງພຣະເຈົ້າ.

            “ພຣະອົງໄດ້ກ່າວແກ່ຂານ້ອຍ, ແລະຂານ້ອຍກໍໄດ້ເຊື່ອຟັງພຣະອົງທຸກຖ້ອຍຄໍາ, ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອໍານາດຍິ່ງໃຫຍ່ ຂານ້ອຍເປັນຂອງພຣະອົງ; ສະນັ້ນ ຖ້ອຍຄໍາຂອງພຣະອົງຈຶ່ງເຮັດໃຫ້ຈິດໃຈຂອງຂານ້ອຍເຕັມລົ້ນ ໄປດ້ວຍຄວາມຊຶ່ນຊົມຍິນດີ ແລະຄວາມສຸກໃຈ.” (ເຢເຣມີຢາ 15:16 ພຄພ 2013)

            ໂມເຊ

            ໂມເຊ ເປັນຜູ້ຮັບໃຊ້ທີ່​ຍີ່ງໃຫຍ່ອີກຄົນໜຶ່ງຂອງພຣະເຈົ້າ ຜູ້ຮຽນຮູ້ທີ່ຈະອົດທົນຕໍ່ບົດທົດສອບ. ບົດທົດສອບທຳອິດຂອງໂມເຊຄືເລື່ອງຍົດຖາບັນດາສັກ ແລະຄວາມເພີດເພີນທາງໂລກ.

            ໂມເຊເຕີບໃຫຍ່​ໃນລາດຊະສຳນັກຂອງຟາໂຣ ໃນຖານະເປັນຜູ້ສືບທອດບັນລັງຂອງເອຢິບ, ໂມເຊຄວນຈະໄດ້ເພີດເພີນໄປກັບຄວາມຮັ່ງມີ, ວັດທະນະທຳ, ແລະຄວາມຫລູຫລາຟຸ້ມເຟືອຍຂອງເອຢິບ. ແຕ່ເມື່ອລາວປະຕິເສດທີ່ຈະຍອມຈຳນົນຕໍ່ສິ່ງລໍ້ໃຈນີ້, ລາວກໍຖືກຂັບໄລ່ໂດຍຊົນຊາດຂອງລາວເອງ, ຖືກຂົ່ມເ​ຫັງໂດຍຟາໂຣ, ແລະຖືກບັງຄັບໃຫ້ອົດທົນກັບການຖືກເນລະເທດ, ຄວາມທຸກຍາກ, ແລະ ຄວາມໂດດດ່ຽວເປັນເວລາ 40 ປີ. ເຖິງຢ່າງໃດກໍຕາມ, ລາວກໍສາມາດເອົາຊະນະການທົດລອງທັງໝົດນີ້ໄດ້ ເພາະລາວປະຕິເສດທີ່ຈະຍອມໃຫ້ສິ່ງດຶງດູດໃຈ​ເຊັ່ນ ຄວາມຮັ່ງມີ ແລະ ກຽດສັກສີຊົ່ວຄາວ ທີ່ຈະເຮັດໃຫ້ລາວເບິ່ງບໍ່ເຫັນພ​ຣະສະຫງ່າລາສີທີ່ແທ້ຈິງຂອງພຣະເຈົ້າ ແລະລາງວັນນິລັນດອນທີ່ພຣະເຈົ້າຊົງມອບໃຫ້.

            ‭‭ເຮັບເຣີ‬ ‭11‬:‭26‬-‭27‬ ພຄພ‬ 2013  ໄດ້ໃຫ້ເຫດຜົນທີ່ຢູ່່ເບື້ອງຫລັງຄວາມອົດທົນຂອງໂມເຊວ່າ:

            “ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ. ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.”

            ທຸກວັນນີ້, ຄຣິດສະຕຽນ​ໜຸ່ມສາວຈຳນວນຫລາຍເບິ່ງບໍ່ເຫັນພຣະສະຫງ່າລາສີທີ່ແທ້ຈິງ ແລະ ລາງວັນນິລັນດອນຂອງການຮັບໃຊ້ ເພາະຄວາມຄາດຫວັງຂອງພວກເຂົາແມ່ນຢູ່ໃນຄວາມສຸກສະບາຍ ແລະຄວາມສຳເລັດທາງໂລກ, ເຊິ່ງມັນກົງກັນຂ້າມກັບທັດສະນະຄະຕິຂອງໂມເຊຢ່າງສີ້ນເຊີງ.

            ຄວາມສຳຄັນຂອງການຊົງເອີ້ນ

            ພຣະຄຳພີໃຊ້ຄຳທີ່ຊົງພະລັງສາມຄຳກ່ຽວກັບການຊົງເອີ້ນຂອງພຣະເຈົ້າ ປະການທຳອິດຄື "ການຊົງເອີ້ນແຫ່ງເບື້ອງ​ເທິງ" (ຟິລິບປອຍ 3:14). ການ​ຊົງເອີ້ນນັ້ນຢູ່ໃນລະດັບທີ່ແຕກຕ່າງ ຈາກຄວາມສົນໃຈ ແລະການຮຽກຮ້ອງອື່ນໆໃນຊີວິດຂອງເຮົາ. ສຳລັບຄຣິດສະຕຽນແລ້ວ,  ບໍ່ມີສິ່ງອຶ່ນໃດທີ່ຈະມາກ່ອນການຊົງເອີ້ນຂອງພຣະເຈົ້າໄດ້- ບໍ່ວ່າຈະເປັນຄອບຄົວ, ຫລື ຄວາມສຳພັນທາງໂລກໃດໆ. "ຖ້າຜູ້ໃດມາຫາເຮົາແລະ ບໍ່ຊັງພໍ່ແມ່, ລູກເມຍ, ອ້າຍນ້ອງຊາຍຍິງກັບທັງຊີວິດຂອງຕົນເອງ. ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້." (ລູກາ 14:26 ພຄພ 2013)

            ປະການທີສອງ, ການຊົງເອີ້ນໃຫ້ຮັບໃຊ້ພຣະເຈົ້ານັ້ນ ຖືເປັນ "ການຊົງເອີ້ນອັນບໍລິສຸດ." (2 ຕີໂມທຽວ 1:9). ເປັນສິ່ງທີ່ສັກສິດທີ່ຕ້ອງຮັກສາໄວ້ໃຫ້ດີ, ບໍ່ໃຫ້ມີການປະນິປະນອມ ຫລືຄວາມເປິເປື້ອນໃດໆ. ທັ້ງຍັງ​ຮຽກຮ້ອງການອຸທິດເວລາໃນການອະທິຖານ ແລະການປະຕິເສດຕົນເອງຝ່າຍວິນຍານ. ເຊິ່ງການບັນລຸຜົນສຳເລັດນັ້ນ, ຕ້ອງອາໄສຄວາມເຂັ້ມແຂງຂອງເຮົາ, ເວລາຂອງເຮົາ, ການອຸທິດຕົວ ແລະ ການຝຶກຝົນພັດທະນາຂອງປະທານ ແລະຄວາມສາມາດທຸກຢ່າງທີ່ເຮົາມີ.

            ປະການທີສາມ, ການຊົງເອີ້ນຂອງພຣະເຈົ້າຄື "ການຊົງເອີ້ນຈາກສະຫວັນ" (ເຮັບເຣີ 3:1). ສຽງທີ່ເອີ້ນເຮົາໃຫ້ເຂົ້າສູ່ງານຮັບໃຊ້ຂອງຄຣິດສະຕຽນ ນັ້ນມາຈາກສະຫວັນ. ບໍ່ວ່າສຽງຈະມາ ‘’ຢ່າງສະ​ຫງົບແຜ່ວເບົາ” ຫລື ‘’ດັ່ງສຽງ​ຫ້ວຍໄຫລແຮງ‘’ ກໍເປັນພຣະສຸສຽງຂອງ ພຣະເຈົ້າຜູ້ຊົງອະນຸພາບສູງສຸດ. ສຽງຂອງພຣະອົງມີລິດອຳນາດສູງສຸດ ແລະ ຄູ່ຄວນກັບການເຊື່ອຟັງຢ່າງບໍ່ມີເງື່ອນໄຂ. ເມື່ອໂປໂລໄດ້ຍິນການຊົງເອີ້ນຂອງພຣະເຈົ້າ, ທ່ານກ່າວວ່າ, ເຮົາ "ບໍ່ໄດ້ປຶກສາກັນກັບມະນຸດຄົນໃດ" (ຄາລາເຕຍ 1:16 ພຄພ 2013). ໂປໂລ ບໍ່ໄດ້ຂໍຄຳຢືນຢັນ ຫລືການອະນຸຍາດຈາກຜູ້ນຳສາສະໜາໃນຊົນຊາດຂອງທ່ານ, ຫລື ແມ່ນແຕ່ ຈາກຜູ້ທີ່ເປັນອັກຄະ​ສາວົກຂອງພຣະຄຣິດຢູ່ແລ້ວ. ແຕ່ໂປໂລຢູ່ລຳພັງກັບພຣະເຈົ້າ- ເພື່ອທີ່ຈະຄົ້ນພົບພຣະປະສົງຂອງພ​ຣະເຈົ້າໃນຊີວິດຂອງທ່ານ.

            ທຸກວັນນີ້, ເມື່ອພຣະເຈົ້າຊົງເອີ້ນຄຣິດສະຕຽນເຂົ້າສູ່ພັນທະກິດ, ປະຕິກິລິຍາທຳອິດຂອງຫລາຍໆຄົນຄື ການສະແຫວງຫາຄວາມຄິດເຫັນຂອງຜູ້ອື່ນ. ໃຜ​ຈະ​ສົ່ງຂາ​ນ້ອຍ​ໄປ? ໃຜຈະເປັນຜູ້ຈັດຫາເງິນທືນໃຫ້​ຂາ​ນ້ອຍ? ຜົນກໍຄືໃນບໍ່ຊ້າ, ພຣະສູລະສຽງຂອງພຣະເຈົ້າ ກໍຈະຖືກລົບໄປໂດຍຄວາມຄິດເຫັນຂອງມະນຸດ. ແຕ່ສຳລັບຄຣິດສະຕຽນ ທີ່ໄດ້ຮັບການຊົງເອີ້ນ ແລະ ເປັນຜູ້ທີ່ເຕັມໃຈມອບຄວາມເຊື່ອໝັ້ນທັງໝົດໄວ້ໃນພຣະເຈົ້າ, ກໍຍ່ອມໄດ້ຮັບການຮັບຮອງ ອັນເປັນສຸກຈາກພຣະຄໍາຂອງພຣະເຈົ້າ:

            “ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທໍາ, ພຣະອົງນັ້ນແຫລະ ຈະຊົງດໍາເນີນງານ." (1 ເທສະໂລນິກ 5:24 ພຄພ 2013)

            ການບັນລຸຜົນສຳເລັດຂອງການຊົງເອີ້ນຂອງຄຣິດສະຕຽນນັ້ນຂຶ້ນຢູ່ກັບພຣະເຈົ້າ ແຕ່ພຽງຜູ້ດຽວ.

            ຢ່າຊັກຊ້າ

            ປະການສຸດທ້າຍກໍຄື, ການຊົງເອີ້ນຂອງພຣະເຈົ້ານັ້ນເປັນເລຶ່ອງເລັ່ງດ່ວນ ເມື່ອໂຢຊວຍປະກາດ ຕໍ່ໜ້າຊົນຊາດອິດສະລາເອນ ໃຫ້ຮັບໃຊ້ພຣະເຈົ້າ, ທ່ານກ່າວວ່າ: "ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ." (ໂຢຊວຍ 24:15), ສ່ວນເພງສັນລະເສີນ 95:7 ກ່າວວ່າ:

            “ວັນນີ້ ຈົ່ງເຊື່ອຟັງສິ່ງທີ່ພຣະອົງກ່າວ!”

            ການຊົງເອີ້ນຂອງພຣະເຈົ້າ ບໍ່ໄດ້ຖ້າຄວາມສະດວກສະບາຍຂອງມະນຸດ. ເຮົາບໍ່ອາດເລື່ອນ ການຕັດສິນໃຈຂອງເຮົາທີ່ຈະຍ່ອມຈຳນົນຕໍ່ພຣະອົງໄປຍັງ "ຊ່ວງເວລາທີ່ສະດວກ." ຫລາຍກວ່ານີ້ມານເວົ້າວ່າ "ມື້ອື່ນ;" ແຕ່ພຣະເຈົ້າຊົງ​ກ່າວວ່າ: "ມື້ນີ້."

            ໃນສຸພາສິດ 1:24-32, ມີຄຳເຕືອນຢ່າງຈິງຈັງບໍ່ໃຫ້ເລື່ອນການຕອບສະໜອງຂອງເຮົາ ຕໍ່ການຊົງເອີ້ນຂອງພຣະເຈົ້າ. ພຣະຄຳຂໍ້ນີ້ບັນລະຍາຍເຖິງຜູ້ຄົນທີ່ຫັນໜີຈາກການຊົງເອີ້ນຂອງພຣະເຈົ້າເມື່ອພວກເຂົາຢູ່ໃນຄວາມຈະເລີນຮຸ່ງເຮືອງ ແລະຄວາມຕ້ອງການທີ່ພຽງພໍແລ້ວ. ເມື່ອພວກເຂົາປ່ຽນໃຈ ແລະຫັນກັບໄປສະແຫວງຫາພຣະເຈົ້າ, ມັນກໍສາຍເກີນໄປແລ້ວ! ເພາະພຣະເຈົ້າຊົງ​ຖອນຕົວຂອງພຣະອົງອອກມາແລ້ວ. ສຽງທີ່ເຄີຍເອີ້ນນັ້ນກັບຫງຽບໄປ. ເວລາແຫ່ງໂອກາດໄດ້ຜ່ານພົ້ນໄປແລ້ວ.

            ບໍ່ວ່າການຊົງເອີ້ນ ຂອງພຣະອົງຕໍ່ເຈົ້າເປັນການຊົງເອີ້ນທົ່ວໄປເຊັ່ນ (ໃນມີກາ 6:8), ຫລື ການເອີ້ນຢ່າງສະເພາະເຈາະຈົງເຊັ່ນ (ໃນ 1 ເປໂຕ 4:11), ຂ້າພະເຈົ້າຂໍຫ​ນູນໃຈ ໃຫ້ເອົາໃຈໃສ່ຕໍ່ການຊົງເອີ້ນຂອງພຣະອົງ. ແລະຈົ່ງກະ​ທຳສິ່ງນັ້ນຢ່າງຈິ່ງຈັງ. ຈົ່ງອົດທົນ ຕໍ່ບົດທົດສອບຂອງພຣະອົງ. ຈົ່ງອຸທິດຕົນເພື່ອເຮັດກິດຈະການຂອງສະຫວັນ. ຢ່າໃຫ້ເຈົ້າກາຍເປັນອີກໜຶ່ງຊື່ຂອງ (ຫລາຍໆຄົນ) ທີ່ຖືກເອີ້ນແຕ່ບໍ່ເຄີຍຖືກເລືອກເລີຍ.

            ຫາກເຈົ້າຕ້ອງການທີ່ຈະຕອບສະໜອງຕອນນີ້, ຂໍໃຫ້ເຈົ້າຮ່ວມອະທິຖານສັ້ນໆກັບ ຂ້າພະເຈົ້າຕາມນີ້?

            Prayer Response

            ຂ້າແດ່ພຣະເຈົ້າ, ຂ້າພຣະອົງຕ້ອງການຕອບສະໜອງຕໍ່ການຊົງເອີ້ນຂອງພຣະອົງທີ່ຊົງມີຕໍ່ຊີວິດຂອງຂ້າພຣະອົງ. ຂ້າພຣະອົງຕ້ອງການຮັບໃຊ້ພຣະອົງ ແລະ ໄດ້ຮັບການຊົງເລືອກຈາກພຣະອົງ ເພື່ອ​ໃຫ້ແຜນການທີ່ພຣະອົງເຊິ່ງມີໄວ້ສຳລັບຂ້າພຣະອົງ ແລະ ສຳລັບຜູ້ທີ່ພຣະອົງຊົງເອີ້ນຂ້າພຣະອົງໃຫ້ຮັບໃຊ້ນັ້ນບັນລຸຜົນສຳເລັດ. ບໍ່ວ່າຂ້າພຣະອົງ ຈະຕ້ອງຈ່າຍລາຄ່າເທົ່າໃດກໍຕາມ, ​ຂ້າພ​ຣະອົງຈະບໍ່ລໍຊ້າວັນນີ້. ແລະໃນເວລານີ້, ຂ້າພຣະອົງຂໍ​ກ່າວກັບພຣະອົງວ່າ "ຂໍຊົງໃຊ້ຂ້າພຣະອົງເຖີດ." ອາແມນ.

            Ad Image

            Free Download

            This Teaching Letter is available to download, print and share for personal or church use.

            Code: TL-L143-100-LAO

            Gift
            Give