ເກືອແຫ່ງແຜ່ນດິນໂລກ

ເດເຣັກ ພຣິນຊ໌
Published: 2009
Last Updated: September 2026
Read Time: 15
ສາວົກຂອງພຣະຄຣິດຖືກເອີ້ນໃຫ້ຮັກສາໂລກທີ່ເສື່ອມໂຊມ ແລະ ມອບໂລກໄວ້ໃນຄວາມເມດຕາຂອງພຣະເຈົ້າ. ເດເຣັກ ພຣິນຊ໌ ໄດ້ຍົກຕົວຢ່າງການອ້ອນວອນຂອງອັບຣາຮາມເພື່ອເມືອງໂຊໂດມມາສະແດງໃຫ້ເເຫັນວ່າເປັນຫຍັງພຣະເຈົ້າຈຶ່ງແຍກຄົນຊອບທຳອອກຈາກຄົນອະທໍາໃນການພິພາກສາ. ພຣະວິນຍານບໍລິສຸດພາຍໃນຄຣິດຕະຈັກຍັບຍັ້ງຄວາມບໍ່ຍຸດຕິທໍາ, ໂດຍເອີ້ນຜູ້ທີ່ເຊື່ອຟັງໃຫ້ຢືນຢູ່ຢ່າງໝັ້ນຄົງແທນທີ່ຈະຍອມຈຳນົນຕໍ່ຄວາມເຢັນຊາ.
“ ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດໂລກ.” (ມັດທາຍ 5:13 ພຄພ 2013). ໃນຄໍາກ່າວນີ້, ພຣະເຢຊູ ບໍ່ໄດ້ຊົງກ່າວກັບບັນດາສາວົກຂອງພຣະອົງເທົ່ານັ້ນ, ແຕ່ກໍາລັງກ່າວກັບເຮົາທຸກຄົນທີ່ຍອມຮັບໃນລິດອໍານາດແຫ່ງຄໍາສອນຂອງພຣະອົງດ້ວຍ. ພຣະເຢຊູຊົງປຽບທຽບບົດບາດ ແລະໜ້າທີ່ຂອງເຮົາເທິງໂລກນີ້ເໝືອນກັບເກືອ. ແລະຄວາມຫມາຍຂອງພຣະອົງຍິ່ງຊັດເຈນຂື້ນ ເມື່ອເຮົາພິຈາລະນາການນຳໃຊ້ເກືອສອງຢ່າງທີ່ຄຸ້ນເຄີຍກ່ຽວກັບອາຫານຄື: ເກືອໃຫ້ລົດຊາດ ແລະ ເກືອຍັບຍັ້ງຄວາມເນົ່າເປື່ອຍ.
ເກືອເຮັດໃຫ້ມີລົດຊາດ
ໃນຖານະຄຣິດສະຕຽນ, ໜ້າທີ່ຂອງເຮົາໃນຖານະເກືອຄື: ການປຸງແຕ່ງໂລກນີ້ໃຫ້ມີລົດຊາດ. ພຣະເຈົ້າຊົງພໍພຣະໄທໃນລົດຊາດນີ້. ອາຫານທີ່ບໍ່ເປັນຕາກິນຈະກາຍເປັນອາຫານທີ່ແຊບ ແລະ ເປັນທີ່ຍອມຮັບໄດ້ເມື່ອປຸງລົດຊາດດ້ວຍເກືອ. ໂຢບຖາມຄຳຖາມທາງວາຈານີ້ວ່າ:
“ຜູ້ໃດກິນຂອງຈືດຈາງໄດ້ ບໍ່ໃສ່ເກືອແດ່?” (ໂຢບ 6:6 ພຄພ 2013)
ການມີເກືອເຮັດໃຫ້ມີຄວາມແຕກຕ່າງ, ເຮັດໃຫ້ພວກເຮົາເພີດເພີນກັບອາຫານທີ່ພວກເຮົາອາດບໍ່ຄິດຈະກິນເລີຍ.
ການມີເຮົາຢູ່ດ້ວຍເຮັດໃຫ້ໂລກນີ້ເປັນທີ່ຍອມຮັບຂອງພຣະເຈົ້າ ແລະ ນໍາໂລກມາຢູ່ພາຍໃຕ້ພຣະເມດຕາຂອງພຣະອົງ. ເນື່ອງຈາກເຮົາຢູ່ທີ່ນີ້, ພຣະເຈົ້າຈິ່ງຍັງຊົງກະທໍາຕໍ່ໂລກນີ້ດ້ວຍພຣະຄຸນ ແລະພຣະເມດຕາຕໍ່ໄປເຊິ່ງແທນທີ່ຈະໄຊ້ພຣະພີໂຣດ ແລະການພິພາກສາ. ການມີເຮົາຢູ່ນໍາ ຈຶ່ງສ້າງຄວາມແຕກຕ່າງໃຫ້ໂລກນີ້.
ຫລັກການນີ້ ປາກົດຊັດເຈນໃນເລື່ອງລາວການອະທິຖານວິ່ງວອນຂອງອັບຣາຮາມເພື່ອເມືອງໂຊໂດມ, ດັ່ງທີ່ບັນທຶກໄວ້ໃນປະຖົມມະການ 18:16–33. ອົງພຣະຜູ້ເປັນເຈົ້າ ກ່າວກັບອັບຣາຮາມວ່າ ພຣະອົງຈະສະເດັດໄປເມືອງໂຊໂດມ ເພື່ອເບິ່ງວ່າຄວາມຊົ່ວຮ້າຍຂອງເມືອງນັ້ນໄດ້ມາເຖິງຈຸດທີ່ບໍ່ອາດຍັບຢັ້ງການພິພາກສາໄດ້ອີກຕໍ່ໄປຫລືບໍ່. ຈາກນັ້ນ ອັບຣາຮາມກໍຍ່າງໄປກັບອົງພຣະຜູ້ເປັນເຈົ້າຕາມທາງຂອງພຣະອົງ ແລະໄດ້ໃຫ້ເຫດຜົນກັບພຣະອົງກ່ຽວກັບສະຖານະການທີ່ເກີດຂື້ນດັ່ງກ່າວ.
ຫລັກການແຫ່ງການພິພາກສາ
ອັບຣາຮາມ ໄດ້ເລີ່ມຕົ້ນດ້ວຍການວາງຫລັກການເຊິ່ງເປັນພື້ນຖານສໍາລັບສິ່ງທີ່ຈະຕາມມາຄື: ບໍ່ແມ່ນນໍ້າພຣະໄທຂອງພຣະເຈົ້າທີ່ຈະໃຫ້ການພິພາກສາເຊິ່ງສົມຄວນຕົກແກ່ຄົນຊົ່ວ ມາຕົກຢູ່ກັບຄົນຊອບທໍາ. ອັບຣາຮາມໄດ້ທູນຖາມພຣະເຈົ້າວ່າ: "ພຣະອົງຈະທໍາລາຍ ຄົນຊອບທໍາກັບຄົນອະທໍາໄປພ້ອມກັນແທ້ບໍ?" (ຂໍ້ 23 ພຄພ 2013). “ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທຳພ້ອມກັບຄົນອະທຳ, ເປັນໄປບໍ່ໄດ້ ພຣະອົງຈະບໍ່ເຮັດເຊັ່ນນັ້ນ. ຖ້າພຣະອົງເຮັດ ຄົນຊອບທຳກໍຈະຖືກລົງໂທດ ເຊັ່ນດຽວກັນກັບຄົນອະທຳ. ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ." (ຂໍ້ 25 ພຄພ 2013)
ອົງພຣະຜູ້ເປັນເຈົ້າຊົງເຮັດໃຫ້ເຫັນຊັດເຈນໃນບົດສົນທະນາທີ່ຕາມມາວ່າພຣະອົງຊົງຍອມຮັບຫລັກການທີ່ອັບຣາຮາມໄດ້ກ່າວໄວ້. ນີ້ເປັນສີ່ງສໍາຄັນຫລາຍທີ່ຜູ້ເຊື່ອທຸກຄົນຕ້ອງເຂົ້າໃຈເລື່ອງນີ້! ຫາກເຮົາໄດ້ຮັບຄວາມຊອບທໍາໂດຍຄວາມເຊື່ອໃນພຣະຄຣິດ ແລະ ດໍາເນີນຊີວິດທີ່ສໍາແດງຄວາມເຊື່ອຢ່າງແທ້ຈິງແລ້ວ, ກໍບໍ່ແມ່ນນໍ້າພຣະໄທຂອງພຣະເຈົ້າເລີຍທີ່ເຮົາຈະຕ້ອງໄດ້ຮັບການພິພາກສາທີ່ພຣະອົງຊົງນໍາມາສູ່ຄົນຊົ່ວຮ້າຍດ້ວຍ.
ສອງປັດໃຈທີ່ເປັນຕົວກໍານົດ
ຫນ້າເສຍດາຍທີ່ຄຣິດສະຕຽນມັກບໍ່ເຂົ້າໃຈເລື່ອງນີ້. ເຫດໃດຈິ່ງເປັນເຊັ່ນນັ້ນ? ເພາະພວກເຂົາ ບໍ່ສາມາດໄຈ້ແຍກຄວາມແຕກຕ່າງລະຫວ່າງສອງສະຖານະການ ເຊິ່ງພາຍນອກອາດເບີ່ງຄ້າຍຄືກັນໄດ້, ແຕ່ໃນຄວາມເປັນຈິງນັ້ນແຕກຕ່າງກັນຢ່າງສີ້ນເຊີງທັງໃນດ້ານລັກສະນະ ແລະ ສາຍເຫດ. ໃນດ້ານຫນຶ່ງຄື: ການຂົ່ມເຫັງເພາະຄວາມຊອບທໍາ ແຕ່ໃນອີກດ້ານໜຶ່ງຄື: ການພິພາກສາຂອງພຣະເຈົ້າທີ່ມີຕໍ່ຄົນຊົ່ວ.
ຄວາມແຕກຕ່າງລະຫວ່າງ ສອງສະຖານະການນີ້ ຖືກສະແດງໃຫ້ເຫັນໂດຍຂໍ້ຄວາມທີ່ປຽບທຽບດັ່ງຕໍ່ໄປນີ້ຄື: ການຖືກຂົ່ມເຫັງມາຈາກຄົນຊົ່ວທີ່ມີຕໍ່ຄົນຊອບທໍາ. ແຕ່ການພິພາກສາມາຈາກພຣະເຈົ້າ, ຜູ້ຊົງຊອບທໍາ, ທີມີຕໍ່ຄົນຊົ່ວ. ດັ່ງນັ້ນ, ການຖືກຂົ່ມເຫັງເນື່ອງດ້ວຍຄວາມຊອບທໍາ ແລະ ການພິພາກສາເນື່ອງດ້ວຍຄວາມຊົ່ວຮ້າຍຈຶ່ງກົງກັນຂ້າມກັນຈາກຕົ້ນກຳເນີດ, ຈາກວັດຖຸປະສົງ ແລະ ຜົນໄດ້ຮັບຂອງມັນ.
ພຣະຄໍາພີເຕືອນຢ່າງຊັດເຈນວ່າ ຄຣິດສະຕຽນຕ້ອງຄາດຫວັງວ່າຈະຖືກຂົ່ມເຫັງ ໃນຄໍາເທດສະໜາເທິງພູເຂົາ ພຣະເຢຊູຊົງກ່າວກັບພວກສາວົກຂອງພຣະອົງວ່າ:
“ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ ຄວາມຊອບທຳກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ.” “ເມື່ອຄົນກ່າວນິນທາແລະຂົ່ມເຫັງເຈົ້າທັງຫລາຍ, ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ.” (ມັດທາຍ 5:10-11 ພຄພ 2015)
ໂປໂລຂຽນຈົດໝາຍເຖິງຕີໂມທຽວ ໃນທໍານອງດຽວກັນວ່າ:
“ແທ້ຈິງ ບັນດາຄົນທີ່ປາຖະໜາຈະດໍາເນີນຊີວິດຄຣິດສະຕຽນ ເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ." (2 ຕີໂມທຽວ 3:12 ພຄພ2013)
ດັ່ງນັ້ນ, ຄຣິດສະຕຽນຈຶ່ງຕ້ອງຕຽມພ້ອມທີ່ຈະອົດທົນຕໍ່ການຂົ່ມເຫັງ ເພາະຄວາມເຊື່ອ ແລະ ວິຖີຊີວິດຂອງພວກເຂົາ, ແລະຍັງຖືວ່ານີ້ເປັນສິດທິພິເສດອີກດ້ວຍ..
ໃນທໍານອງດຽວກັນ, ຄຣິດສະຕຽນ ບໍ່ຄວນຖືກລວມຢູ່ໃນການພິພາກສາຂອງພຣະເຈົ້າ ທີ່ມີຕໍ່ຄົນຊົ່ວ. ຫລັກການຂໍ້ນີ້ມີກ່າວໄວ້ຫລາຍຄັ້ງໃນພຣະຄໍາພີ. ໃນ 1 ໂກຣິນໂທ 11:32 (ພຄພ 2013) ໂປໂລຂຽນເຖິງ ເພື່ອຜູ້ເຊື່ອຂອງເຂົາວ່າ: "ເມື່ອເຮົາທັງຫລາຍຖືກທໍາໂທດໂດຍອົງພຣະຜູ້ເປັນເຈົ້ານັ້ນ, ພວກເຮົາກໍຖືກພຣະອົງຊົງຕີສອນ, ເພື່ອບໍ່ໃຫ້ເຮົາຖືກພິພາກສາລົງໂທດດ້ວຍກັນກັບໂລກ." ຂໍ້ນີ້ສະແດງໃຫ້ເຫັນວ່າສີ່ງທີ່ພຣະເຈົ້າກະທໍາຕໍ່ຜູ້ເຊື່ອນັ້ນ ແຕກຕ່າງຈາກສີ່ງທີ່ພຣະອົງຊົງກະທໍາຕໍ່ໂລກ. ໃນຖານະຜູ້ເຊື່ອ, ເຮົາອາດຈະຄາດຫວັງທີ່ຈະປະສົບກັບການຕີສອນຂອງພຣະເຈົ້າ. ຫາກເຮົາຍອມຮັບການຕີສອນ ແລະຈັດລະບຽບຊີວິດຂອງເຮົາໃຫ້ຖືກຕ້ອງ, ເຮົາກໍຈະບໍ່ຕົກຢູ່ພາຍໃຕ້ການພິພາກສາທີ່ມາເຖິງຜູ້ທີ່ບໍ່ເຊື່ອຫລືໂລກໂດຍທົ່ວໄປ. ຈຸດປະສົງສຸດທ້າຍຂອງການສອນຂອງພຣະເຈົ້າທີ່ມີຕໍ່ເຮົາໃນຖານະຜູ້ເຊື່ອຄື: ເພື່ອປົກປ້ອງເຮົາຈາກການໄດ້ຮັບການພິພາກສາຂອງພຣະອົງທີ່ມີຕໍ່ຜູ້ບໍ່ເຊື່ອ.
ອົບພະຍົບບົດທີ7 ຫາບົດທີ12 ບັນທຶກໄວ້ວ່າ: ພຣະເຈົ້າຊົງນໍາການພິພາກສາສິບປະການ ທີ່ມີຄວາມຮຸນແຮງເພີ່ມຂື້ນເລື້ອຍໆມາ ເໜືອຊາວເອຢິບ ເພາະພວກເຂົາບໍ່ຍອມຟັງຜູ້ປະກາດພຣະທໍາຂອງພຣະອົງຄື: ໂມເຊ ແລະ ອາໂຣນ. ຕະຫລອດຊ່ວງເວລາທີ່ປະຊາກອນຂອງພຣະເຈົ້າຄື: ຊົນຊາດອິດສະລາເອນ ກໍອາໄສຢູ່ຖ່າມກາງເອຢິບ, ແຕ່ບໍ່ມີການພິພາກສາໃດໃນສິບປະການນັ້ນກະທົບກະເທືອນພວກເຂົາເລີຍ. ໃນອົບພະຍົບ 11:7 (ພຄພ 2013) ໄດ້ກ່າວເຖິງເຫດການນີ້ໄວ້ຊັດເຈນວ່າ:
“ແຕ່ໃນຫມູ່ບ້ານຂອງຊາວອິດສະລາເອນ ແມ່ນແຕ່ສຽງຫມາເຫົ່າ, ຄົນ, ແລະ ສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າ ພຣະເຈົ້າຢາເວໄດ້ໃຫ້ຄວາມແຕກຕ່າງກັນ ລະຫວ່າງຊາວເອຢິບ ແລະ ຊາວອິດສະລາເອນ.”
ການພິພາກສາ ບໍ່ໄດ້ຕົກຢູ່ກັບ ອິດສະລາເອນເພາະພຣະເຈົ້າ "ຊົງກະທໍາໃຫ້ເກີດຄວາມແຕກຕ່າງ" ລະຫວ່າງຊົນຊາດຂອງພຣະອົງກັບປະຊາກອນເອຢິບ. ແມ່ນແຕ່ໂຕຫມາໃນເອຢີບ ກໍຕ້ອງຍອມຮັບຄວາມແຕກຕ່າງນີ້! ແລະຄວາມແຕກຕ່າງດັ່ງກ່າວຍັງຄົງມີຜົນຈົນຮອດທຸກມື້ນີ້.
ຈໍານວນເທົ່າໃດຈຶ່ງຈະພຽງພໍ?
ອັບຣາຮາມຍັງຄົງສົນທະນາກັບພຣະເຈົ້າຕໍ່ໄປກ່ຽວກັບເມືອງໂຊໂດມ, ໂດຍພະຍາຍາມທີ່ຈະທູນຖາມເຖິງຈໍານວນຄົນຊອບທໍາຂັ້ນຕໍ່າ ທີ່ຈໍາເປັນໃນການປົກປ້ອງທັງເມືອງນັ້ນໃຫ້ພົ້ນຈາກການພິພາກສາ. ທ່ານເລີ່ມຕົ້ນທີ່ຫ້າສິບຄົນ. ຈາກນັ້ນ, ດ້ວຍຄວາມຢໍາເກງທີ່ມີຕໍ່ພຣະເຈົ້າ ແລະຄວາມມຸ້ງຫມັ້ນເດັດດ່ຽວ, ທ່ານໄດ້ທູນຂໍຫລຸດຈໍານວນລົງເລື້ອຍໆຈົນມາຮອດສິບຄົນ. ໃນທີ່ສຸດ ພຣະເຈົ້າຊົງຮັບຮອງກັບອັບຣາຮາມວ່າ ຫາກພຣະອົງຊົງພົບກັບຄົນຊອບທໍາພຽງສິບຄົນໃນເມືອງໂຊໂດມ, ພຣະອົງຈະຊົງໄວ້ຊີວິດຄົນທັງເມືອງເພື່ອສິບຄົນນີ້.
ປະຊາກອນເມືອງໂຊໂດມມີຈໍານວນເທົ່າໃດ? ຄົງເປັນການຍາກທີ່ຈະປະເມີນຕົວເລກທີ່ແນ່ນອນໄດ້. ຢ່າງໃດກໍຕາມມີຕົວເລກປະຊາກອນຂອງເມືອງອື່ນໆໃນຟີລິດສະຕິນບູຮານທີ່ສາມາດໃຊ້ເປັນຫລັກຖານປຽບທຽບໄດ້. ເມື່ອພິຈາລະນາຈາກເມືອງເຫລົ່ານີ້ແລ້ວ, ເຮົາສາມາດກ່າວໄດ້ວ່າປະຊາກອນເມືອງໂຊໂດມໃນສະໄຫມຂອງອັບຣາຮາມຫນ້າຈະມີບໍ່ຕໍ່າກ່ວາຫນື່ງຫມື່ນຄົນ.
ພຣະເຈົ້າຊົງຮັບຮອງກັບອັບຣາຮາມວ່າ ຖ້າມີຄົນຊອບທໍາຢູ່ດ້ວຍສິບຄົນ ກໍສາມາດປົກປ້ອງເມືອງທີ່ມີປະຊາກອນຢ່າງຫນ້ອຍໜຶ່ງໝຶ່ນຄົນໄວ້ໄດ້. ນັ້ນຄືອັດຕາສ່ວນໜຶ່ງຕໍ່ໜຶ່ງພັນ. ອັດຕາສ່ວນດຽວກັນນີ້ "ຫນຶ່ງຕໍ່ຫນຶ່ງພັນ" ປາກົດໃນໂຢບ 33:22 ແລະ ປັນຍາຈານ 7:28, ຂໍ້ພຣະຄໍາພີທັງສອງຕອນນີ້ຊີ້ໃຫ້ເຫັນວ່າ ຄົນໜຶ່ງຄົນນັ້ນເປັນຜູ້ຊອບທໍາທີ່ໂດດເດັ່ນ, ໃນຂະນະທີ່ຄົນອື່ນໆທີ່ເຫລືອທັງຫມົດຕົກຢູ່ໃນລະດັບທີ່ຕໍ່າກ່ວາມາດຕະຖານຂອງພຣະເຈົ້າ.
ເຮົາສາມາດຂະຫຍາຍອັດຕາສ່ວນນີ້ອອກໄປໄດ້ເລື້ອຍໆ. ຄືການມີຄົນຊອບທໍາຢູ່ດ້ວຍສິບຄົນ ກໍສາມາດປົກປ້ອງຊຸມຊົນຫນຶ່ງຫມຶ່ນຄົນໄວ້ໄດ້. ການມີຄົນຊອບທໍາຢູ່ນໍາຫນຶ່ງຮ້ອຍຄົນ ສາມາດປົກປ້ອງຊຸມຊົນຫນຶ່ງແສນຄົນໄດ້. ການມີຄົນຊອບທໍາຢູ່ນໍາຫນຶ່ງພັນຄົນ ສາມາດປົກປ້ອງຊຸມຊົນຫນຶ່ງລ້ານຄົນໄວ້ໄດ້. ແລ້ວຕ້ອງການມີຄົນຊອບທໍາຈໍານວນຈັກຄົນ ເພື່ອປົກປ້ອງປະເທດທີ່ມີຂະໜາດໃຫຍ່ເທົ່າກັບສະຫະລັດອາເມລິກາ, ເຊິ່ງມີປະຊາກອນໂດຍປະມານ 300 ລ້ານກ່ວາຄົນ? ນັ້ນກໍຄືປະມານ 300,000 ຄົນ.
ຕົວເລກເຫລົ່ານີ້ຊວນໃຫ້ຄິດວ່າມີຫລັກຖານໃດໃນພຣະຄໍາພີທີ່ເຮັດໃຫ້ເຮົາເຊື່ອແບບນັ້ນໄດ້ຫລືບໍ່, ເຊັ່ນ: ຄົນຊອບທໍາພຽງສອງແສນຫ້າໝຶ່ນກ່ວາຄົນກະຈັດກະຈາຍຄືເມັດເກືອຢູ່ທົ່ວອາເມລິກາ, ກໍພຽງພໍທີ່ຈະປົກປ້ອງປະເທດຊາດທັງຫມົດຈາກການພິພາກສາຂອງພຣະເຈົ້າໄດ້ ແລະ ເຮັດໃຫ້ຫມັ້ນໃຈວ່າພຣະຄຸນແລະພຣະເມດຕາຂອງພຣະອົງຈະຍັງຄົງດໍາເນີນຕໍ່ໄປ? ຄົງຈະເປັນການໂງ່ຈ້າທີ່ອ້າງວ່າການຄາດຄະເນດັ່ງກ່າວແມ່ນຖືກຕ້ອງ. ຢ່າງໃດກກໍຕາມ, ພຣະຄໍາພີໄດ້ກໍານົດຫລັກການຕໍ່ໄປຢ່າງຊັດເຈນວ່າການມີຜູ້ເຊື່ອທີ່ຊອບທໍາຢູ່ດ້ວຍເປັນປັດໃຈບົ່ງຊີ້ເຖິງສິ່ງທີ່ພຣະເຈົ້າຊົງກະທໍາຕໍ່ຊຸມຊົນນັ້ນໆ.
ສິ່ງນີ້ ນໍາເຮົາໄປສູ່ຜົນກະທົບປະການທີສອງຂອງການ ມີຄຣິດສະຕຽນເປັນ "ເກືອແຫ່ງແຜ່ນດິນໂລກ."
ເກືອຍັບຍັ້ງການເນົ່າເປື່ອຍ (ຍັບຍັ້ງການສໍ້ລາດບັງຫລວງ)
ໃນອາດີດກ່ອນທີ່ຈະມີການປະດິດສ້າງເຄື່ອງຖະໜອມອາຫານດ້ວຍການແຊ່ເຢັນນັ້ນ, ນັກເດີນເຮືອທີ່ນໍາເນື້ອສັດຕິດຕົວໄປໃນການເດີນທາງໄກຈະໃຊ້ເກືອຖະໜອມອາຫານ. ຂະບວນການເນົ່າເປື່ອຍໄດ້ເລີ່ມຕົ້ນຂື້ນແລ້ວກ່ອນທີ່ຈະເອົາເນື້ອສັດໄປຫມັກເກືອ. ການມັກເກືອ ບໍ່ໄດ້ກໍາຈັດການເນົ່າເສຍ, ແຕ່ເປັນການຍັບຢັ້ງການເນົ່າເສຍໄວ້ຕະຫລອດການເດີນທາງເພື່ອໃຫ້ນັກເດີນເຮືອສາມາດຮັບປະທານເນື້ອສັດຕໍ່ໄປໄດ້ດົນຂື້ນເຖິງແມ່ນວ່າມັນຈະບໍ່ເປັນຕາກິນແລ້ວກໍຕາມ.
ການທີ່ມີເຮົາຢູ່ໃນໂລກໃນຖານະສາວົກຂອງພຣະຄຣິດນັ້ນ ປຽບເໝືອນເກືອທີ່ຊ່ວຍຮັກສາເນື້ອສັດ, ເພາະຂະບວນການເຊື່ອມໂຊມຈາກບາບໄດ້ເລີ່ມທໍາງານແລ້ວ. ສິ່ງນີ້ປາກົດໃຫ້ເຫັນໃນທຸກດ້ານຂອງມະນຸດ- ທັງສິນທໍາ, ສາດສະໜາ, ສັງຄົມ, ແລະການເມືອງ. ເຮົາບໍ່ສາມາດກໍາຈັດຄວາມເຊື່ອມໂຊມທີ່ເກີດຂື້ນແລ້ວໄດ້. ແຕ່ເຮົາສາມາດຍັບຢັ້ງມັນໄວ້ໄດ້ດົນພໍຈົນກ່ວາພຣະປະສົງຂອງພຣະຄຸນ ແລະພຣະເມດຕາຂອງພຣະເຈົ້າຈະບັນລຸຜົນຢ່າງສົມບູນ. ຈາກນັ້ນ, ເມື່ອບໍ່ຮູ້ສຶກເຖິງອິດທິພົນຂອງພວກເຮົາອີກຕໍ່ໄປ, ການສໍ້ລາດບັງຫລວງຈະມາຮອດຈຸດສູງສຸດ, ແລະຜົນໄດ້ຮັບຈະເປັນການເສື່ອມໂຊມທັງໝົດ.
ຕົວຢ່າງຂອງເກືອທີ່ມີປະສິດທິພາບໃນການຍັບຢັ້ງການເນົ່າເສຍນັ້ນ ໄດ້ອະທິບາຍເຖິງຄໍາສອນຂອງໂປໂລໃນ 2 ເທສະໂລນິກ 2:3-12 (ພຄພ 2013). ໂດຍໂປໂລເຕືອນວ່າ: ຄວາມຊົ່ວຮ້າຍຂອງມະນຸດຈະມາເຖິງຈຸດສູງສຸດໃນບຸກຄົນນັ້ນທີ່ຈະເປັນຜູ້ປົກຄອງໂລກ ຜູ້ທີ່ໄດ້ຮັບອໍານາດ ເຫນືອທໍາມະຊາດ ແລະຖືກຄວບຄຸມຫລືບົງການຈາກມານຊາຕານ. ໂປໂລເອີ້ນຜູ້ປົກຄອງຜູ້ນີ້ວ່າ "ຄົນແຫ່ງການບາບ (ຫລືຄົນນອກກົດຫມາຍ)" ແລະ "ລູກແຫ່ງຄວາມຈິບຫາຍ" (ຂໍ້3). ໃນ 1 ໂຢຮັນ 2:18 (ພຄພ 2013), ເຂົາຖືກເອີ້ນວ່າ "ຜູ້ຕໍ່ສູ້ພຣະຄຣິດ," ແລະ ຢູ່ໃນພຣະນິມິດ 13:4 (ພຄພ 2013) ເຂົາຖືກເອີ້ນວ່າ "ສັດຮ້າຍ." ຜູ້ປົກຄອງຜູ້ນີ້ອ້າງວ່າຕົວເອງເປັນພຣະເຈົ້າ ແລະ ຮຽກຮ້ອງໃຫ້ມີການນະມັດສະການຈາກຄົນທັງໂລກ.
ການປາກົດຕົວຂອງຜູ້ປົກຄອງທີ່ຊົ່ວຮ້າຍນີ້ ເປັນສິ່ງທີ່ລີກລ່ຽງບໍ່ໄດ້. ໂປໂລກ່າວຢ່າງຫມັ້ນໃຈວ່າ, “ໃນຂະນະນັ້ນຄົນຜູ້ຊົ່ວຮ້າຍຈະປາກົດຕົວ” (2 ເທສະໂລນິກ 2:8 ພຄພ 2013). ໂປໂລ ຍັງປະກາດໃນຂໍ້ດຽວກັນວ່າ ພຣະຄິດອົງແທ້ຈິງຈະຊົງເປັນຜູ້ພິພາກສາຄັ້ງສຸດທ້າຍຕໍ່ພະທຽມເທັດນີ້ຄື: “…ແລະອົງພຣະເຢຊູເຈົ້າກໍຈະປະຫານມັນເສຍດ້ວຍລົມຈາກປາກຂອງພຣະອົງ ແລະຈະລ້າງຜານໃຫ້ມັນດັບສູນໄປດ້ວຍແສງອັນຮຸ່ງເຮືອງໃນເວລາທີ່ພຣະອົງສະເດັດມານັ້ນ.”
ຫນ້າເສົ້າທີ່ນັກເທດສະໜາບາງຄົນນໍາຄໍາສອນເລື່ອງຜູ້ຕໍ່ສູ້ຕໍ່ພຣະຄຣິດເພື່ອປູກຝັງທັດສະນະຄະຕິຂອງຄຣິດສະຕຽນໃຫ້ເມີນເສີຍແລະຍອມຈໍານົນໃນການດໍາເນີນຊີວິດໃນທາງພຣະເຈົ້າ. ໂດຍພວກເຂົາກ່າວວ່າ, "ການຕໍ່ສູ້ຕໍ່ພຣະຄຣິດກໍາລັງຈະມາ ແລະ ທຸກສິ່ງກໍາລັງຮ້າຍແຮງລົງເລື້ອຍໆ. ເຮົາບໍ່ສາມາດເຮັດຫຍັງໄດ້ກ່ຽວກັບເລື່ອງນີ້ເລີຍ." ຜົນກໍຄືຄຣິດສະຕຽນມັກຈະນັ່ງຢູ່ລ້າໆດ້ວຍຄວາມສີ້ນຫວັງໂດຍບໍ່ເຮັດຫຍັງ ແລະເບິ່ງການຖືກທໍາລາຍລ້າງຂອງຊາຕານດໍາເນີນໄປຮອບຕົວຂອງພວກເຂົາໂດຍບໍ່ມີການຕໍ່ຕ້ານຫລືຄວບຄຸມໃດໆ.
ທັດສະນະຄະຕິທີ່ຍອມແພ້ຫລືບໍ່ຕອບໂຕ້ ແລະເຊື່ອໃນສິ່ງທີ່ຖືກກໍານົດໄວ້ລ່ວງຫນ້າແລ້ວນັ້ນເປັນເລື່ອງຫນ້າເສົ້າແລະຂັດກັບຫລັກສອນພຣະຄໍາພີ. ເຖິງແມ່ນຈະເປັນຄວາມຈິງໃນທີ່ສຸດທີ່ວ່າ ຜູ້ຕໍ່ສູ້ຕໍ່ພຣະຄຣິດຈະຕ້ອງປາກົດຕົວຂື້ນ ແຕ່ກໍບໍ່ແມ່ນເລື່ອງຈິງທີ່ວ່າເຮົາບໍ່ສາມາດເຮັດຫຍັງກັບມັນໄດ້ເລີຍໃນລະຫວ່າງນີ້.
ອໍານາດແຫ່ງການໜ່ວງໜ່ຽວ (ອຳນາດການຍັບຍັ້ງ)
ຈົນເຖິງປັດຈຸບັນນີ້ ຍັງມີອໍານາດບາງຢ່າງທີ່ຍັງຄົງເຮັດວຽກຢູ່ໃນໂລກທີ່ທ້າທາຍ, ຕໍ່ຕ້ານ ແລະຍັບຢັ້ງຈິດວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດ.
ລິດອໍານາດແຫ່ງການຫນ່ວງໜ່ຽວ, ເຊິ່ງໃນປະຈຸບັນກໍາລັງຍັບຢັ້ງການປາກົດຕົວຢ່າງສົມບູນ ແລະໃນວາລະສຸດທ້າຍຂອງຜູ້ຕໍ່ຕ້ານພຣະຄຣິດຄື: ການໍົງສະຖິດຢູ່ຂອງພຣະວິນຍານບໍລິສຸດພາຍໃນຄຣິດຕະຈັກ. ສິ່ງນີ້ປາກົດຊັດເຈນເມື່ອເຮົາຕິດຕາມການເປີດເຜີຍຂອງພຣະຄໍາພີທີ່ກ່ຽວຂ້ອງກັບພຣະບຸດ ແລະພະລາດຊະກິດຂອງພຣະວິນຍານບໍລິສຸດ.
ຕອນຕົ້ນຂອງພຣະຄໍາພີ, ໃນປະຖົມມະການ 1:2 (ພຄພ 2013), ເຮົາໄດ້ຮັບການບອກກ່າວວ່າ "ພຣະວິນຍານຂອງພຣະເຈົ້າໄດ້ປົກຄຸມຢູ່ເທິງໜ້ານໍ້າ." ນັບຈາກນັ້ນເປັນຕົ້ນມາຕະຫລອດ ພຣະຄໍາພີໃນພັນທະສັນຍາເດີມ ມີການກ່າວເຖິງພະລາດຊະກິດຂອງພຣະວິນຍານບໍລິສຸດເທິງແຜ່ນດິນໂລກຢູ່ຫລາຍເທື່ອ. ເຖິງແນວໃດກໍຕາມ, ໃນຊ່ວງສຸດທ້າຍຂອງພະລາດຊະກິດຂອງພຣະອົງໃນໂລກນີ້, ພຣະເຢຊູຊົງສັນຍາກັບພວກສາວົກຂອງພຣະອົງວ່າ, ພຣະວິນຍານບໍລິສຸດຈະສະເດັດມາຫາພວກເຂົາໄວໆນີ້ໃນຮູບແບບໃຫມ່ເຊິ່ງແຕກຕ່າງຈາກທີ່ເຄີຍເກີດຂື້ນເທິງໂລກນີ້ມາກ່ອນ.
ພຣະຜູ້ຊ່ວຍຕາມພຣະສັນຍາ
ໃນໂຢຮັນ 14:16-17 (ພຄພ 2013) ພຣະເຢຊູຊົງສັນຍາໄວ້ດັ່ງນີ້:
“ຝ່າຍເຮົາຈະທູນຂໍພຣະບິດາເຈົ້າ, ແລະພຣະອົງຈະຊົງປະທານພຣະຜູ້ຊ່ວຍອີກອົງໜຶ່ງແກ່ພວກເຈົ້າ, ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປເປັນນິດ. ຄືພຣະວິນຍານແຫ່ງຄວາມຈິງ… ເພາະພຣະອົງສະຖິດຢູ່ກັບພວກເຈົ້າ ແລະຢູ່ໃນພວກເຈົ້າ.”
ເຮົາຈະຮຽບຮຽງໃຫມ່ດັ່ງນີ້: "ເຮົາໄດ້ປະທັບຢູ່ກັບພວກເຈົ້າ ດ້ວຍຕົວຂອງເຮົາເອງເປັນເວລາສາມປີເຄິ່ງ ແລະບັດນີ້ເຮົາກໍາລັງຈະຈາກພວກເຈົ້າໄປ. ເມື່ອເຮົາຈາກໄປແລ້ວ, ຈະມີອີກບຸກຄົນໜຶ່ງມາແທນເຮົາ. ບຸກຄົນນີ້ຄື: ພຣະວິນຍານບໍລິສຸດ. ເມື່ອສະເດັດມາ, ພຣະວິນຍານບໍລິສຸດຈະສະຖິດຢູ່ກັບພວກເຈົ້າຕະຫລອດໄປ."
ການແລກປ່ຽນທີ່ພຣະເຢຊູຊົງສັນຍານັ້ນເກີດຂື້ນເປັນສອງຂັ້ນຕອນຄື: ຂັ້ນຕອນທໍາອິດ, ພຣະເຢຊູສະເດັດສູ່ສະຫວັນ; ແລະສິບວັນຕໍ່ມາ, ພຣະວິນຍານບໍລິສຸດສະເດັດລົງມາໃນວັນເພັນເຕຄໍສະເຕ. ໃນຈຸດນີ້ໃນປະຫວັດສາດພຣະວິນຍານບໍລິສຸດ, ໄດ້ສະເດັດລົງມາຈາກສະຫວັນໃນຖານະບຸກຄົນໜຶ່ງ ແລະສະຖິດຢູ່ແຜ່ນດິນໂລກ. ບັດນີ້ພຣະອົງຊົງເປັນຕົວແທນຂອງພຣະເຈົ້າຜູ້ປະທັບຢູ່ເທິງແຜ່ນດິນໂລກ. ທີ່ປະທັບທີ່ແທ້ຈິງຂອງພຣະອົງຄື: ຮ່າງກາຍຂອງຜູ້ທີ່ເຊື່ອແທ້ຈິງ, ເຊິ່ງເອີ້ນກັນວ່າ "ຄຣິດຕະຈັກ." ໂປໂລກ່າວກັບຜູ້ເຊື່ອທີ່ເປັນຮ່າງກາຍນີ້ ໃນ 1 ໂກຣິນໂທ 3:16 (ພຄພ 2013) ວ່າ:
“ພວກເຈົ້າຮູ້ບໍ່ວ່າ, ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າກໍສະຖິດຢູ່ໃນພວກເຈົ້າ?”
ພັນທະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດພາຍໃນຄຣິດຕະຈັກຄືການກະກຽມຮ່າງກາຍ (ວິຫານ)ທີ່ສົມບູນເພື່ອພຣະຄຣິດ. ຫລັງຈາກສົມບູນແລ້ວ, ຮ່າງກາຍນີ້ຈະຖືກນຳໄປຖວາຍແດ່ພຣະຄຣິດຄືກັບເຈົ້າສາວທີ່ຖືກນຳໄປຖວາຍແດ່ເຈົ້າບ່າວ. ເມື່ອພັນທະກິດຂອງພຣະວິນຍານບໍລິສຸດພາຍໃນຄຣິດຕະຈັກສຳເລັດແລ້ວ, ພຣະອົງກໍຈະສະເດັດກັບຈາກໂລກນີ້ໄປ, ໂດຍຮັບເອົາຮ່າງກາຍທີ່ສົມບູນຂອງພຣະຄຣິດໄປພ້ອມ. ດັ່ງນັ້ນ, ພວກເຮົາອາດຈະຮຽບຮຽງຄຳເວົ້າຂອງໂປໂລໃນ 2 ເທສະໂລນິກ 2:7 ໃໝ່ໄດ້ດັ່ງຕໍ່ໄປນີ້:
ໃນໂລກນີ້ ມີວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດ, ເຊິ່ງກໍາລັງເຮັດວຽກເພື່ອມີຜູ້ຕໍ່ຕ້ານພຣະຄຣິດເກີດຂຶ້ນ. ພຣະວິນຍານບໍລິສຸດຊົງສະຖິດຢູ່ໃນພວກສາວົກຂອງພຣະຄຣິດ, ກໍເພື່ອຍັບຢັ້ງການປະກົດຕົວຂອງຜູ້ຕໍ່ຕ້ານພຣະຄຣິດ. ດັ່ງນັ້ນ, ບັນດາສາວົກທີ່ມີພຣະວິນຍານບໍລິສຸດຊົງສະຖິດຢູ່ຈຶ່ງເຮັດໜ້າທີ່ເປັນກໍາແພງກັ້ນ, ຍັບຢັ້ງຈຸດສູງສຸດຂອງຄວາມຊົ່ວຮ້າຍ ແລະ ການປະກົດຕົວຄັ້ງສຸດທ້າຍຂອງຜູ້ຕໍ່ຕ້ານພຣະຄຣິດ. ເມື່ອໃດກໍຕາມຫາກພຣະວິນຍານບໍລິສຸດ, ພ້ອມກັບພວກສາວົກຂອງພຣະຄຣິດ, ຖືກຖອນອອກຈາກໂລກນີ້, ກອງກຳລັງແຫ່ງຄວາມຊົ່ວຮ້າຍຈະສາມາດດຳເນີນໄປໄດ້ຢ່າງບໍ່ຢຸດຢັ້ງຈົນບັນລຸເປົ້າໝາຍໃນການຕໍ່ຕ້ານພຣະຄຣິດ. ໃນຂະນະດຽວກັນ, ມັນເປັນທັງສິດທິພິເສດ ແລະ ຄວາມຮັບຜິດຊອບຂອງພວກສາວົກຂອງພຣະຄຣິດ, ໂດຍລິດອຳນາດຂອງພຣະວິນຍານບໍລິສຸດ, ຈະ "ເອົາຊະນະ" ກອງກຳລັງຂອງຜູ້ທີ່ຕໍ່ຕ້ານພຣະຄຣິດໄດ້ ແລະ ຄວບຄຸມພວກມັນໄວ້ໄດ້.
ເກືອທີ່ມີປະສິດທິພາບ
ໃນຖານະທີ່ເຮົາເປັນເກືອແຫ່ງແຜ່ນດີນໂລກ, ເຮົາຜູ້ເປັນສາວົກຂອງພຣະຄຣິດ ຈຶ່ງມີຫນ້າທີ່ສໍາຄັນສອງປະການ. ປະການທໍາອິດຄື: ໂດຍການມີເຮົາຢູ່ດ້ວຍ ເຮົານໍາໂລກມາມອບໄວ້ພາຍໃຕ້ພຣະຄຸນ ແລະພຣະເມດຕາຂອງພຣະເຈົ້າຢ່າງຕໍ່ເນື່ອງ, ປະການທີ່ສອງຄື: ໂດຍລິດອໍານາດຂອງພຣະວິນຍານບໍລິສຸດຢູ່ໃນຕົວເຮົາ ເຮົາຈິ່ງຍັບຢັ້ງອໍານາດແຫ່ງການເຊື່ອມໂຊມ ແລະຄວາມອະທໍາໄວ້ຈົນກ່ວາຈະເຖິງເວລາທີ່ພຣະເຈົ້າຊົງກໍານົດ.
ໃນການເຮັດຫນ້າທີ່ຄວາມຮັບຜິດຊອບເຫລົ່ານີ້ໃຫ້ສໍາເລັດນັ້ນ ຄຣິດຕະຈັກຈໍາເປັນຕ້ອງຢຶດຫມັ້ນໃນການເປັນເຄື່ອງກີດຂວາງບໍ່ໃຫ້ຈຸດມຸ່ງຫມາຍສຸງສຸດຂອງຊາຕານສໍາເລັດກໍຄື: ການຄອບຄອງທົ່ວທັງໂລກ. ນີ້ເປັນເຫດຜົນທີ່ໂປໂລກ່າວໄວ້ໃນ 2 ເທສະໂລນິກ 2:3 (ພຄພ 2013) ວ່າ “ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ.” ຄຳວ່າ "ການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນ" ແທ້ຈິງແລ້ວຫມາຍເຖິງການລະຖີ້ມຄວາມເຊື່ອ ນັ້ນຄື: ການອອກຈາກຄວາມເຊື່ອ.
ຕາບໃດທີ່ຄຣິດຕະຈັກຍັງຄົງຢຶດໝັ້ນ ແລະບໍ່ຍອມປານີປານອມໃນຄວາມເຊື່ອຄຣິດຕະຈັກ ກໍມີລິດອໍານາດທີ່ຈະຍັບຢັ້ງການປາກົດຕົວຄັ້ງສຸດທ້າຍຂອງຜູ້ຕໍ່ຕ້ານພຣະຄຣິດໄດ້. ຊາຕານເອງກໍເຂົ້າໃຈເລື່ອງນີ້ຢ່າງທ່ອງແທ້, ດັ່ງນັ້ນເປົ້າຫມາຍຫລັກຂອງຊາຕານຄື ການທໍາລາຍ ຄວາມເຊື່ອ ແລະຄວາມຊອບທໍາຂອງຄຣິດຕະຈັກ. ເມື່ອຊາຕານບັນລຸເປົ້າຫມາຍນີ້ແລ້ວ, ສິ່ງກີດຂວາງຕໍ່ຈຸດປະສົງຂອງຊາຕານກໍຖືກກໍາຈັດອອກໄປ ແລະ ທາງກໍຈະເປີດໃຫ້ຊາຕານ ໄດ້ຄວບຄຸມທັງຈິດວິນຍານ ແລະ ທາງການເມືອງເໜືອໂລກທັງສີ້ນ.
ສົມໝຸດວ່າຊາຕານປະສົບຄວາມສໍາເລັດ, ເພາະເຮົາໃນຖານະຄຣິດສະຕຽນ ບໍ່ໄດ້ເຮັດຫນ້າທີ່ຂອງເຮົາໃຫ້ສໍາເລັດ. ແລ້ວຈະເກີດຫຍັງຂື້ນຕໍ່ໄປ? ພຣະເຢຊູຊົງປະທານຄໍາຕອບໃຫ້ແກ່ເຮົາຄື: ເຮົາຈະກາຍເປັນ "ເກືອທີ່ຫມົດລົດເຄັມ." ພຣະອົງຊົງເຕືອນເຮົາ ເຖິງຜົນຮັບທີ່ຈະເກີດຂື້ນ ກັບເກືອທີ່ຫມົດລົດເຄັມວ່າ:
ແລ້ວມັນກໍບໍ່ມີປະໂຫຍດຫຍັງເລີຍ ມີແຕ່ຖືກຖິ້ມອອກໄປແລະຖືກມະນຸດຢຽບຍ່ຳລົງໃຕ້ຕີນ. (ມັດທາຍ 5:13 ພຄພ 2013)
“ບໍ່ມີປະໂຫຍດຫຍັງ!” ນີ້ເປັນຄໍາຕໍານິຢ່າງຮຸນແຮງຢ່າງແທ້ຈິງ ແລ້ວແມ່ນຫຍັງຈະເກີດຂື້ນ? ເຮົາຈະ “ຖີ້ມເສຍ” ຫລືຖືກປະຕິເສດຈາກພຣະເຈົ້າ. ຈາກນັ້ນເຮົາຈະ "ຖືກຄົນຢຽບຢໍ້າ” ໂດຍມະນຸດ. ຈະກາຍເປັນເຄື່ອງມືແຫ່ງການພິພາກສາຂອງພຣະເຈົ້າຕໍ່ຄຣິດຕະຈັກທີ່ບໍ່ມີຄວາມເປັນເກືອ ແລະຖີ້ມຄວາມເຊື່ອ. ຫາກເຮົາໃນຄຣິດຕະຈັກບໍ່ສາມາດຍັບຢັ້ງແຫ່ງຄວາມອະທໍາໄດ້, ການພິພາກສາຂອງເຮົາກໍຈະຕົກໄປຢູ່ພາຍໃຕ້ອໍານາດເຫລົ່ານັ້ນ.
ໃນໂຣມ 12:21 (ພຄພ 2013) ໂປໂລນໍາສະເຫນີແນວທາງເລືອກສອງທາງໃຫ້ເຮົາຢ່າງຊັດເຈນ.
“ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.”
ມີພຽງສອງທາງເລືອກເທົ່ານັ້ນຄື: ເອົາຊະນະ ຫລື ຖືກເອົາຊະນະ. ບໍ່ມີທາງສາຍກາງ, ບໍ່ມີທາງເລືອກທີ່ສາມ. ເຮົາສາມາດໃຊ້ຄວາມດີທີ່ພຣະເຈົ້າປະທານໃຫ້ເຮົາເພື່ອເອົາຊະນະຄວາມຊົ່ວຮ້າຍທີ່ມາປະເຊີນຫນ້າເຮົາໄດ້. ແຕ່ຖ້າເຮົາບໍ່ເຮັດເຊັ້ນນັ້ນ, ຄວາມຊົ່ວຮ້າຍນັ້ນຈະກັບມາເອົາຊະນະເຮົາ.
ຂໍ້ຄວາມນີ້, ມີຄວາມສໍາຄັນຮິບດ່ວນເປັນພິເສດສໍາລັບພວກເຮົາທີ່ອາໄສຢູ່ໃນປະເທດ (ຫລື ດິນແດນ) ທີ່ເຮົາຍັງມີເສລີພາບໃນການປະກາດ ແລະປະຕິບັດຕາມຄວາມເຊື່ອຄຣິດສະຕຽນຂອງເຮົາ. ໃນຫລາຍປະເທດທຸກວັນນີ້ ຄຣິດສະຕຽນໄດ້ສູນເສຍເສລີພາບນີ້ໄປແລ້ວ. ໃນຂະນະດຽວກັນ, ກໍມີຜູ້ຄົນຫລາຍລ້ານຄົນໃນປະເທດເຫລົ່ານັ້ນ ທີ່ຖືກປູກຝັງຢ່າງເປັນລະບົບ, ໃຫ້ກຽດຊັງ, ແລະ ດູໝີ່ນສາສະໜາຄຣິດ ແລະທຸກສິ່ງທີ່ສາສະໜາຄຣິດຢຶດຖື. ສໍາລັບຜູ້ຄົນທີ່ຖືກປູກຝັງເຊັ່ນນີ້ ຍັງບໍ່ມີຄວາມເພິ່ງພໍໃຈອັນໃດທີ່ຍິ່ງໃຫຍ່ໄປກ່ວາການຢຽບຢໍ້າຊາວຄຣິດສະຕຽນຜູ້ທີ່ຍັງບໍ່ທັນໄດ້ຢູ່ພາຍໃຕ້ແອກຂອງພວກເຂົາຫລືຢູ່ໃຕ້ຕີນຂອງພວກເຂົາ.
ຫາກເຮົາເອົາໃຈໃສ່ຕໍ່ຄໍາເຕືອນຂອງພຣະເຢຊູ ແລະ ເຮັດຫນ້າທີ່ຂອງເຮົາໃນຖານະເປັນເກືອແຫ່ງແຜ່ນດິນໂລກໃຫ້ສໍາເລັດ, ເຮົາມີລິດອໍານາດທີ່ຈະປ້ອງກັນໄດ້. ຫາກເຮົາປ່ອຍປະ ແລະຍອມທົນທຸກກັບການພິພາກສາທີ່ຕາມມາ, ສິ່ງທີ່ເຈັບປວດທີ່ສຸດເມື່ອຄິດຄືນຄື: ສີ່ງນີ້ບໍ່ຫນ້າຈະເກີດຂື້ນເລີຍ.

Free Download
This Teaching Letter is available to download, print and share for personal or church use.
Code: TL-L066-100-LAO



